Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

[:la]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:en]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:]

Posted on 05/06/202008/06/2020 By News No Comments on [:la]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:en]ແຂວງຫຼວງນ້ຳທາ ໄຂ້ຍຸງລາຍເລີ່ມລະບາດແລ້ວ[:]
[:la]

ກ້າວສູ່ລະດູຝົນເປັນຊ່ວງເວລາທີ່ງ່າຍຕໍ່ການແຜ່ພັນຂອງໜອນນ້ຳ ແລະຍຸງລາຍ ນັ້ນກໍ່ໝາຍເຖິງຄວາມສ່ຽງຕໍ່ການຕິດເຊື້ອພະຍາດໄຂ້ເລືອດອອກມີສູງຂຶ້ນ ເພາະຍຸງເປັນພາຫະນະໃນການນຳເຊື້ອພະຍາດໄປສູ່ຄົນ ສະເພາະແຂວງຫຼວງນ້ຳທາໃນ 5 ເດືອນຂອງປີນີ້ມີຜູ້ຕິດເຊື້ອແລ້ວ 36 ກໍລະນີ

ຕາມຂ່າວຈາກທ່ານ ດຣ. ຄຳຈັນ ອິນທອງ ຫົວຫນ້າພະແນກສາທາລະນະສຸກແຂວງຫລວງນ້ຳທາ ໄດ້ໃຫ້ຮູ້ວ່າ: ແຂວງຫຼວງນ້ຳທາ ໄດ້ເຝົ້າລະວັງພະຍາດໄຂ້ຍຸງລາຍມາໂດຍຕະຫຼອດ ແຕ່ນັບນັບແຕ່ຕົ້ນປີ 2020 ມາຮອດ ເດືອນ ມິຖຸນາ 2020 ຍັງມີການລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ຢູ່ພາຍໃນແຂວງຫຼວງນ້ຳທາ ເຮັດໃຫ້ເມືອງຕ່າງໆພາຍໃນແຂວງແມ່ນມີກໍລະນີຜູ້ຕິດເຊື້ອ ແລະ ກໍລະນີສົງໄສ ໂດຍສະເພາະຢູ່ເມືອງວຽງພູຄາ ມີ 15 ບ້ານ, 32 ກໍລະນີ, ໄດ້ກວດຢັ້ງຢືນຈາກຫ້ອງວິເຄາະ 18 ກໍລະນີ, ສ່ວນ 14 ກໍລະນີແມ່ນສົງໄສ, ເມືອງສິງ ມີ 2 ບ້ານ 3 ກໍລະນີ ແລະ ເມືອງຫຼວງນ້ຳທາ 1 ບ້ານ, ມີ 1 ກໍລະນີ.

ເຖິງແມ່ນວ່າຈຳນວນໂຕເລກຂອງກໍລະນີສົງໄສອາດຈະມີໜ້ອຍ ແຕ່ກໍຢາກໃຫ້ພໍ່ແມ່ປະຊາຊົນທຸກຄົນ ຕື່ນຕົວ ເປັນເຈົ້າການ ແລະຊອກຮູ້ເຖິງຄວາມອັນຕະລາຍຂອງພະຍາດໄຂ້ເລືອດອອກ ໂດຍການປ້ອງກັນຕົນເອງ ແລະ ຄົນໃນຄອບຄົວບໍ່ໃຫ້ຍຸງກັດ ເພື່ອຫຼີກລ້ຽງໃນການຕິດເຊື້ອພະຍາດໄຂ້ເລືອດອອກ ນອກຈາກຈະປ້ອງກັນຕົນເອງບໍ່ໃຫ້ຍຸງກັດແລ້ວ ກໍຕ້ອງກຳຈັດແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍ ເພື່ອບໍ່ໃຫ້ຍຸງລາຍແຜ່ພັນໄດ້.

[:en]

[:]
ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ໄຟໄໝ້ເຮືອນ ປະຊາຊົນທີ່ທ່າແຂກ ເສຍຫາຍໜັກ
Next Post: ຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ ມົນສະເໜ່ຄວາມສວຍງາມ ທີ່ທຳມະຊາດສ້າງຂຶ້ນ

Related Posts

ລົດໄຟລາວ-ຈີນ ປັບປຸງໄລຍະຊື້ປີ້ ສາມາດຊື້ປີ້ລວມທັງມື້ເດີນທາງໄດ້ລ່ວງໜ້າ3ມື້ ຂ່າວສານບ້ານເມືອງ
ປະທານສະພາແຫ່ງຊາດ ລົງປ່ອນບັດເລືອກຕັ້ງ ສສຊ- ສສ/ນວ ຢູ່ໜ່ວຍເລືອກຕັ້ງ ທີ 9 ບ້ານໜອງບົວທອງເໜືອ ຂ່າວສານບ້ານເມືອງ
ເກີດເຫດ! ລົດຮຸ່ນໃດແກ່ເຄື່ອງປີ້ນ ເສັ້ນທາງ 13 ໃຕ້ ຂ່າວສານບ້ານເມືອງ
ອາທິດອັດສະດົງ ທີ່ແຄມຂອງ ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ຢືດ ຢ າ ເ ສ ບ ຕ ິດ ຈໍານວນ 11,920.000 ເມັດ ຢູ່ເມືອງຕົ້ນເຜິ້ງ ຂ່າວສານບ້ານເມືອງ
ເມືອງຊານໄຊ ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 7 ກໍລະນີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme