Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າແຂວງບໍ່ແກ້ວ ສັ່ງເມືອງຕົ້ນເຜິ້ງກວດກາ ແລະ ຖອນ ປ້າຍໂຄສະນາ ທີ່ບໍ່ຖືກລະບຽບ!

Posted on 05/06/202005/06/2020 By All in LAOS No Comments on ເຈົ້າແຂວງບໍ່ແກ້ວ ສັ່ງເມືອງຕົ້ນເຜິ້ງກວດກາ ແລະ ຖອນ ປ້າຍໂຄສະນາ ທີ່ບໍ່ຖືກລະບຽບ!

ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານເຈົ້າແຂວງບໍ່ແກ້ວ. ກໍ່ຄືທິດຊີ້ນໍາຂອງຄະນະບໍລິຫານງານພັກເມືອງ ຕົ້ນເຜິ້ງ ໃນວັນທີ 3 ມິຖຸນາ 2020 ນີ້ ບັນດາຫ້ອງການທີ່ກ່ຽວຂ້ອງຂອງເມືອງ ນໍາໂດຍ ທ່ານ ແສງເພັດ ຈິດຕະພົງ ກຳມະການພັກເມືອງ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ສົມທົບກັບ ປກສ – ປກຊ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດສາມແຂວງບໍ່ແກ້ວ

ຈຶ່ງໄດ້ລົງຮື້ຖອນປ້າຍໂຕສະນາທີ່ບໍ່ຖືກຕ້ອງຕາມລະບຽບວັດທະນະທໍາ ແລະ ລະບຽບໂຍທາ ເຊັ່ນ ປ້າຍທີ່ບໍ່ມີພາສາລາວ, ປ້າຍທີ່ມີພາສາຕ່າງປະເທດຢູ່ເທິງພາສາລາວ, ປ້າຍທີ່ຂະໜາດຂອງລາວພາສາລາວນ້ອຍກວ່າພາສາຕ່າງປະເທດ, ປ້າຍທີ່ສີພື້ນ ແລະ ສີຕົວໜັງສືບໍ່ຖືກຕ້ອງຕາມລະບຽບການທີ່ກະຊວງ ຖວທ ກຳນົດ, ປ້າຍທີ່ຕິດຕັ້ງກວມເອົາເຂດສະຫງວນທາງຫຼວງ, ຢູ່ຕິດຂອບທາງ ຫຼື ຫ່າງຈາກຂອບທາງບໍ່ເຖິງ 6 ແມັດ

ເຊິ່ງເຮັດໃຫ້ບັງປ້າຍເຄື່ອງໝາຍຈະລາຈອນ ຫຼື ກີດຂວາງໄລຍະການເບິ່ງເຫັນໃນເວລາຂັບຂີ່, ແລະ ຮູບພາບໂປ້ເປືອຍ ລາມົກອານາຈານ ບໍ່ສອດຄ່ອງກັບວັດທະນະທໍາ – ຮີດຄອງປະເພນີອັນດີງາມຂອງຊາດ ລ່ວມທັງໝົດ 89 ປ້າຍ ຢູ່ເຂດເຊື່ອມຕໍ່ ລະຫວ່າງເມືອງ ຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ.

ທັງນີ້ກໍ່ເພື່ອເຮັດໃຫ້ເມືອງຕົ້ນເຜິ້ງມີຄວາມເປັນລະບຽບຮຽບຮ້ອຍ ການຕິດຕັ້ງປ້າຍໂຄສະນາຖືກຕ້ອງຕາມລະບຽບການ ແລະ ມີລັກສະນະຊາດ ຕາມທິດຊີ້ນໍາຂອງທ່ານເຈົ້າແຂວງ ກໍ່ຄືຂອງຄະນະບໍລິຫານງານພັກເມືອງ ຕົ້ນເຜິ້ງ.

ຂ່າວສານບ້ານເມືອງ

Post navigation

Previous Post: ເຕືອນໄພ ໂຈນມາໃນຮູບແບບໃໝ່ຈົກເອົາເງິນໃນກະເປົ໋າແບບບໍ່ຮູ້ໂຕ
Next Post: ຂ່າວດ່ວນ! ໄຟໄໝ້ເຮືອນ ປະຊາຊົນທີ່ທ່າແຂກ ເສຍຫາຍໜັກ

Related Posts

ຮູບພາບ ພຣະທາຕຸຊຽງລົມ ເມືອງຊຽງຮ່ອນ ຂ່າວສານບ້ານເມືອງ
ຄົ້ນຫາຄົນຈົມນໍ້າສູນຫາຍເຂດບ້ານນາໄຫ 1 ຄືນ 1 ມື້ຈິ່ງພົບ ໂດຍ 1623 ຂ່າວສານບ້ານເມືອງ
ຊຽງຂວາງປິ່ນປົວຜູ້ຕິດເຊື້ອຫາຍແລ້ວ ຈຳນວນ 6ຄົນ ຂ່າວສານບ້ານເມືອງ
ລຸກຊຳບວກຊ່ວຍເຫຼືອອຸປະກອນການແພດ ຕ້ານໂຄວິດ-19 ໃຫ້ ສປປ ລາວ ມູນຄ່າ 2,36 ຕື້ກີບ ຂ່າວສານບ້ານເມືອງ
ຂັບລົດຈັກແຫກໂຄ້ງເສຍຊີວິດຄາທີ່ເມືອງໄຊຍະບູລີ ຂ່າວສານບ້ານເມືອງ
ສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ ປີນີ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme