Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ວາງສີລາລຶກໂຄງການກໍ່ສ້າງອາຄານສະຖາບັນຍຸຕິທໍາພາກໃຕ້ ທີແຂວງຈໍາປາສັກຢ່າງເປັນທາງການ

Posted on 18/06/202018/06/2020 By All in LAOS No Comments on ວາງສີລາລຶກໂຄງການກໍ່ສ້າງອາຄານສະຖາບັນຍຸຕິທໍາພາກໃຕ້ ທີແຂວງຈໍາປາສັກຢ່າງເປັນທາງການ

ໃນຕອນເຊົ້າວັນທີ 18 ມິຖຸນາ 2020 ນີ້,ທີເຂດພັດທະນາ ບ້ານຄອນໄຫຼ ນະຄອນປາກເຊແຂວງຈໍາປາສັກໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງອາຄານສະຖາບັນຍຸຕິທໍາພາກໃຕ້ ຢ່າງເປັນທາງການ.

ທ່ານ ໄຊສີ ສັນຕິວົງ ກໍາມະການສູນກາງພັກ #ລັດຖະມົນຕີກະຊວງຍຸຕິທໍາ,ທ່ານ ເມກສະຫວັນ ພົມພິທັກ ຮອງເລຂາພັກແຂວງ #ປະທານສະພາປະຊາຊົນແຂວງ,ມີບັນດາທ່ານການນໍາຈາກກະຊວງ, ແຂວງ, ພະແນກການກົມກອງອ້ອມຂ້າງ, ບໍລິສັດຮັບເໝົາກໍ່ສ້າງ, ຄູອາຈານ ແລະນັກສຶກສາເຂົ້າຮ່ວມ.

ໂຄງການກໍ່ສ້າງອາຄານສະຖາບັນຍຸຕິທໍາພາກໃຕ້ທີ່ຈະກໍ່ສ້າງນີ້ມີຂະໜາດກ້ວາງ 10 ແມັດ,ຍາວ 68 ແມັດ,ເປັນອາຄານ 2 ຊັ້ນ,ປະກອບດ້ວຍ 10 ຫ້ອງຮຽນ ຈາກນີ້ກໍຈະມີຫ້ອງການ,ຫ້ອງປະຊຸມ ສິ່ງອໍານວຍຄວາມສະດວກອື່ນໆ.ຊຶ່ງມີມູນຄ່າກໍ່ສ້າງທັງໝົດ 4 ຕື້ 898 ລ້ານກີບ

ໂດຍແມ່ນກະຊວງຍຸຕິທໍາເປັນເຈົ້າຂອງໂຄງການ ແລະ ຮັບເໝົາກໍ່ສ້າງໂດຍ ບໍລິສັດກໍ່ສ້າງຂົວ – ທາງ ແລະຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ, ຕາມແຜນການ ແລະສັນຍາຈະກໍ່ສ້າງຈະໃຫ້ສໍາເລັດພາຍໃນ 12 ເດືອນ ຫຼື 1 ປີ ນັບແຕ່ມື້ວາງສີລາລຶກກໍ່ສ້າງເປັນຕົ້ນໄປ.

ໂຄງການກໍ່ສ້າງອາຄານສະຖາບັນຍຸຕິທໍາພາກໃຕ້ ທີແຂວງຈໍາປາສັກຖ້າກໍ່ສ້າງສໍາເລັດອໍານວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ ກໍຄືການກໍ່ສ້າງບຸກຄະລາກອນທາງດ້ານກົດຫໝາຍໃຫ້ແກ່ແຂວງຈໍາປາສັກ,ສາລະວັນ,ເຊກອງ,ອັດຕະປື ເວົ້າລວມກໍຄື 4 ແຂວງພາກໃຕ້ຫຼາຍຂຶ້ນ.

ໂດຍ: ເກດສະໜາ ແກ້ວສຸວັນນະແສງ

ຂ່າວສານບ້ານເມືອງ

Post navigation

Previous Post: ສະໝັກດ່ວນ! ກະຊວງການເງິນ ປະກາດຮັບລັດຖະກອນໃໝ່ 30 ຄົນ
Next Post: ຕັ້ງເປົ້າ ປີ 2025 ພົນລະເມືອງລາວຈະມີອາຍຸຍືນ ສະເລ່ຍໃຫ້ໄດ້ກາຍ 73 ປີ

Related Posts

ກອງກໍ່ສ້າງຮາກຖານການເມືອງ ລົງສ້າງບ້ານດອນຊິງຊູ້ ເປັນບ້ານປ້ອງກັນຄວາມສະຫງົບດີ ຂ່າວສານບ້ານເມືອງ
ຂ່າວດ່ວນ! ແຈ້ງການ ໂຈະ ແລະ ກວດຄືນດິນເຂດປ່າສະຫງວນ ທົ່ວປະເທດ ຂ່າວສານບ້ານເມືອງ
ການປູກເຂົ້ານາປີແບບໃໝ່ສາມາດເພີ່ມຜົນຜະລິດໄດ້ເປັນ 2 ເທົ່າ ຂ່າວສານບ້ານເມືອງ
ດ່ວນເລີຍສະຫວັນນະເຂດສືບຕ່ໍເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ຊົມເຊີຍ! ມອບເຮືອນຢູ່ຖາວອນ 153 ຫລັງ ໃຫ້ປະຊາຊົນ ເມືອງສະຫນາມໄຊ ຂ່າວສານບ້ານເມືອງ
ປກສ ແຂວງອັດຕະປື ເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫລວດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme