Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ

Posted on 18/06/202018/06/2020 By All in LAOS No Comments on ມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ

ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດພິທີມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຢ່າງເປັນທາງການລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ປະທານສະພາບໍລິຫານ ທຫລ (ຜູ້ເກົ່າ) ແລະ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ, ປະທານສະພາບໍລິຫານ ທຫລ (ຜູ້ໃໝ່) ໃນວັນທີ 18 ມິຖຸນາ 2020 ໂດຍມີກໍາມະການສະພາບໍລິຫານ ທຫລ, ຄະນະຜູ້ວ່າການ ທຫລ ແລະ ບັນດາກົມ-ທຽບເທົ່າກົມ ເຂົ້າຮ່ວມ.


ການຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຜູ້ໃໝ່ ແລະ ກໍາມະການສະພາບໍລິຫານຊຸດໃໝ່ໃນຄັ້ງນີ້, ປະກອບດ້ວຍບັນດາຄະນະນໍາທີ່ມາຈາກ ຂະແໜງການກ່ຽວຂ້ອງກັບການເຄື່ອນ ໄຫວຂອງທະນາຄານ ແລະ ມາຈາກສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ ແລະ ຈາກມະຫາວິ ທະຍາໄລແຫ່ງຊາດ ໂດຍໄດ້ປະຕິບັດຕາມກົດໝາຍວ່າດ້ວຍ ທຫລ ສະບັບເລກທີ 47/ສພຊ, ລົງວັນທີ 19/6/2018; ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 102/ນຍ, ລົງວັນທີ 31/1/2020 ວ່າດ້ວຍການແຕ່ງຕັ້ງສະພາບໍລິຫານ ທຫລ ເຊິ່ງເປັນການຈັດຕັ້ງບໍລິຫານສູງສຸດ

ໃນການຕົກລົງ ແລະ ຮັບຮອງເອົາບັນຫາທີ່ສຳຄັນຕ່າງໆ ທີ່ຕິດພັນກັບການເຄື່ອນໄຫວໜ້າທີ່ການ ເມືອງຂອງ ທຫລ ເປັນຕົ້ນແຜນເງິນຕາແຫ່ງຊາດ ເພື່ອສະເໜີລັດຖະບານພິຈາລະນາ ແລະ ສະ ເໜີຕໍ່ສະພາແຫ່ງຊາດຮັບຮອງ, ບົດລາຍງານການເຄື່ອນໄຫວວຽກງານປະຈຳປີ ແລະ ທິດທາງໃນປີຕໍ່ໄປ, ການຈັດຕັ້ງປະຕິບັດແຜນງົບປະມານລາຍຮັບ-ລາຍຈ່າຍປະຈໍາປີ ແລະ ທິດທາງໃນປີຕໍ່ໄປ ເພື່ອສະເໜີນາຍົກລັດຖະມົນຕີ ພິຈາລະນາອະນຸມັດ, ພ້ອມນີ້, ຍັງມີໜ້າທີ່ຮັບຮອງເອົານະໂຍບາຍ ແລະ ລະບຽບການທີ່ສຳຄັນພາຍໃນຂອງ ທຫລ.

ຂ່າວ-ພາບ: ຣັດສະໝີ ດວງສັດຈະ

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າ ສຳລັບກຸ່ມ ຜູ້ຊົມໃຊ້ໄຟແຕ່ 151-461 Kwh
Next Post: ສະໝັກດ່ວນ! ກະຊວງການເງິນ ປະກາດຮັບລັດຖະກອນໃໝ່ 30 ຄົນ

Related Posts

ຄະນະສະເພາະກິດ ຮຽກຮ້ອງໃຫ້ທຸກຄົນປະຕິບັດມາດຕະການຜ່ອນຜັນໃໝ່ຢ່າງເຂັ້ມງວດ ຂ່າວສານບ້ານເມືອງ
ປາຕາຍຢູ່ນໍ້າລີກເຂດເມືອງກາສີ ຍ້ອນການຮົ່ວໄຫຼຂອງສານເຄມີຈາກບໍລິສັດກໍ່ສ້າງ ຂ່າວສານບ້ານເມືອງ
ແຮງງານລາວ ທີ່ເຂົ້າມາແຂວງຄຳມ່ວນ ໄດ້ຮັບການກວດເຊື້ອ ໂ ຄ ວິ ດ ແລະ ເຂົ້າສູນຈຳກັດບໍລິເວນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 282ຄົນ ຂ່າວສານບ້ານເມືອງ
ພັກ ປປ ລາວ ຖືສຳຄັນສ້າງການຫັນປ່ຽນໃໝ່ ທີ່ເປັນລະບົບຄົບຊຸດ-ຕໍ່ເນື່ອງ ຂ່າວສານບ້ານເມືອງ
[:la]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:en]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:] ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme