Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຕັ້ງເປົ້າ ປີ 2025 ພົນລະເມືອງລາວຈະມີອາຍຸຍືນ ສະເລ່ຍໃຫ້ໄດ້ກາຍ 73 ປີ

Posted on 18/06/202018/06/2020 By All in LAOS No Comments on ຕັ້ງເປົ້າ ປີ 2025 ພົນລະເມືອງລາວຈະມີອາຍຸຍືນ ສະເລ່ຍໃຫ້ໄດ້ກາຍ 73 ປີ

ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ກ່າວວ່າ: ຂະແໜງການພາຍໃນ ແມ່ນໜຶ່ງໃນບັນດາຂະແໜງການ ທີ່ມີຄວາມຮັບຜິດຊອບ ໃນການຄຸ້ມຄອງພົນລະເມືອງ ໂດຍສະ ເພາະການຈົດທະບຽນການເກີດ, ຈົດທະບຽນການເສຍຊີວິດ, ຈົດທະບຽນການແຕ່ງດອງ, ຈົດທະບຽນການຢ່າຮ້າງ, ຈົດທະບຽນການປ່ຽນຊື່ ຫລື ນາມສະກຸນ, ຈົດທະບຽນການປ່ຽນສັນຊາດ ແລະ ຈົດທະ ບຽນການ ຍົກຍ້າຍຂອງພົນລະເມືອງ.

ວຽກງານຄຸ້ມຄອງພົນລະເມືອງ ກໍເປັນວຽກງານໜຶ່ງ ທີ່ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ເປັນບັນຫາສຳຄັນ. ມະຕິກອງປະຊຸມໃຫຍ່ຄັ້ງທີ X ໄດ້ວາງວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມສຳລັບ ປີ 2016-2025 ກ່ຽວກັບພົມລະເມືອງໄວ້ວ່າ:

ຮອດປີ 2030 ສິດທິຂອງພົນລະເມືອງ ມີການຮັບປະກັນວ່າດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ,

ຮອດປີ 2025 ພົນລະເມືອງລາວ ໃນເກນອາຍຸໄດ້ຮັບການສຶກສາພື້ນຖານຂັ້ນມັດທະຍົມຕົ້ນ, ປະຊາຊົນໄດ້ຮັບການບໍລິການ ດ້ານສາທາລະນະສຸກ ທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ມີອາຍຸຍືນສະເລ່ຍສູງກວ່າ 73 ປີ,

ພົນລະເມືອງໄດ້ເຂົ້າຮ່ວມລະບົບການປົກປ້ອງທາງສັງຄົມຢ່າງກວ້າງຂວາງ, ກຳລັງແຮງງານໄດ້ຮັບ ການພັດທະນາ ທັງດ້ານປະລິມານ ແລະ ຄຸນນະພາບ.

ພ້ອມກັນນີ້, ເພື່ອບັນລຸວິໄສທັດຕາມ ທີ່ໄດ້ກຳນົດໄວ້ ໃນຍຸດທະສາດວຽກງານ ການຈົດທະບຽນ ແລະ ສະຖິຕິຂອງພົນລະເມືອງ 2016-2025 ທີ່ວ່າ: ຮອດປີ 2030 ພົນລະເມືອງລາວທຸກຄົນ ຈະໄດ້ຊົມໃຊ້ການບໍລິການ ຂອງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ ຢ່າງທົ່ວເຖິງ ແລະ ມີປະສິດທິພາບ, ເຊິ່ງເປັນການເອື້ອອຳນວຍຄວາມສະດວກ ໃຫ້ແກ່ການປະຕິບັດສິດ ແລະ ຜົນປະໂຫຍດຂອງພົນລະ ເມືອງ ແລະ ສະໜັບສະໜູນການປົກຄອງທີ່ດີ,

ການພັດທະນາ ແລະ ເປົ້າໝາຍທີ່ວ່າ ທຸກຄົນໄດ້ຮັບເອກະສານທາງກົດໝາຍ ຈາກການຈົດທະບຽນການເກີດ, ການເສຍຊີວິດ ແລະ ເຫດການສຳຄັນ ໃນຊີວິດທີ່ຈຳເປັນ ເພື່ອລະບຸຕົວຕົນ, ສະຖານະພາບການເປັນ ພົນລະເມືອງ ແລະ ການປະຕິບັດສິດຕ່າງໆ, ສະຖິຕິທີ່ຖືກຕ້ອງ, ສົມບູນ ແລະ ທ່ວງທັນເວລາ ກ່ຽວກັບເຫດການທີ່ສຳຄັນ ໃນຊີວິດຂອງພົນລະເມືອງ.

ທີ່ມາ: ຂປລ

ຂ່າວສານບ້ານເມືອງ

Post navigation

Previous Post: ວາງສີລາລຶກໂຄງການກໍ່ສ້າງອາຄານສະຖາບັນຍຸຕິທໍາພາກໃຕ້ ທີແຂວງຈໍາປາສັກຢ່າງເປັນທາງການ
Next Post: ນະຄອນຫຼວງວຽງຈັນເປີດຂະບວນການເສຍຄ່າທໍານຽມທາງ ແລະ ພາສີທີ່ດິນຜ່ານລະບົບທະນາຄານປະຈໍາປີ 2020

Related Posts

ເມືອງແກ່ນທ້າວ ເປີດວົງດົນຕີລາວເດີມ ຟື້ນຟູລໍາຕັບເຕົ່າພື້ນເມືອງຈາກປູ່ສູ່ຫຼານ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 273ຄົນ ຂ່າວສານບ້ານເມືອງ
ກອງບັນຊາການທະຫານແຂວງສະຫວັນະເຂດ ມອບເງິນນະໂຍບາຍຕໍ່ພະນັກງານທີ່ພັກຜ່ອນຮັບບຳນານ ຂ່າວສານບ້ານເມືອງ
ນໍ້າຖ້ວມແລ້ວ! ບ້ານທາດນາງລາວ ເມືອງວິລະບູລີ ແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ຢຸດຕິການຕັ້ງດ່ານ ຫ້າມການເຂົ້າ-ອອກ ເມືອງຕົ້ນເຜິ້ງ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 1003ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme