Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮຽກຮ້ອງໃຫ້ຜູ້ໄປທ່ອງທ່ຽວເມືອງ ວັງວຽງ ເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19

Posted on 08/06/202014/06/2020 By News No Comments on ຮຽກຮ້ອງໃຫ້ຜູ້ໄປທ່ອງທ່ຽວເມືອງ ວັງວຽງ ເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19

ອົງການປົກຄອງເມືອງວັງວຽງ, ແຂວງວຽງຈັນ ຈະໃຫ້ຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງເມືອງ ເພີ່ມຄວາມເອົາ ໃຈໃສ່ ເຄື່ອນໄຫວຕິດຕາມສະພາບຄວາມເປັນລະບຽບຮຽບຂອງການທ່ອງທ່ຽວພາຍໃນເມືອງໃຫ້ເຂັ້ມງວດກ່ວາເກົ່າ ຫລັງຈາກສະພາບການທ່ອງທ່ຽວກັບມາຄຶກຄື້ນອີກຄັ້ງ ແຕ່ມີນັກທ່ອງທ່ຽວພາຍໃນປະເທດຈໍານວນຫລາຍສົມຄວນບໍ່ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກໍານົດໄວ້.

Image may contain: sky, cloud, car, outdoor and nature

ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດວ່າ: ຫລັງຈາກທີ່ລັດຖະບານ ມີມາດຕະການຜ່ອນພັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວພາຍໃນປະເທດເດີນທາງໄປທ່ອງທ່ຽວຢູ່ເມືອງວັງວຽງ ເປັນຈໍານວນຫລວງ ຫລາຍ ໂດຍສະເພາະໃນໄລຍະທ້າຍເດືອນພຶດສະພາ ຜ່ານມາ ເນື່ອງຈາກເປັນໄລຍະພັກຍາວ ເຮັດໃຫ້ຢູ່ຕາມໂຮງ ແຮມ-ເຮືອນພັກ, ຮ້ານອາຫານ ແລະ ບັນດາສະ ຖານທີ່ທ່ອງທ່ຽວສໍາຄັນເຕັມໄປດ້ວຍນັກທ່ອງທ່ຽວ. ນີ້ຖືເປັນພາບພົດອັນດີທີ່ບົ່ງບອກວ່າການທ່ອງທ່ຽວຢູ່ເມືອງວັງວຽງ ເລີ່ມກັບມາຄຶກຄື້ນອີກຄັ້ງ. ຢ່າງໃດກໍ່ຕາມ ມີນັກທ່ອງທ່ຽວຈໍານວນຫລາຍສົມຄວນ ໄດ້ນໍາເອົາອາຫານ-ເຄື່ອງດື່ມ ແລະ ເຄື່ອງສຽງໃສ່ລົດສ່ວນຕົວແລ້ວໄປຈອດຢູ່ຕາມສະ ຖານທີ່ທ່ອງທ່ຽວສໍາຄັນ ໂດຍສະເພາະຢູ່ຖະໜົນແຄມນໍ້າຊອງທີ່ສ້າງຂຶ້ນໃໝ່ ແລ້ວເປີດເພັງເນືອງນັນ ແລະ ມົ່ວສຸມຊຸມແຊວຢ່າງລື່ນເລີງ ສົ່ງຜົນກະທົບຕໍ່ຜູ້ອື່ນທີ່ຕ້ອງການໄປພັກຜ່ອນແບບສະຫງົບ. ນອກຈາກນີ້ ຍັງຜິດຕໍ່ລະບຽບການທີ່ຄະນະສະເພາະກິດກໍານົດໄວ້ ຍ້ອນບໍ່ມີມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ດີ.

Image may contain: one or more people, outdoor and nature

ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ອົງການປົກຄອງເມືອງ ຈະໃຫ້ຄະນະຮັບຜິດຊອບທີ່ກ່ຽວຂ້ອງເຄື່ອນໄຫວກວດກາຢູ່ບັນດາຫົວໜ່ວຍບໍລິ ການ ແລະ ສະຖານທີ່ທ່ອງທ່ຽວພາຍໃນເມືອງ ເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19 ໃຫ້ເຂັ້ມງວດກ່ວາເກົ່າ ຈົນກ່ວາຈະໝົດເດືອນມິຖຸນານີ້ ຫລື ຈົນກ່ວາຄະນະສະເພາະກິດຈະມີມາດຕະການໃໝ່ອອກມາ. ຢ່າງໃດກໍ່ຕາມ ທ່ານໄດ້ຮຽກຮ້ອງມາຍັງນັກທ່ອງທ່ຽວທຸກຄົນທີ່ຈະເດີນ ທາງໄປທ່ອງທ່ຽວຢູ່ເມືອງວັງວຽງໃນໄລຍະນີ້ ຕ້ອງເປັນເຈົ້າການປ້ອງກັນພະຍາດໂຄວິດ-19 ໃຫ້ເຄັ່ງຄັດກ່ວາເກົ່າ, ຖ້າຈະໃຫ້ແຕ່ອົງການປົກຄອງເມືອງ ກໍ່ຄື ບັນດາຜູ້ປະກອບການດ້ານການທ່ອງ ທ່ຽວພາຍໃນເມືອງ ຈັດຕັ້ງປະຕິບັດພຽງຝ່າຍດຽວແມ່ນເປັນໄປບໍ່ໄດ້ ເພາະການປ້ອງ ກັນພະຍາດຊະນິດນີ້ຖືເປັນໜ້າທີ່ຂອງໝົດທຸກຄົນ.

Image may contain: tree, outdoor and nature
ຂ່າວສານບ້ານເມືອງ

Post navigation

Previous Post: ການກໍ່ສ້າງເສັ້ນທາງແຫຼ່ງທ່ອງທ່ຽວຖ້ຳຈອມອອງຈະສໍາເລັດທ້າຍເດືອນນີ້
Next Post: ຈີນ ເຜີຍແຜ່ປື້ມປົກຂາວທີ່ມີຫົວຂໍ້ວ່າ “ການເຄື່ອນໄຫວຂອງຈີນ ເພື່ອຕ້ານກັບພະຍາດໂຄວິດ-19”

Related Posts

ຂ່າວໂຄວິດ! ຕິດເຊື້ອມື້ນີ້ +2ຄົນ ທັງໝົດແມ່ນຢູ່ນະຄອນຫຼວງ ຂ່າວສານບ້ານເມືອງ
ສປປລາວ ສົ່ງແຮງງານ ກໍາປູເຈຍ 4 ຄົນທີ່ເຂົ້າມາປະເທດລາວຢ່າງຜິດກົດໝາຍ ກັບຄືນປະເທດ ຂ່າວສານບ້ານເມືອງ
ຊົມເຊີຍ! ທີມງານແພດໜໍ ແລະ ພະຍາບານແຂວງບໍລິຄໍາໄຊ ສໍາເລັດການປິ່ວປົວຜູ້ຕິດເຊຶ້ອໂຄວິດ ຄົນທໍາອິດ ຂ່າວສານບ້ານເມືອງ
ເລື່ອນຊັ້ນ ແລະ ແຕ່ງຕັ້ງໜ້າທີ່ໃຫ້ທະຫານກອງບັນຊາການ ທະຫານແຂວງຫຼວງພະບາງ ຂ່າວສານບ້ານເມືອງ
ຫ້ອງອັດບ້ານນາ ແຕ່ຍອດວິວບ້າໄປແລ້ວ! ເປົ້າຮ້ອຍລ້ານວິວ ຂ່າວສານບ້ານເມືອງ
WhatsApp ດ່ວນ ແຈ້ງເຫດປະກົດການຫຍໍ້ທໍ້ ແລະ ຂໍການຊ່ວຍເຫຼືອ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme