Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

Posted on 05/06/202005/06/2020 By News No Comments on ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

ວັນທີ 4 ມິຖຸນາ 2020 ນີ້, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະ ມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມດ້ວຄະນະ ລົງເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ.

Image may contain: one or more people, people standing and outdoor

ທ່ານ ຊຽວກົວເວິນ (XiaaQianwen) ຜູ້ອໍານວຍການໃຫຍ່ ບໍລິສັດທາງລົດໄຟລາວ-ຈີນ ໄດ້ລາຍງານກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງທາງລົດໄຟລາວ-ຈີນວ່າ: ມາຮອດທ້າຍເດືອນພຶດສະພາ 2020 ສາມາດປະຕິບັດໄດ້ສໍາເລັດ 89,43% ຂອງວຽກງານທັງໝົດ, ການກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟປະກອບມີ: ການເຈາະອຸມົງໄດ້ 75 ອຸມົງ, ໃນນີ້ສາມາດເຈາະທະລຸແລ້ວ 65 ອຸມົງ, ກໍ່ສ້າງຂົວໄດ້ 164 ແຫ່ງ, ສ້າງເສົາຂົວສໍາເລັດເກືອບ 2.000 ເສົາ, ວາງຂາງຂົວໄດ້ 746 ຊ່ວງເສົາ ເຊິ່ງກວມເອົາ 36,60% ຂອງການອອກແບບ.

Image may contain: 3 people, people standing and outdoor

ສ່ວນການວາງລາງລົດໄຟແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຫາແຂວງຫລວງພະບາງ ແມ່ນສໍາເລັດເກືອບ 50 ກິໂລ ຂອງຄວາມຍາວທັງໝົດ 409 ກິໂລແມັດ. ສໍາລັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄລຍະ 2 ແຕ່ສະຖານີໂດຍສານນະຄອນຫລວງວຽຈັນ ຫາສະຖານີສິນຄ້າວຽງຈັນໃຕ້ (ເຂດທ່ານາແລ້ງ) ແມ່ນເຮັດສໍາເລັດການປັກຫລັກເຂດສະຖານີໂດຍສານໃນເນື້ອທີ່ 150 ເຮັກຕາ, ປັກຫລັກເຂດສະຫງວນທາງລົດໄຟຍາວ 17 ກິໂລແມັດ; ປັກຫລັກເຂດສະຖານີວຽງຈັນໃຕ້ ຈໍານວນ 3 ຈຸດ, ໃນນີ້ສາມາດເຮັດສໍາເລັດແລ້ວ 2 ຈຸດຄື: ຈຸດສູນເຕັກນິກໃນເນື້ອທີ່ 57 ເຮັກຕາ ແລະ ຈຸດສາງພັກສິນຄ້າ 50 ເຮັກຕາ; ສ່ວນຈຸດຄ່ຽນຖ່າຍສິນຄ້າກໍາລັງຢູ່ໃນຂັ້ນຕອນອອກແບບ ແລະ ວຽກງານອື່ນໆ ກໍມີຄວາມຄືບໜ້າເຊັ່ນດຽວກັນ ແລະ ຄາດວ່າໂຄງການນີ້ຈະໃຫ້ສໍາເລັດທ້າຍປີ 2021.

ໂອກາດນີ້ ທ່ານ ບຸນທອງ ຈິດມະນີ ກໍໄດ້ເນັ້ນໜັກໃຫ້ຄະນະນໍາຂອງບໍລິສັດ ແລະ ຄະນະຮັບຜິດຊອບໂຄງການຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ຕິດຕາມ, ກວດກາ ແລະຄຸ້ມຄອງວຽກງານໃຫ້ໄປຕາມແຜນ ແລະ ທິດຊີ້ນໍາຂອງຂັ້ນເທິງ; ສືບຕໍ່ປຶກສາຫາລືກັນໃນການຍົກຍ້າຍປະຊາຊົນຈໍານວນໜຶ່ງ ໃນ 4 ຈຸດຂອງໂຄງການໄລຍະ 2 ໃຫ້ສໍາເລັດໂດຍໄວ, ສ່ວນກິດຈະກໍາຕ່າງໆທີ່ທາງບໍລິສັດໄດ້ມອບໃຫ້ແກ່ສັງຄົມໃນໄລຍະຜ່ານມາ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຕໍ່ ທີ່ສໍາຄັນມາຮອດປັດຈຸບັນ ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດນັ້ນ ໃຫ້ທາງບໍລິສັດສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນຕ່າງໆທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ ເພື່ອປ້ອງກັນການລະບາດຂອງພະຍາດນີ້ ໃນຂອບເຂດຂອງໂຄງການເຊັ່ນ: ໃຫ້ພະນັກງານກໍາມະກອນໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍເຈວທີ່ມີທາດເຫລົ້າ, ກ່ອນຈະເຂົ້າທີ່ພັກໃຫ້ອະນາໄມຮ່າງກາຍໃຫ້ສະອາດ ແລະ ອື່ນໆ.

ໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວເບິ່ງການກໍ່ສ້າງຢູ່ພາກສະໜາມ ຂອງໂຄງການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງ ທີ່ມີຄວາມຍາວ 109 ກິໂລແມັດ ໃນມູນຄ່າການກໍ່ສ້າງທັງໝົດເກືອບ 1,3 ຕື້ໂດລາສະຫະລັດ ຕື່ມອີກ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂະແໜງພາສີທົ່ວປະເທດເກັບລາຍຮັບໄດ້ 2.586 ຕື້ກີບ ທຽບໃສປີຜ່ານມາຫຼຸດ 402 ຕື້ກີບ
Next Post: ສະຫຼົດໃຈ! ລົດພ່ວງຕໍາກັບລົດແກ່ເຄື່ອງໝໍ້ໄຟ ເສຍຊິວິດຄາທີ່ 1 ຄົນ ທີ່ ທ່າແຂກ

Related Posts

ລັດຖະມົນຕີກະຊວງການຕ່າງປະເທດຢ້ຽມຢາມ ກອງພົນທະ ຫານຮາບ ທີ 3 ຂ່າວສານບ້ານເມືອງ
ແຈ້ງການ! ກະຊວງສຶກສາທິການ ແລະ ກິລາ ກ່ຽວກັບ ການເພີ່ມມາດຕະການ ປ້ອງກັນ ຄວາມຄຸມ ແລະ ສະກັດກັນໂຄວິດ ຂ່າວສານບ້ານເມືອງ
ຈີນກາຍເປັນປະເທດອັນດັບ1 ໃນການຊ່ວຍເຫລືອດ້ານວັກຊິນຕ້ານໂຄວິດໃຫ້ແກ່ລາວ ຂ່າວສານບ້ານເມືອງ
ເຈົ້າແຂວງບໍ່ແກ້ວ ສັ່ງເມືອງຕົ້ນເຜິ້ງກວດກາ ແລະ ຖອນ ປ້າຍໂຄສະນາ ທີ່ບໍ່ຖືກລະບຽບ! ຂ່າວສານບ້ານເມືອງ
ອຸຕຸເຕືອນ! ເຝົ້າລະວັງຝົນຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໄລຍະວັນທີ 25-29 ສິງຫານີ້ ຂ່າວສານບ້ານເມືອງ
ຊົມເຊີຍ ປະຊາຊົນບ້ານຜັກຂະຍ່າ ຮ່ວມໃຈສາມັກຄີປູທາງເບຕົງຜ່ານບ້ານ ດ້ວຍເງິນລວມຂອງບ້ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme