Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການກໍ່ສ້າງເສັ້ນທາງແຫຼ່ງທ່ອງທ່ຽວຖ້ຳຈອມອອງຈະສໍາເລັດທ້າຍເດືອນນີ້

Posted on 08/06/202014/06/2020 By News No Comments on ການກໍ່ສ້າງເສັ້ນທາງແຫຼ່ງທ່ອງທ່ຽວຖ້ຳຈອມອອງຈະສໍາເລັດທ້າຍເດືອນນີ້

ໂຄງການກໍ່ສ້າງເສັ້ນທາງໄປຫາຖ້ຳຈອມອອງ ຈະໃຫ້ສໍາເລັດແນ່ນອນໃນທ້າຍເດືອນມີຖຸນາ ນີ້, ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມແຕ່ເດືອນ ກຸມພາ 2018 ແລະ ປະຈຸບັນສຳເລັດແລ້ວ 98%.

Image may contain: sky, cloud, tree, mountain, outdoor and nature
Image may contain: tree, plant, sky, outdoor and nature

ທ່ານ ບຸນກວມ ມິດເມືອງໄຊ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອຸດົມໄຊ ພ້ອມດ້ວຍຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ໄດ້ລົງຕິດຕາມ ກວດກາ ຫວ່າງບໍດົນມານີ້ ຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກໄປຫາຖ້ຳຈອມອອງ ໄດ້ລາຍງານເມື່ອບໍ່ດົນມານີ້ວ່າ: ໂຄງການດັ່ງກ່າວ ແມ່ນການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ແຕ່ບ້ານຫ້ວຍອຸ່ນ ໄປຫາຖ້ຳຈອມອອງ ເຊິ່ງມີຄວາມຍາວທັງໝົດ 40 ກິໂລແມັດ, ພາຍຫຼັງສໍາເລັດທາງດັ່ງກ່າວ ແມ່ນຈະຊ່ວຍອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ ແລະ ການເຄື່ອນໄຫວຂອງນັກທ່ອງທ່ຽວໄປຫາຖໍ້າດັ່ງກ່າວ.

Image may contain: people sitting, tree, plant, bridge, outdoor and nature
Image may contain: plant, outdoor, water and nature

ສໍາລັບ ອ້ອມຂ້າງຖ້ຳຈອມອອງ ແມ່ນໄດ້ປັບປຸງສິ່ງອຳນວຍຄວາມສະດວກ ເຊັ່ນ: ໄຟຟ້າ, ຂັ້ນໄດ, ຮາວຈັບເຂົ້າຖໍ້າ, ຫ້ອງນໍ້າ, ຮ້ານອາຫານ ແລະ ອຶ່ນໆ ໄດ້ສໍາເລັດ 100% ແລ້ວ ເພື່ອກຽມພ້ອມບໍລິການນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ຂ່າວ: ວຽງຈັນທາຍ

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ທັງ 5 ເມືອງ ຂອງແຂວງໄຊສົມບູນ ມອບອາວຸດລ່າເນື້ອ, ທາດແຕກ ແລະ ໝໍ້ຊ໋ອດ ໃຫ້ ປກສ ແຂວງ
Next Post: ຮຽກຮ້ອງໃຫ້ຜູ້ໄປທ່ອງທ່ຽວເມືອງ ວັງວຽງ ເພີ່ມຄວາມເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19

Related Posts

ບັນລຸທຸກຄຳສັນຍາທີ່ໃຫ້ໄວ້ກັບເມຍ 10 ປີກ່ອນ ຈາກຜູ້ຊາຍຈົນໆ ທີ່ນ້ອງຍອມສູ້ ແລະ ຝາກຊີວິດນຳ ຈົນມີມື້ນີ້ ຂ່າວສານບ້ານເມືອງ
ຂ່າວດີສົ່ງທ້າຍເດືອນ! ລາວໄດ້ຮັບວັກຊີນເພີ່ມ 6 ແສນໂດສ ຂ່າວສານບ້ານເມືອງ
ຂໍແຈ້ງຂ່າວບຸນນະມັດສະການ ພຣະທາດຈອມສີ ປະຈຳປີ ພສ ໒໕໖໓ (ຄສ 2020 )ທີ່ນະຄອນຫລວງພຣະບາງ ຂ່າວສານບ້ານເມືອງ
ເຮັດໂຕມີພິລຸດ ຖືກເຈົ້າໜ້າທີ່ກວດຄົ້ນ ພົບ ຢ າ 18.000 ເ ມັ ດ ຂ່າວສານບ້ານເມືອງ
ຊົມເຊີຍພົນລະເມືອງດີ! ເກັບກະເປົາພ້ອມເງິນຈໍານວນຫຼາຍ ປະກາດຊອກຫາເຈົ້າຂອງຈົນພົບ ຂ່າວສານບ້ານເມືອງ
ມາອີກແລ້ວ! ຈັບໜຸ່ມໄທລັກລອບເຂົ້າມາລາວ ອ້າງເຂົ້າມາເພື່ອ ບູຊາທາດແມ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme