Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຖໍ້າກອງລໍກັບສາຍນໍ້າຫີນບູນ ໄຫຼຜ່ານອຸໂມງຂອງພູຫີນບູນເຂົ້າໄປ ແລ້ວ ປ່ອງໃສ່ແມ່ນໍ້າຂອງ

Posted on 19/06/202019/06/2020 By News No Comments on ຖໍ້າກອງລໍກັບສາຍນໍ້າຫີນບູນ ໄຫຼຜ່ານອຸໂມງຂອງພູຫີນບູນເຂົ້າໄປ ແລ້ວ ປ່ອງໃສ່ແມ່ນໍ້າຂອງ

ຖໍ້າກອງລໍ: ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ ທີ່ມີຊື່ສຽງລະດັບແນວໜ້າຂອງໂລກ ຍ້ອນວ່າເປັນຖໍ້າທີ່ມີສາຍນໍ້າຫີນບູນ ໄຫຼຜ່ານອຸໂມງຂອງພູຫີນບູນເຂົ້າໄປ ແລ້ວ ປ່ອງໃສ່ແມ່ນໍ້າຂອງ. ຖໍ້າກອງລໍຕັ້ງຢູ່ລະຫວ່າງບ້ານນາຕານ ແລະ ບ້ານກອງລໍ, ເມືອງຄູນຄຳ ເຊິ່ງຫ່າງຈາກເມືອງ 46 ກິໂລແມັດ. ​ບັນດານັກ ທ່ອງທ່ຽວ ສາມາດ ເດີນທາງຈາກ ເສັ້ນທາງເລກທີ 13 ເຂົ້າໄປຕາມ ເສັ້ນທາງເລກ 8 ອາດຈະຮອດບ້ານຄູນຄຳ ເຊິ່ງຫ່າງຈາກ ຖ້ຳກອງລໍ 40 ກິໂລແມັດ.

Image may contain: tree, plant, outdoor, nature and water
Image may contain: tree, plant, outdoor, nature and water

ສຳລັບທາງເລືອກອື່ນ ທີ່ເໝາະສົມກັບຜູ້ ມັກການປະຈົນໄພ ແມ່ນ ຂີ່ເຮືອຈັກຫາງຍາວ ລ່ອງໄປຕາມ ສາຍນ້ຳຫີນບູນຈາກບ້ານນາ. ຈັ່ງໃດກໍ່ຕາມ, ບັນດານັກທ່ອງທ່ຽວສາມາດພັກ ແຮມຄືນນຳເຮືອນຊາວບ້ານ ບ້ານນາຫີນ, ບ້ານນາຕານ ແລະ ບ້ານກອງລໍ. ຖໍ້າກອງລໍ ມີຄວາມຍາວປະມານ 7.500 ແມັດ, ເຊິ່ງມີຄວາມກ້ວາງປະມານ 30 ແມັດ ແລະ ສູງນັບແຕ່ 20 ແມັດຫາ 100 ແມັດ. ຖໍ້າກອງລໍ ເປັນ ຖໍ້າທີ່ສວຍງາມ ແລະ ມີສະເໜ່ດຶງດູດທີ່ສຸດ ເພາະທາງໃນຖໍ້າ ມີແກ້ງ, ຫີນຍ້ອຍ, ຫາດຊາຍ ທີ່ສວຍງາມຈຳນວນ 20 ກວ່າຈຸດ ເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມ. ບັນດານັກທ່ອງທ່ຽວສາມາດຂີ່ເຮືອລອດຜ່ານເຂົ້າໄປໃນຖ້ຳ ໄດ້ຕະຫຼອດ.

Image may contain: outdoor
Image may contain: outdoor, nature and water
Image may contain: mountain, tree, sky, outdoor, nature and water

ໃນລະດູແລ້ງ ເປັນໄລຍະ ເໝາະສົມທີ່ສຸດ ເພື່ອຊົມຮູບໂສມສີສັນຂອງຖ້ຳ ໂດຍການຂີ່ເຮືອເຂົ້າໄປພາຍໃນຖ້ຳ ແລ້ວກໍ່ສາມາດລົງຈາກເຮືອແວ່ທ່ຽວຊົມ ທິວທັດ ແລະ ຍ່າງເລາະຫຼິ້ນຕາມ ຫາດຊາຍຂາວ ດ້ວຍການສຳ ພັດກັບອາກາດທີ່ເຢັນ ສະບາຍ. ພາຍໃນຖ້ຳນັກທ່ອງທ່ຽວຈະມີຄວາມສຸກ ພາຍໃຕ້ບັນຍາກາດ “ພາຍໃຕ້ຄວາມ ສວຍງາມ”. ບົນເສັ້ນທາງພາຍໃນຖ້ຳມີຫີນ ຍ້ອຍ, ໂງ່ນຫີນ ແລະ ຫາດ ຊາຍຈຳນວນຫຼວງຫຼາຍອັນສວຍສົດງົດງາມເປັນທີ່ຈັບອົກຈັບໃຈທີ່ສຸດ.

Image may contain: tree, mountain, sky, plant, outdoor, nature and water
Image may contain: mountain, sky, outdoor and nature

ຖໍ້າກອງລໍ-ນາຕານ ຖືກຄົ້ນພົບແຕ່ສະ​ຕະວັດທີ XVI, ໃນຊຸມປີ 1960 ເລີ່ມນຳໃຊ້ ເຮືອຫາງຍາວເປັນພາຫະນະເດີນທາງ ໄປ-ຜ່ານຖ້ຳແຫ່ງນີ້ ຂອງຄົນທ້ອງຖິ່ນ. ການສໍາຫຼວດຢ່າງຈິງຈັງ ເປັນຄັ້ງທໍາອິດ ເລີ່ມໃນເດືອນກຸມພາ 1995 ແລະ ພົບວ່ານັກທ່ອງທ່ຽວ ສາມາດ ຂີ່ເຮືອຈັກຫາງ ຍາວແລ່ນລອດເຂົ້າຖໍ້າ ແລະ ຜ່ານອອກອີກດ້ານອື່ນ ເຊິ່ງຫຼຸດຜ່ອນເວລາໃນການສັນຈອນຈາກ 2 ຊົ່ວໂມງມາເປັນປະມານ 1 ຊົ່ວໂມງ. ​

Image may contain: people sitting, plant, outdoor, water and nature
Image may contain: plant, grass, sky, tree, outdoor and nature

ດ້ວຍເຫດນີ້, ອຸໂມງຂອງຖ້ຳນີ້ ຈຶ່ງເປັນເສັ້ນທາງການທ່ອງທ່ຽວທາງເຮືອ ໂດຍເກີດຂຶ້ນ ແລະ ຖືກນໍາໃຊ້ ທົ່ວໄປນັບແຕ່ວັນທີ 12 ມັງກອນ 2002 ເປັນຕົ້ນມາ. ປະຈຸບັນນີ້ອຸໂມງ ລອດ ຖ້ຳສາຍນີ້ ຈຶ່ງເປັນເສັ້ນທາງຄົມມະນະຄົມ ເຊື່ອມຕໍ່ລະຫວ່າງບ້ານກອງລໍ ຫາບ້ານນາຕານ. ຖໍ້າກອງລໍ ມີຄວາມໝາຍມາຈາກ “ກອງທັບລໍ” ບໍ່ແມ່ນ “ກອງຫຼໍ່” ຍ້ອນເຫດຜົນວ່າ ຄຳວ່າ “ກອງ” ມາຈາກ “ກອງທັບ” ສ່ວນ “ລໍ” ມາຈາກ “ລໍຖ້າ” ເມື່ອລວມເຂົ້າກັນຈຶ່ງເອີ້ນຖ້ຳກອງລໍ ຈົນເທົ່າທຸກວັນນີ້. ໃນຂະນະນັ້ນ, ອານາຈັກລາວລ້ານຊ້າງ ໄດ້ທຳການຕໍ່ສູ້ກັບກອງທັບສັກ ດີນາສະ ຫຍາມ ທີ່ເຂົ້າມາຮຸກຮານ ດ້ວຍເຫດນີ້ ມັນຈຶ່ງເປັນທີ່ມາຂອງຖ້ຳກອງລໍແຕ່ນັ້ນມາ ແລະ ມີຄວາມໝາຍເປັນ “ກອງທັບລໍຖ້າ” ນັ້ນເອງ.​​​​​

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງບໍ່ແກ້ວ ແຈ້ງການຫຼຸດຄ່ານໍ້າປະປາ 5 ເປີເຊັນ ເປັນເວລາ 3 ເດືອນ
Next Post: ເມຍຖືພາ 9 ເດືອນ ຖືກຄາດຕະກໍາເສຍຊີວິດທີ່ບ້ານນາຊູ

Related Posts

ຊີ້ແຈງຈໍານວນວັກຊິນຈາກຣັດເຊຍ ມາຮອດຕົວຈິງ ມາຮອດລາວແລ້ວ 2 ພັນໂດສ ແລະ ຈະຊ່ວຍທັງໝົດ 2 ລ້ານ ຂ່າວສານບ້ານເມືອງ
ສົດໆເຊົ້ານີ້ ເກີດເຫດ ຄົນຕົກຕົ້ນໄມ້ ເ ສ ຍ ຊີ ວິ ດ ຄາທີ່ ຂ່າວສານບ້ານເມືອງ
ມາອີກແລ້ວ ຈົດເລກໄຟຟ້າເດົາເອົາ ກາຍໄປ 600 ກວ່າກິໂລວັດໂມງ ຂ່າວສານບ້ານເມືອງ
ຂ່າວດ່ວນ! ສະຖິຕິໃໝ່ ລາວພົບຜູ້ຕິດເຊື້ອເພີ່ມ 952ຄົນ ຂ່າວສານບ້ານເມືອງ
ກະຊວງການເງິນ ກຳລັງເລັ່ງແກ້ໄຂບັນຫາງົບປະມານຮົ່ວໄຫລ  ຂ່າວສານບ້ານເມືອງ
ເຈົ້າເມືອງຊົນນະບູລີ ພ້ອມຄະນະລົງຊ່ວຍເຫຼືອອົບພະຍົບປະຊາຊົນອອກຈາກບ້ານທີ່ໄດ້ຮັບຜົນຈາກໄພນໍ້າຖ້ວມ ພ້ອມມອບເຄື່ອງບັນເທົາທຸກເບື່ອງຕົ້ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme