Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈີນ ເຜີຍແຜ່ປື້ມປົກຂາວທີ່ມີຫົວຂໍ້ວ່າ “ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19”

Posted on 08/06/202014/06/2020 By News No Comments on ຈີນ ເຜີຍແຜ່ປື້ມປົກຂາວທີ່ມີຫົວຂໍ້ວ່າ “ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19”

ອີງຕາມຂ່າວ CRI-FM93. ໃນວັນທີ 7 ມິຖຸນານີ້, ຫ້ອງການຖະແຫລງຂ່າວລັດຖະບານຈີນ ໄດ້ເຜີຍແຜ່ປື້ມປົກຂາວທີ່ມີຫົວຂໍ້ວ່າ “ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19” ເຊິ່ງເປັນເອກະສານສຳຄັນທີ່ໄດ້ບັນທຶກຂະບວນການຕ້ານກັບພະຍາດທີ່ລຳບາກຂອງຈີນ ຕາມສະພາບຕົວຈິງ, ມີໂຕໜັງສືປະມານ 37.000 ໂຕ.

ປື້ມປົກຂາວ ດັ່ງກ່າວລະບຸວ່າ: ພະຍາດໂຄວິດ-19 ແມ່ນພະຍາດທີ່ແພ່ລະບາດຢ່າງໃຫຍ່ໃນທົ່ວໂລກທີ່ໄດ້ສ້າງຜົນກະທົບທີ່ກວ້າງຂວາງທີ່ສຸດໃຫ້ແກ່ມວນມະນຸດ ເຊິ່ງບໍ່ເຄີຍມີມາກ່ອນໃນເກືອບ 100 ປີ. ໂດຍຜະເຊີນໜ້າກັບພະຍາດທີ່ເກີດຂຶ້ນຢ່າງກະທັນຫັນ ແລະ ຮ້າຍແຮງ, ຈີນໄດ້ເປີດບັ້ນປ້ອງກັນ ຄວບຄຸມພະຍາດຢ່າງເດັດຂາດ. ຈີນ ໄດ້ໃຊ້ທຸກມາດຕະການ, ຍອມເສຍສະຫລະທຸກສິ່ງຢ່າງ ເພື່ອປິ່ນປົວຄົນເຈັບ ແລະກອບກູ້ຊີວິດ.

Image may contain: one or more people

ນັບມາຮອດວັນທີ 31 ພຶດສະພາ 2020 ນີ້, ອັດຕາປິ່ນປົວໃຫ້ຫາຍຂາດຂອງຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ພາຍໃນປະເທດຈີນ ມີເຖິງ 94,3%. ການຢາ ແລະ ແພດພື້ນເມືອງຈີນ ໄດ້ເສີມຂະຫຍາຍບົດບາດສຳຄັນໃນການຕ້ານພະຍາດຄັ້ງນີ້. ນັບມາຮອດໄລຍະກາງເດືອນເມສາ, ສະຖາບັນແພດພື້ນເມືອງຈີນ ແຫ່ງຕ່າງໆໄດ້ສົ່ງຊ່ຽວຊານແພດໝໍ 4.900 ຄົນໄປສະໜັບສະໜູນ ແຂວງຫູເປີຍ, ການຢາ ແລະແພດພື້ນເມືອງຈີນ ໄດ້ມີສ່ວນຮ່ວມໃນການປິ່ນປົວຄົນເຈັບໄດ້ກວມເຖິງ 92%.
ຈີນ ຍຶດໝັ້ນທັດສະນະປະຊາຄົມຮ່ວມຊະຕາກຳຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ, ແບກຫາບໜ້າທີ່ຮັບຜິດຊອບຂອງປະເທດໃຫຍ່ ໂດຍສູ້ຊົນແບບຄຽງບ່າຄຽງໄຫລ່ກັບປະເທດອື່ນເພື່ອຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ. ນັບມາຮອດປັດຈຸບັນ, ຈີນ ໄດ້ໃຫ້ການຊ່ວຍເຫລືອ ຫລື ພວມໃຫ້ການຊ່ວຍເຫລືອເພື່ອຕ້ານກັບພະຍາດ ໃນ 150 ປະເທດ ແລະ 4 ອົງການຈັດຕັ້ງສາກົນ.

ຂ່າວສານບ້ານເມືອງ

Post navigation

Previous Post: ຮຽກຮ້ອງໃຫ້ຜູ້ໄປທ່ອງທ່ຽວເມືອງ ວັງວຽງ ເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19
Next Post: ຈັບເປັນແກ້ງເລີຍ ພ້ອມຢາບ້າ 100.000 ກວ່າເມັດ

Related Posts

ປະກາດຫາຍາດຜູ່ເສຍຊີວິດ ເຫດລົດໃຫຍ່ຕຳຄົນຍ່າງຂ້າມທາງ ເສຍຊີວິດ 2 ຄົນ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ເຂົ້າຫອບຊຽນໄພ້ໄປສຶກສາອົບຮົມ ຂ່າວສານບ້ານເມືອງ
ລົດປີ້ນທີ່ປາກຊ່ອງ! ໂຊເຟີປອດໄພ ຂ່າວສານບ້ານເມືອງ
ເມືອງລະຄອນເພັງ ປ່ອຍປາຄືນສູ່ທຳມະຊາດ 35.000 ໂຕ ຂ່າວສານບ້ານເມືອງ
ແຂວງສະຫວັນນະເຂດ ປ່ອຍແຂ້ນ້ອຍພັນພື້ນເມືອງລາວຄືນສູ່ທໍາມະຊາດ ຂ່າວສານບ້ານເມືອງ
ປະໝາດບໍ່ໄດ້! ເສຍຊີວິດເພີ່ມອີກ 1 ຍ້ອນໄຂ້ຍຸງລາຍ ລວມເປັນ 8 ຄົນແລ້ວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme