Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນະຄອນຫຼວງວຽງຈັນເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານປະຈໍາປີ 2020

Posted on 19/06/202019/06/2020 By All in LAOS No Comments on ນະຄອນຫຼວງວຽງຈັນເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານປະຈໍາປີ 2020

ເພື່ອສືບຕໍ່ຫັນເອົາວຽກງານເກັບລາຍຮັບເຂົ້າງົບປະມານແຫ່ງລັດເຂົ້າສູ່ລະບົບທັນສະໄໝເທື່ອລະກ້າວ,ພ້ອມທັງຮັບປະກັນໃຫ້ແກ່ການເກັບລາຍຮັບບັນລຸຕາມແຜນການ ແລະ ລື່ນແຜນການທີ່ມອບໝາຍໃຫ້. 

ໃນວັນທີ 16 ມິຖຸນາ 2020 ທີ່ພະແນກການເງິນ ນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນຮ່ວມກັບທະນະຄານການຄ້າຕ່າງປະເທດລາວ ມະຫາຊົນ, ໄດ້ເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານປະຈໍາປີ 2020.

ໂດຍການເຂົ້າຮ່ວມຂອງທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ, ທ່ານ ວົງທອງ ຄໍາກິແກ້ວ ຮອງຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ຄໍາຕັນ ສີສູນທອນ ຮອງຫົວໜ້າພະແນກບໍລິການລູກຄ້າລາຍໃຫ່ຍ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ພ້ອມດ້ວຍຄະນະ, ມີບັນດາພະນັກ ງານ, ຂະແໜງສ່ວຍສາອາກອນ ນວ , ພະແນກການເງິນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ວົງທອງ ຄໍາກິແກ້ວ ຮອງຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ວຽກງານພັດທະນາເສດຖະກິດສັງຄົມແຫ່ງຊາດແມ່ນວຽກງານໜຶ່ງທີ່ສໍາຄັນ ແລະ ເປັນພຶ້ນຖານໃຫ້ແກ່ຄາດໝາຍຂອງການພັດທະນາ, ການປະຕິບັດພັນທະເຂົ້າງົບປະມານແຫ່ງລັດແມ່ນໜ້າທີ່ຂອງທຸກພາກສ່ວນນັບທັງອົງການຈັດຕັ້ງພັກ–ລັດ, ອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດ ແລະ ພົນລະເມືອງລາວທຸກໆຄົນຕ້ອງມີສ່ວນຮ່ວມ.

ສະນັ້ນ, ການເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານປະຈໍາປີ 2020 ເພື່ອປຸກລະດົມ, ກະຕຸກຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ບັນດາອົງການຈັດຕັ້ງລັດ, ພະນັກງານລັດຖະກອນໄດ້ມາເສຍຄ່າທໍານຽມທາງ ແລະ ພາສີທີດິນປະຈໍາປີ 2020 ໃຫ້ເປັນຂະບວນຟົດຟື້ນ, ສໍາຄັນກໍ່ແມ່ນການສ້າງຂະບວນການໃຫ້ເປັນແບບຢ່າງນໍາໜ້າສະແດງເຖິງສະຕິຕື່ນຕົວ, ຄວາມສະໝັກໃຈທີ່ປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດກໍ່ຄືການສ້າງສາພັດທະນາປະເທດຊາດ.

ສະນັ້ນ, ຂໍເຊີນຊວນອົງການຈັດຕັ້ງທຸກພາສ່ວນ, ພະນັກງານລັດຖະກອນ ພໍ່ແມ່ປະຊາຊົນພ້ອມກັນມາປະ ກອບສ່ວນມອບພັນທະເຂົ້າງົບປະມານແຫ່ງລັດດ້ວຍການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນ, ຮັບປະກັນໃຫ້ໄດ້ໝາກຜົນ ແລະ ຕາມລະດັບຄາດໝາຍ. ສ່ວນແຜນການຕໍ່ໜ້າຈະເປີດຂະບວນການດັ່ງກ່າວນີ້ອີກ 13 ຈຸດທົ່ວນະຄອນຫຼວງໃນປີ 2020 ນີ້.


ຂ່າວ: ອາພັດສະລາ ຈັນທະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ຕັ້ງເປົ້າ ປີ 2025 ພົນລະເມືອງລາວຈະມີອາຍຸຍືນ ສະເລ່ຍໃຫ້ໄດ້ກາຍ 73 ປີ
Next Post: ລອດວຸດວິດ! ລົດປີ້ນທາງເຂດ ເມືອງທຸລະຄົມ

Related Posts

ສປປ ລາວ ປະເມີນຮອບດ້ານ ຕ້ານການຟອກເງິນ ແລະ ສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ຂ່າວສານບ້ານເມືອງ
ກົມ 213 ສຳເລັດການຊ້ອມຮົບ “ຄົມໃນຝັກ” ຂ່າວສານບ້ານເມືອງ
ປະຫວັດຄວາມເປັນມາຂອງ “ບຸນຫໍ່ເຂົ້າສະຫລາກ” ຂ່າວສານບ້ານເມືອງ
6ແຂວງພາກເໜືອ ສໍາມະນາການເຝົ້າລະວັງການຄົ້ນຫາພະຍາດ ແລະ ການປ້ອງກັນ ຂ່າວສານບ້ານເມືອງ
ປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານການນຳຂັ້ນສູງຂອງເມືອງປາກລາຍ ແຂວງໄຊຍະບູລີ ຂ່າວສານບ້ານເມືອງ
ຄະນະບໍລິຫານງານໜຸ່ມແຂວງບໍ່ແກ້ວ ມອບເຄື່ອງ ຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງຜາອຸດົມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme