Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫສນຍ ກຳນົດເປີດຮຽນລະດັບວິທະຍາໄລ-ມະຫາວິທະຍາໄລ ປີ 1-3 ແຕ່ 15 ມິຖຸນານີ້

Posted on 05/06/202005/06/2020 By News No Comments on ຫສນຍ ກຳນົດເປີດຮຽນລະດັບວິທະຍາໄລ-ມະຫາວິທະຍາໄລ ປີ 1-3 ແຕ່ 15 ມິຖຸນານີ້

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ກຳນົດເປີດຮຽນສຳລັບນັກສຶກສາວິທະຍາໄລອາຊີວະສຶກສາ, ວິທະຍາໄລຄູ ແລະ ມະຫາວິທະຍາໄລ ແຕ່ປີ 1-3 ແມ່ນໃຫ້ເລີ່ມແຕ່ວັນທີ 15 ມິຖຸນາ 2020 ເປັນຕົ້ນໄປ, ໂດຍໃຫ້ມີການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ ແນໃສ່ເພື່ອຮັກສາຄວາມປອດໄພ ແລະ ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແກ້ໄຂການລະບາດຂອງພະຍາດ COVID-19.

ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 597/ຫສນຍ, ລົງວັນທີ 29 ພຶດສະພາ 2020 ເລື່ອງການສືບຕໍ່ປະຕິບັດມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະແຕ່ວັນທີ 2-30 ມິຖຸນາ 2020; ໂດຍອີງຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020; ອີງຕາມການລາຍງານການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະຜ່ານມາ ແລະ ສະເໜີມາດຕະການ ຫຼັງຈາກວັນທີ 1 ມິຖຸນາ 2020 ເປັນຕົ້ນໄປຂອງຄະນະສະເພາະກິດຕໍ່ກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ໃນວັນທີ 27 ພຶດສະພາ 2020 ແລະ ອີງຕາມແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 23/ຫສພ, ລົງວັນທີ 28 ພຶດສະພາ 2020.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຈ້ງໃຫ້ຊາບວ່າ: ຜ່ານການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນໃນໄລຍະຜ່ານມາ ພວກເຮົາສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວ ຈຳນວນ 16 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 19 ຄົນ ແລະ ສາມາດເຮັດໃຫ້ສັງຄົມ, ພາກທຸລະກິດ, ຜູ້ປະກອບການ, ໂຄງການ ແລະ ໂຮງງານຕ່າງໆໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດພາຍໃຕ້ເງື່ອນໄຂການດຳລົງຊີວິດປົກກະຕິແບບໃໝ່ເທື່ອລະກ້າວ. ເຖິງຢ່າງໃດກໍຕາມ, ພວກເຮົາກໍບໍ່ຄວນຖືເບົາ ແລະ ປະມາດຢ່າງເດັດຂາດ ເນື່ອງຈາກໃນຕໍ່ໜ້າຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍທີ່ຈະເກີດມີການລະບາດອີກຮອບໃໝ່ ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະ ໂລກຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຍັງບໍ່ທັນສາມາດຢັງຢັ້ງການລະບາດຂອງພະຍາດດັ່ງກ່າວໄດ້ເທື່ອ. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຊຶ່ງລັດຖະບານລາວ ຈຶ່ງໄດ້ຕົກລົງໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ໂຄສະນາເຜີຍແຜ່ທັງທາງກວ້າງ ແລະ ທາງເລິກໃຫ້ສັງຄົມເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາດ COVID-19 ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ວຽກງານຕອບໂຕ້ ແລະ ຕີຖອຍຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.

Image may contain: 5 people, people sitting, table and indoor

ຂະນະດຽວກັນນັ້ນ, ຍັງເຫັນດີໃຫ້ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ ທີ່ໄດ້ກຳນົດໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 580/ຫສນຍ, ລົງວັນທີ 15 ພຶດສະພາ 2020; ເຫັນດີໃຫ້ຜ່ອນຜັນການປະຕິບັດບາງມາດຕະການທີ່ກຳນົດໃນແຈ້ງການ 580/ຫສນຍແລ້ວ ແລະ ຜ່ອນຜັນເພີ່ມຕື່ມບາງມາດຕະການຈຳນວນໜຶ່ງ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ສັງຄົມໄດ້ກັບມາໃຊ້ຊີວິດຕາມປົກກະຕິແບບໃໝ່ເທື່ອລະກ້າວ, ແຕ່ໃຫ້ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ.

Image may contain: 4 people, people sitting, table and indoor

ສຳລັບລາຍລະອຽດຂອງການຜ່ອນຜັນ ຄື: ໃຫ້ກະຊວງສຶກສາທິການ ແລະ ຂະແໜງອື່ນໆ ທີ່ມີໂຮງຮຽນ ຫຼື ສະຖາບັນການສຶກສາຂຶ້ນກັບ ເປີດໂຮງຮຽນຄືນໃນຊັ້ນ ໂຮງຮຽນລ້ຽງເດັກ ແລະ ອະນຸບານ ເຊັ່ນ: ປ.1-ປ.4, ມ.1-ມ.3, ມ.5-ມ.6; ປີສຸດທ້າຍຂອງວິທະຍາໄລອາຊີວະສຶກສາ, ວິທະຍາໄລຄູ ແລະ ມະຫາວິທະຍາໄລ; ການຈັດຝຶກອົບຮົມ ຫຼື ຮຽນໄລຍະສັ້ນ ແມ່ນເລີ່ມແຕ່ວັນທີ 2 ມິຖຸນາ 2020 ເປັນຕົ້ນໄປ. ສ່ວນຊັ້ນຮຽນອື່ນທີ່ຍັງເຫຼືອໃຫ້ເປີດຮຽນເລີ່ມແຕ່ວັນທີ 15 ມິຖຸນາ 2020 ເປັນຕົ້ນໄປ ໂດຍໃຫ້ມີການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ ໂດຍມອບໃຫ້ກະຊວງສຶກສາທິການ ແລະ ກິລາອອກຄຳແນະນຳລະອຽດໃນການຈັດຕັ້ງປະຕິບັດຕົວຈິງ.

ບົວລະພາ

ຂ່າວສານບ້ານເມືອງ

Post navigation

Previous Post: ຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ມົນສະເໜ່ຄວາມສວຍງາມ ທີ່ທຳມະຊາດສ້າງຂຶ້ນ
Next Post: ແຈ້ງການເລື່ອງ ການກວດສອບປະຫວັດຜູ້ລົງທຶນຕ່າງປະເທດ

Related Posts

ນາຍບ້ານນາໄຊ ຢືນຢັນ ຂ່າວຕິດເຊື້ອໂຄວິດ ຈຳ ນວນ 25 ກໍລະນີ ຢູ່ພາຍໃນບ້ານ ແມ່ນບໍ່ມີມູນຄວາມຈິງ ຂ່າວສານບ້ານເມືອງ
ຮ່ອນຄຳ ວິຊາຫາກີນ ພູມປັນຍາ ຄົນລາວຫຼາຍຊົ່ວຄົນມາແລ້ວ ຂ່າວສານບ້ານເມືອງ
ມີຜູ້ເສຍຊີວິດ 71 ກວ່າຄົນ ຍ້ອນອຸບັດເຫດໃນເດືອນເມສາ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 851ຄົນ ຂ່າວສານບ້ານເມືອງ
ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງແຈ້ງການ ຈັດຕັ້ງປະຕິບັດ ການຊໍາລະເງີນຊື້-ຂາຍ ຍານພາຫະນະທາງບົກ ຜ່ານລະບົບທະນາຄານ ຂ່າວສານບ້ານເມືອງ
ເກີດເຫດ ຄົນຮ້າຍລັດ ຍິ ງ ລົດຢູ່ເຂດປາກອຸໂມງທາງດ່ວນເບື້ອງເມືອງຫີນເຫີບ  ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme