Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຍີ່ປຸ່ນ ຊ່ວຍ ສປປລາວ 1.500 ລ້ານເຢັນ ຈັດຊື້ອຸປະກອນການແພດ ເພື່ອຮັບມື້ກັບ ໂຄວິດ-19

Posted on 06/06/2020 By All in LAOS No Comments on ຍີ່ປຸ່ນ ຊ່ວຍ ສປປລາວ 1.500 ລ້ານເຢັນ ຈັດຊື້ອຸປະກອນການແພດ ເພື່ອຮັບມື້ກັບ ໂຄວິດ-19

ນະຄອນຫຼວງວຽງຈັນ: ໃນວັນທີ 5 ມິຖຸນາ 2020 ນີ້ໄດ້ມີພິທີລົງນາມເອກະສານແລກປ່ຽນສຳລັບໂຄງການຊ່ວຍເຫຼືອລ້າທີ່ມີຊື່ວ່າ ໂຄງການພັດທະນາເສດຖະກິດ ແລະ ສັງຄົມ ທີ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ.

ເອກະສານດັ່ງກ່າວໄດ້ຮັບການລົງນາມ ແລະ ແລກປ່ຽນໂດຍ ພະນະທ່ານ ທາເກວາກະ ເຄໂຊ, ເອກອັກຄະຣະຊະທູດຢິ່ປຸ່ນປະຈຳ ສປປ ລາວ ແລະ ພະນະທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດປະຈຳ ສປປ ລາວ ໂດຍມີໂຕແທນຈາກບັນດາກະຊວງເຂົ້າຮ່ວມເປັນສັກຂີພະຍານ.

ໂຄງການຊ່ວຍເຫຼືອລ້າທີ່ມີມູນຄ່າ 1.500 ລ້ານເຢັນ (ປະມານ 13,7 ລ້ານໂດລ້າສະຫະລັດ) ຈະຖືກນຳໃຊ້ເຂົ້າໃນການຈັດຊື້ອຸປະກອນທາງການແພດຈຳພວກລົດໂຮງໝໍ ແລະ ຕຽງສຳລັບຜູ້ປ່ວຍ ເພື່ອມອບໃຫ້ແກ່ລັດຖະບານລາວຈັດມາດຕະການຕອບໂຕ້ ໂຄວິດ-19. ໃນຂະນະທີ່ປັດຈຸບັນ, ປະເທດລາວສາມາດຈຳກັດການແຜ່ກະຈາຍຂອງເຊື້ອໂຄວິດ-19 ໄດ້ຢ່າງມີປະສິດທິພາບ ສະນັ້ນ ເພື່ອຈິ່ງໃຫ້ການຊ່ວຍເຫຼືອສືບຕໍ່ຍົກລະດັບລະບົບສາທາລະນະສຸກຂອງລາວກຽມພ້ອມຮັບມືຄວາມເປັນໄປໄດ້ຂອງການລະບາດຮອບໃໝ່.

ທີ່ສຳຄັນໃນປີນີ້ເອງກໍຍ່າງກ້າວເຂົ້າສູ່ວັນຄົບຮອບສາຍສຳພັນທາງການທູດ 65 ປີ ແລະ ຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດຄົບຮອບ 5 ປີ ຂອງປະເທດຍີ່ປຸ່ນ ແລະ ປະເທດລາວ. ທ່ານທູດທາເກວາກະ ໄດ້ກ່າວໃນພິທີວ່າ “ປະເທດຍີ່ປຸ່ນເອງໃນຖານະຄູ່ຮ່ວມຍຸດທະສາດຂອງ ສປປ ລາວ ຂໍສະແດງຄວາມເຄົາລົບ ແລະ ໃຫ້ການສະໜັບສະໜຸນຄວາມພາຍະຍາມຂອງລັດຖະບານລາວເພື່ອກ້າວຂ້າມສະຖານະການທີ່ຫຍຸ້ງຍາກໃນຄັ້ງນີ້. ໂດຍຜ່ານການຊ່ວຍເຫຼືອລ້າໃນຄັ້ງນີ້, ພວກເຮົາມີຄວາມຫວັງທີ່ຈະຈັບມືກັນຍ່າງກ້າວຂ້າມອຸປະສັກໃນຄັ້ງນີ້ໃຫ້ໄດ້”.

ຂ່າວ: ສະຖານທູດຍີ່ປຸ່ນ

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼົດໃຈ! ລົດພ່ວງຕໍາກັບລົດແກ່ເຄື່ອງໝໍ້ໄຟ ເສຍຊິວິດຄາທີ່ 1 ຄົນ ທີ່ ທ່າແຂກ
Next Post: ອຸທາຫອນ! ຊາຍແປກໜ້າ ຂຶ້ນມາລົດ

Related Posts

ເມືອງຕົ້ນເຜີ້ງ ພົບ ຢ 6.000.000 ກ ວ່ າ ເ ມັ ດ ໃນເຮືອ ທີ່ຈອດຢູ່ດອນ​ກາງນໍ້າຂອງ ຂ່າວສານບ້ານເມືອງ
ຮສສ ມອບເຄື່ອງຊ່ວຍເຫລືອໃຫ້ບ້ານຊ່ວຍເຫຼືອເດັກນ້ອຍ SOS ແຂວງຫລວງພະບາງ ຂ່າວສານບ້ານເມືອງ
ຂໍ້ຕົກລົງວ່າດ້ວຍການກໍານົດມູນຄ່າຫົວຫນ່ວຍນັກຮຽນ-ນັກສຶກສາປະຈໍາປີ 2022 ຂ່າວສານບ້ານເມືອງ
ບຸນຂອງໝານ້ອຍ ໄດ້ເຮືອນສຸດງົດງາມ ແບບທໍາມະຊາດ (ຊົມຄລິບ) ຂ່າວສານບ້ານເມືອງ
ເກີດເຫດ ລົດຕົກເຫວທີ່ທາງໄປຊໍາເໜືອ  ຂ່າວສານບ້ານເມືອງ
ສະຫຼົດ! ເກີດເຫດຄາດຕະກໍາ ທີ່ເຂດ ມຕ ໂພນຈະເລີນ ເມືອງປາກກະດິງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme