Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ດ້ານການນໍາໃຊ້ ລະບົບຖານຂໍ້ມູນປັບປຸງໃໝ່ແບບລະບົບອອນລາຍ

Posted on 15/06/202015/06/2020 By News No Comments on ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ດ້ານການນໍາໃຊ້ ລະບົບຖານຂໍ້ມູນປັບປຸງໃໝ່ແບບລະບົບອອນລາຍ

ໃນລະຫວ່າງວັນທີ 8-12 ມິຖຸນາ 2020, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດການຝຶກອົບຮົມກ່ຽວກັບການນໍາໃຊ້ລະບົບຖານຂໍ້ມູນປັບປຸງໃໝ່ ຂຶ້ນທີ່ນະຄອນຫຼວງວຽງຈັນ ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງຄວາມອາດສາມາດໃຫ້ແກ່ພະນັງານຕິດຕາມ-ປະເມີນຜົນຂັ້ນສູນກາງ ແລະ ແຂວງ ຜູ້ທີ່ມີຄວາມຮູ້ພື້ນຖານກ່ຽວກັບລະບົບ ເຕັກໂນໂລຊີ ຂໍ້ມູນຂ່າວສານ ທີ່ມາຈາກແຂວງຫຼວງພະບາງ ແລະ ແຂວງສະຫວັນນະເຂດ ເພື່ອເປັນຄູຝຶກໃຫ້ພະນັກງານ ທລຍ ຂັ້ນແຂວງ, ເມືອງ ແລະ ບ້ານ ຢູ່ 10 ແຂວງ, 35 ເມືອງເປົ້າໝາຍຂອງ ທລຍ ໃນໄລຍະຕໍ່ໄປ.
ໃນການຝຶກອົບຮົມໃນຄັ້ງນີ້ປະກອບມີຫຼາຍຫົວຂໍ້ກ່ຽວກັບການນໍາໃຊ້ ແລະ ປັບປຸງຖານຂໍ້ມູນເຊັ່ນ:

Image may contain: 5 people, people sitting and text

1 ຂໍ້ມູນທີ່ນໍາໃຊ້ເຂົ້າໃນວຽກງານປະເມີນຜົນໄດ້ຮັບໂຄງການ
2 ພາລະໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ້ປ້ອນຂໍ້ມູນ
3 ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນກ່ອນເອົາເຂົ້າສູ່ລະບົບອອນລາຍ

ຜ່ານການຝຶກອົບຮົມເປັນເວລາ 5 ວັນເຕັມ ເຫັນວ່າ ນັກສໍາມະນາກອນ ມີຄວາມຮູ້ພຽງພໍ ແລະ ພ້ອມທີ່ຈະໄປຝຶກອົບຮົມຕໍ່ໃຫ້ແກ່ພະນັກງານ ທລຍ ຢູ່ບັນດາແຂວງ, ເມືອງ ແລະ ບ້ານເປົ້າໝາຍ ໃນເດືອນກໍລະກົດ 2020.

ຂ່າວສານບ້ານເມືອງ

Post navigation

Previous Post: 59 ມື້ແລ້ວ! ທີ່ ລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດ-19
Next Post: ດ່ານສາກົນບໍ່ເຕ່ນລາວສືບຕໍ່ປະຕິບັດຄໍາສັ່ງລັດຖະບານຢ່າງເຂັ້ມງວດ ເພື່ອບໍ່ໃຫ້ມີການແຜ່ລະບາດໂຄວິດ-19ຄືນໃໝ່.

Related Posts

ຂ່າວດ່ວນ! ເມືອງຊຽງຮ່ອນ ການປະກາດເຂດໂລກລະບາດພະຍາດອະຫິວາໝູອາຟຣິກາໃນຂອບເຂດທົ່ວເມືອງ ຂ່າວສານບ້ານເມືອງ
ເຕືອນການສັນຈອນ ທາງຂາດ ແຄມຂອງ ບ້ານເກົ້າລ້ຽວ ຊອດໄປທາງເມືອງເກົ່າ ແຂວງຄຳມ່ວນ ຂ່າວສານບ້ານເມືອງ
ສະຫວັນນະເຂດກັບໃບຫນ້າໃຫມ່ແຄມຂອງໃນນະຄອນໄກສອນ ພົມວິຫານມີແນວປ່ຽນແປງ ຂ່າວສານບ້ານເມືອງ
ຈີ​ນ​ຊ່ວຍ​ເຫຼືອ​ອຸ​ປະ​ກອນ​ປິ່ນ​ປົວມອບໂດຍ ນະຄອນຄຸນຫມິງ ສປ ຈີນ ໃຫ້ແກ່ນະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ໂຄວິດ-19 ຂ່າວສານບ້ານເມືອງ
ທາດນາງສາມຜິວຕໍານານຈາກຈໍາປາສັກ ສູ່ ໄຊຍະບູລີ ຂ່າວສານບ້ານເມືອງ
ຈັບມາລົງໂທດ! ຝ່າຝືນຄໍາສັ່ງ ຫ້າມເປີດຮ້ານອິນເຕີເນັດ ຮ້ານເກມ! ຊົມເຊີຍເຈົ້າໜ້າທີ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme