Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າ ສຳລັບກຸ່ມ ຜູ້ຊົມໃຊ້ໄຟແຕ່ 151-461 Kwh

Posted on 18/06/202018/06/2020 By All in LAOS No Comments on ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າ ສຳລັບກຸ່ມ ຜູ້ຊົມໃຊ້ໄຟແຕ່ 151-461 Kwh

ລັດຖະບານ ຕົກລົງໃຫ້ປະຕິບັດນະໂຍບາຍລາຄາໄຟຟ້າ ສຳລັບກຸ່ມ ຜູ້ຊົມໃຊ້ໄຟແຕ່ 151-461 ກິໂລວັດຕໍ່ເດືອນ ໄລຍະການລະບາດຂອງໂຄວິດ-19

ຂປລ. ໃນວັນທີ 18 ມິຖຸນາ 2020, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ພ້ອມດ້ວຍ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຈັນທະບູນ ສຸກອາລຸນ ຜູ້ວ່າການອຳນວຍການລັດວິສາຫະກິດໄຟຟ້າລາວ ໄດ້ຖະແຫລງຂ່າວ ກ່ຽວກັບການຊີ້ນຳຂອງກອງປະຊຸມລັດຖະບານ ຕໍ່ກັບການປັບປຸງໂຄງສ້າງລາຄາໄຟຟ້າ ໃນໄລຍະ 2020 ຫາ 2025 ແລະ ການປະຕິບັດນະໂຍບາຍລາຄາໄຟຟ້າຕໍ່ບາງກຸ່ມຜູ້ໃຊ້ໄຟຟ້າ ໃນໄລຍະການແຜ່ລະບາດຂອງພະ ຍາດ ໂຄວິດ-19.

ທ່ານ ຈະເລີນ ເຢຍປາວເຮີ ໄດ້ຖະແຫລງວ່າ: ພາຍຫລັງປະກາດໃຊ້ນະໂຍບາຍໂຄງສ້າງລາຄາໄຟຟ້າໃໝ່ ລາຄາດຽວມານີ້, ກໍ່ໄດ້ມີຫາງສຽງສັງຄົມທີ່ສະໜັບສະໜູນ ແລະ ຂັດຂ້ອງຈົ່ມວ່າຕ່າງໆນາໆ. ດ້ວຍຄວາມເປັນຫ່ວງເປັນໄຍຂອງສູນກາງພັກ, ລັດຖະບານ ແລະ ສະພາແຫ່ງຊາດ, ລັດຖະບານ ຈຶ່ງໄດ້ນຳເອົາບັນຫາດັ່ງກ່າວ ມາພິຈາລະນາກວດກາຄືນໃໝ່ ໃນກອງປະຊຸມລັດຖະບານ ຄັ້ງວັນທີ 17 ມິຖຸນາ 2020 ນີ້.

ກອງປະຊຸມລັດຖະບານ ກໍ່ໄດ້ຕີລາຄາສູງຕໍ່ຄວາມຄິດຄວາມເຫັນ ທີ່ສ້າງສັນ ແລະ ເປັນປະໂຫຍດຂອງສັງຄົມ, ພິຈາລະນາ ກວດກາຄືນ ແລະ ຊີ້ນຳ ໃຫ້ຂະແໜງການກ່ຽວຂ້ອງມີການຄົ້ນຄວ້າ, ປັບປຸງໂຄງສ້າງລາຄາໄຟຟ້າໃໝ່ນີ້ຕື່ມ ໃຫ້ສອດຄ່ອງໃຫ້ປະຕິບັດນະໂຍບາຍ ຫລຸດອັດຕາລາຄາໄຟຟ້າ ສຳລັບກຸ່ມເປັນຕົ້ນແມ່ນ ຜູ້ໃຊ້ໄຟ ແຕ່ 151-461 ກິໂລວັດໂມງຕໍ່ເດືອນ ດ້ວຍລະດັບແຕກຕ່າງກັນ ລາຍລະອຽດແມ່ນໃຫ້ໄຟຟ້າລາວ ເປັນຜູ້ຄິດໄລ່ຕົວຈິງ, ສ່ວນກຸ່ມອື່ນໃຫ້ປະ ຕິບັດຕາມອັດຕາທີ່ໄດ້ປະກາດໃຊ້ແລ້ວ ເພາະໄດ້ມີສ່ວນຫລຸດຢູ່ແລ້ວ.

ນະໂຍບາຍດັ່ງກ່າວ, ໃຫ້ປະຕິ ບັດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 (ເດືອນເມສາ, ພຶດສະພາ ແລະ ມິຖຸນາ) ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນໍາລັດວິສາຫະກິດໄຟຟ້າໄລ່ລຽງຄືນ ແລະ ຈັດຕັ້ງປະຕິ ບັດໃຫ້ຖືກຕ້ອງສອດຄ່ອງ, ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າປັບປຸງສິ່ງທີ່ບໍ່ສອດຄ່ອງ ແລະ ປະເມີນການປະຕິບັດລາຄາໄຟຟ້າໃໝ່ ຕາມແຈ້ງການ ສະບັບເລກທີ 394/ຫສນຍ, ລົງວັນທີ 19 ມີນາ 2020 ແລ້ວລາຍງານລັດຖະບານ ພິຈາລະນາ, ໃຫ້ປະຕິບັດນະໂຍບາຍຫລຸດຄ່າໄຟຟ້າ 15% ໃຫ້ແກ່ພະນັກງານແພດ-ໝໍ ທີ່ເຮັດວຽກປິ່ນປົວ ແລະ ໃກ້ ຊິດໂດຍກົງກັບຜູ້ຕິດເຊື້ອພະຍາດໂຄວິດ-19 ຕາມການຄົ້ນຄວ້າ ແລະ ສະເໜີຂອງກະຊວງສາທາລະ ນະສຸກ ໂດຍຈິດໃຈຂອງກອງປະຊຸມ ຢາກໃຫ້ຄິດໄລ່ເປັນເງິນສົດ ແລະ ມອບໃຫ້ກະຊວງສາທາລະນະສຸກ ເປັນຜູ້ມອບໃຫ້ແກ່ແພດ-ໝໍດັ່ງກ່າວ, ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ນຳລັດວິສາຫະກິດໄຟຟ້າລາວ ລົງກວດກາ ແລະ ຊຸກຍູ້ບັນດາໜ່ວຍງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃຫ້ຍົກສູງຄວາມຮັບຜິດຊອບ ໃນປະຕິບັດໜ້າທີ່ວຽກງານຢ່າງເຂັ້ມງວດ, ບໍລິສຸດ, ສັດຊື່, ໂປ່ງໃສ.

ພ້ອມນັ້ນ, ກໍ່ຕ້ອງເດັດດ່ຽວແກ້ໄຂ ປະກົດການຫຍໍ້ທໍ້ທີ່ລະເມີດລະບຽບການ, ບໍ່ໂປ່ງໃສໃຫ້ທັນເວລາ. ຜູ້ຊົມໃຊ້ໄຟ ຟ້າທຸກຄົນ ທຸກຄົວເຮືອນ ກໍ່ຕ້ອງຕື່ນຕົວເຄົາລົບລະບຽບ, ກົດໝາຍ, ປະຕິບັດສິດ ແລະ ພັນທະຂອງຕົນໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ເຂົ້າຮ່ວມຕິດຕາມກວດກາ ການເຄື່ອນໄຫວປະຕິບັດໜ້າທີ່ຂອງພະ ນັກງານໄຟຟ້າລາວ, ຖ້າຫາກເຫັນວ່າ ມີປະກົດການບໍ່ໂປ່ງໃສ, ລະເມີດລະບຽບ-ກົດໝາຍ ກໍ່ໃຫ້ນຳສະ ເໜີສ່ອງແສງແບບສ້າງສັນ ໃຫ້ອົງການກ່ຽວຂ້ອງຂັ້ນເທິງພິຈາລະນາແກ້ໄຂຢ່າງທັນການ.

ທ່ານ ຈະເລີນ ເຢຍປາວເຮີ ກ່າວຕື່ມວ່າ: ບັນດາເນື້ອໃນທີ່ກ່າວມານັ້ນ,ແມ່ນຈິດໃຈຊີ້ນຳ ຂອງກອງປະຊຸມລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ຕໍ່ການປັບປຸງ ແລະ ຈັດຕັ້ງປະຕິບັດ ໂຄງສ້າງລາຄາໄຟຟ້າໃໝ່ 2020-2025 ແລະ ນະໂຍບາຍລາຄາໄຟຟ້າ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

ສະນັ້ນ, ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ກຳມະກອນ, ປະຊາຊົນບັນດາເຜົ່າ, ນັກທຸລະກິດ ທັງພາກລັດ ແລະ ເອກະຊົນ ລວມທັງຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ດຳລົງຊີວິດຢູ່ ສປປ ລາວ ຈົ່ງຮັບຊາບ ແລະ ຮ່ວມມືປະຕິບັດໃຫ້ປະກົດຜົນເປັນຈິງ, ຖ້າຫາກມີບັນຫາໃດຍັງຂັດຂ້ອງໝອງໃຈ ຫລື ເຫັນວ່າຍັງບໍ່ທັນສອດຄ່ອງ ກໍ່ໃຫ້ສະເໜີຢ່າງຈິງໃຈຕໍ່ລັດຖະບານ, ຂະແໜງກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ເພື່ອພິຈາລະນາແກ້ໄຂຕາມກົດໝາຍ, ລະບຽບການ ແລະ ນະໂຍ ບາຍຂອງພັກ ແລະ ລັດເຮົາ.

ຂ່າວ ສົມຫວັງ ພາບ ຂັນໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ດ່ານສາກົນບໍ່ເຕ່ນລາວສືບຕໍ່ປະຕິບັດຄໍາສັ່ງລັດຖະບານຢ່າງເຂັ້ມງວດ ເພື່ອບໍ່ໃຫ້ມີການແຜ່ລະບາດໂຄວິດ-19ຄືນໃໝ່.
Next Post: ມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ

Related Posts

ຊາວໜຸ່ມທະຫານແຂວງອຸດົມໄຊລົງຊ່ວຍເຫຼືອປະຊາຊົນບ້ານໂຮມສຸກທີ່ຖືກອັກຄີໄພ ຂ່າວສານບ້ານເມືອງ
ໂປ່ງໃສ! ລັດຖະບານ ອານຸມັດງົບ ສຸກເສີນສູ້ໄພ ໂຄວິດ-19 ຈໍານວນ 2 ຄັ້ງແລ້ວ ມູນຄ່າ 30 ຕື້ກີບ ຂ່າວສານບ້ານເມືອງ
ອັບເດດສະພາບທາງດິນເຈື່ອນ 13 ເໜືອ ທີ່ເມືອງກາສີ 23/8/2020 ຂ່າວສານບ້ານເມືອງ
ເຄີຍຕິດ ຄ ຸ ກ ມາເເລ້ວອອກມາຍັງເຮັດຄືເກົ່າໄດ້ເຂົ້າໄປອີກ ຂ່າວສານບ້ານເມືອງ
ຄລິບສຸດທ້າຍທີ່ເຫັນພໍ່ຕູ້ພວງ ກ່ອນຫາຍສາບສູນ 7 ມື້ແລ້ວ ຂ່າວສານບ້ານເມືອງ
ປະທານສະພາແຫ່ງຊາດເຄື່ອນໄຫວຢ້ຽມຢາມເຂດພັດທະນາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme