Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂະແໜງພາສີທົ່ວປະເທດເກັບລາຍຮັບໄດ້ 2.586 ຕື້ກີບ ທຽບໃສປີຜ່ານມາຫຼຸດ 402 ຕື້ກີບ

Posted on 05/06/202005/06/2020 By News No Comments on ຂະແໜງພາສີທົ່ວປະເທດເກັບລາຍຮັບໄດ້ 2.586 ຕື້ກີບ ທຽບໃສປີຜ່ານມາຫຼຸດ 402 ຕື້ກີບ

ໃນປີ 2020ຂະແໜງພາສີທົ່ວປະເທດໄດ້ຮັບຕົວເລກແຜນການທັງໝົດ 8.200 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດນັບແຕ່ຕົ້ນປີຮອດວັນທີ 31 ພຶດສະພາ 2020 ສາມາດເກັບລາຍຮັບໄດ້ 2.586,68ຕື້ກີບ, ຖ້າສົມທຽບໃສ່ໄລ ຍະດຽວກັນຂອງປີ 2019 ຜ່ານມາຫຼຸດລົງ 402 ຕື້ກີບ.

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ 5 ເດືອນປີ 2020 ກໍານົດມາດຕະການຈັດເກັບລາຍຮັບເດືອນ 6 ແລະ 6 ເດືອນທ້າຍປີ 2020 ຂອງຂະແໜງພາສີ, ໃນວັນທີ 4-5 ມິຖຸນາ 2020 ທີ່ກະຊວງການເງິນ, ໂດຍການເປັນປະທານຂອງທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ, ທ່ານ ວົງຄຳແຫງ ວົງທະຈັກ ຮອງຫົວໜ້າກົມພາສີ, ຄະນະພະແນກ, ຫົວໜ້າກອງຄຸ້ມຄອງພາສີ I-VII,ຫົວໜ້າກອງກວດກາພາສີ, ຫົວໜ້າດ່ານພາສີສາກົນທົ່ວປະເທດເຂົ້າຮ່ວມ.

IMGL1565
IMGL1621

ອີງຕາມການລາຍງານໃນກອງປະຊຸມດັ່ງກ່າວ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2020 ຂອງຂະ ແໜງພາສີຢູ່ໃນສະພາບແວດລ້ອມທີ່ມີຄວາມຫຍຸ້ງຍາກພໍສົມຄວນເປັນຕົ້ນ: ເສດຖະກິດຂອງໂລກມີການຜັນຜວນປ່ຽນ ແປງແຕ່ລະໄລຍະ, ການເຂົ້າຮ່ວມເປັນພາຄີກັບບັນດາປະເທດສາກົນການປະຕິບັດນະໂຍບາຍຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນໃນເວລານໍາເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ, ຊຶ່ງສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບຂອງຂະແໜງພາສີ. ນອກນັ້ນ, ຍັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດເຊື້ອຈຸລະໂລກອັກເສບປອດສາຍພັນໃໝ່COVID-19 ເຮັດໃຫ້ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນໄລຍະ 5 ເດືອນປີ 2020 ຂອງຂະແໜງພາສີທົ່ວປະເທດໄດ້ທັງໝົດ 2.586,68 ຕື້ກີບ, ຖ້າສົມທຽບໃສ່ໄລຍະດຽວກັນຂອງປີ 2019 ຜ່ານມາຫຼຸດລົງ 402 ຕື້ກີບ.

ໃນນີ້, ລາຍຮັບຢູ່ຂັ້ນກົມ ປະຕິບັດໄດ້ 9 ຕື້ກີບ, ກອງຄຸ້ມຄອງພາສີ I ປະຕິບັດໄດ້ 163,68 ຕື້ກີບ, ກອງຄຸ້ມຄອງພາສີ II ປະຕິບັດໄດ້ 21,35 ຕື້ກີບ, ກອງຄຸ້ມຄອງພາສີ III ປະຕິບັດໄດ້ 370 ຕື້ກີບ, ກອງຄຸ້ມຄອງພາສີ IV ປະຕິບັດໄດ້ 41,23 ຕື້ກີບ, ກອງຄຸ້ມຄອງພາສີ V ປະຕິບັດໄດ້ 1.193 ຕື້ກີບ, ກອງຄຸ້ມຄອງພາສີ VI ປະຕິບັດໄດ້ 446,3 ຕື້ກີບ,ກອງຄຸ້ມຄອງພາສີ VII ປະຕິບັດໄດ້ 341,64 ຕື້ກີບ. ສ່ວນລາຍຮັບແຍກເປັນປະເພດສິນຄ້າຕົ້ນຕໍຍັງແມ່ນພາສີຂາອອກ,ນໍ້າມັນເຊື້ອໄຟ, ພາຫານະ, ອາໄຫຼ່ສິ້ນສ່ວນ, ເຄື່ອງກໍ່ສ້າງ, ເຄື່ອງໄຟຟ້າ, ເຄື່ອງນຳເຂົ້າເພື່ອສົ່ງອອກ, ໄຟຟ້ານຳເຂົ້າ,  ປັບ ໃໝ່-ຂາຍເຄື່ອງຮິບ ແລະ ຄ່າທຳນຽມຕ່າງໆ.

ແນວໃດກໍຕາມ ຖ້າມາທຽບໃສ່ແຜນການປີການຈັດຕັ້ງປະຕິບັດບໍ່ສາມາດບັນລຸຕາມແຜນການ, ອັນເນື່ອງມາຈາກການແຜ່ລະບາດຂອງພະຍາດ COVID-19 ເຮັດໃຫ້ການນໍາເຂົ້າຢູ່ບັນດາດ່ານພາສີສາກົນຫຼຸດລົງ,ປິດບັນດາໂຮງຈັກໂຮງງານຢູ່ຕ່າງປະເທດເຮັດໃຫ້ບໍ່ມີສິນຄ້າ, ປິດດ່ານທ້ອງຖິ່ນ-ປະເພນີ, ການປັບປຸງໂຄງສ້າງລາຄານໍ້າມັນເຊື້ອໄຟໃນແຕ່ລະໄລຍະນັບແຕ່ຕົ້ນປີ 2020 ເປັນຕົ້ນມາ, ໂດຍໄດ້ຫຼຸດອັດຕາການຈັດເກັບຄັງແຮລົງ, ໃຫ້ນະໂຍບາຍຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນສໍາລັບການນໍາເຂົ້າວັດຖຸດິບ, ວັດຖຸປະກອນ, ພາຫະນະ, ກົນຈັກໜັກ ແລະ ການຫຼຸດອັດຕາອາກອນຊົມໃຊ້ສໍາລັບສິ້ນສ່ວນປະກອບລົດຂອງບັນດາໂຮງງານຕາມນະໂຍບາຍສົ່ງສີມການລົງທືນ, ການຈັດຕັ້ງປະຕິບັດນະໂຍ ບາຍຫຼຸດອາກອນຊົມໃຊ້ຈາກ 10% ເປັນ 5% ໃນການນໍາເຂົ້າສິນສ່ວນອາໄຫຼ່, ການລົບລ້າງມະຕິ 47 ຊຶ່ງອັດຕາການຈັດເກັບພາສີຂາອອກໄດ້ຮັບການຍົກເວັ້ນ; ຂາດແຫຼ່ງລາຍຮັບອັນໃໝ່ເພື່ອທົດແທນການຈັດຕັ້ງປະຕິບັດແຜນຫຼຸດຜ່ອນອັດຕາພາສີໃນເຂດການຄ້າເສລີທີ່ສປປ ລາວ ເຂົ້າຮ່ວມ, ປັດຈຸບັນແມ່ນກວມ 90% ຂອງສິນຄ້ານໍາເຂົ້າມີອັດຕາຫຼຸດຜ່ອນ 0%;

ນອກນັ້ນ, ມາດຕະການໃນການບັງຄັບໃຊ້ກົດໝາຍຍັງບໍ່ທັນເຂັ້ມງວດເປັນຕົ້ນ: ການປະຕິບັດມູນຄ່າແຈ້ງພາສີຂອງບັນດາບໍລິສັດຍັງບໍ່ທັນເປັນເອກະພາບ, ການແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງຢູ່ບັນດາທ້ອງຖິ່ນຍັງບໍ່ທັນເຂັ້ມງວດ, ການລັກລອບສິນຄ້າໜີພາສີຍັງມີແຜ່ຫຼາຍ, ມີຫຼາຍຮູບແບບ, ໂດຍສະເພາະນໍ້າມັນເຊື້ອໄຟ, ພາຫະນະ,ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆ.

ໂຄງປະກອບການຈັດຕັ້ງຂອງລັດຖະການພາສີປະກອບມີສອງຂັ້ນຄຸ້ມຄອງຄື: ຂັ້ນສູນກາງປະກອບມີ 8 ພະແນກ, ຂັ້ນທ້ອງຖິ່ນປະກອບມີ  VII ກອງຄຸ້ມຄອງພາສີ, 10 ກອງກວດກາພາສີປະຈຳແຂວງ ແລະ 85 ດ່ານພາສີຊາຍແດນ. ໃນນັ້ນ, ດ່ານພາສີສາກົນ 27 ດ່ານ, ດ່ານພາສີທ້ອງຖິ່ນ 31 ດ່ານ, ດ່ານພາສີປະເພນີ 27 ດ່ານ, ພະນັກງານ–ລັດຖະກອນ–ເຈົ້າໜ້າທີ່ພາສີທັງໝົດ 960 ຄົນ, ຍິງ: 185 ຄົນ. ໃນນັ້ນ, ຂັ້ນສູນກາງມີ 140 ຄົນ, ຍິງ: 33 ຄົນ, ຂັ້ນທ້ອງຖິ່ນມີ 820 ຄົນ, ຍິງ 152 ຄົນ.

ຂອບໃຈຂ່າວຈາກ: ກະຊວງການເງິນ

ຂ່າວສານບ້ານເມືອງ

Post navigation

Previous Post: ວາຣະກຳນົດການ ງານຖວາຍພຣະເພີງສະຣິຣະສັງຂານ (ເຜົາພຣະສົບ) ອົງພຣະຍອດແກ້ວ ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ
Next Post: ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

Related Posts

ປະທານສະພາແຫ່ງຊາດ ຮຽກຮ້ອງທົ່ວສັງຄົມ ເຊີດຊູສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ຂ່າວສານບ້ານເມືອງ
ຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າປາງທອງລົງຊຸກຍູ້ການຜະລິດກຸ່ມບ້ານຫ້ວຍໝື່ນ ຂ່າວສານບ້ານເມືອງ
ປິດບັ້ນຝຶກອົບຮົມຫັດແອບ ກໍາລັງປະກອບອາວຸດ ທົ່ວກອງບັນຊາການທະຫານເມືອງອະນຸວົງ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 76ຄົນ ຂ່າວສານບ້ານເມືອງ
ສາລີແຕກສະ! ເຫຼືອງເຕັມທາງ ລົດແກ່ສາລີ ເສຍຫຼັກປີ້ນ ຂ່າວສານບ້ານເມືອງ
ຫຼົງຍິງໝູ່ຄິດວ່າເປັນໝູປ່າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme