Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ໄຊທານີ ກວດລ້າງ ຜູ້ຄ້າຂາຍຢາເສບຕິດ ຈັບໄດ້ 4 ຄົນ ພ້ອມຢາບ້າ ຫຼາຍກວ່າ 126,000 ເມັດ

Posted on 04/06/202004/06/2020 By All in LAOS No Comments on ປກສ ໄຊທານີ ກວດລ້າງ ຜູ້ຄ້າຂາຍຢາເສບຕິດ ຈັບໄດ້ 4 ຄົນ ພ້ອມຢາບ້າ ຫຼາຍກວ່າ 126,000 ເມັດ

ປກສ ນະຄອນຫຼວງວຽງຈັນ: ພັທ ບຸນມີ ແກ້ວພົມມາ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊທານີ ນວ ໄດ້ໃຫ້ສໍາພາດຕໍ່ທີມງານນັກຂ່າວ ປກສ ນວ ໃນວັນທີ 2 ມິຖຸນາ 2020 ວ່າ: ໃນຄັ້ງວັນທີ 6 ພຶດສະພາ 2020 ເຈົ້າໜ້າທີ່ໜ່ວຍງານ 300 ປກສ ເມືອງໄຊທານີ ໄດ້ກັກຕົວເປົ້າ ໝາຍຄ້າຂາຍຢາເສບຕິດ ປະເພດຢາບ້າ ໄດ້ 1 ຄົນ ທ້າວ ວີລີ ອາຍຸ 26 ປີ ອາຊີບ ກໍາມະກອນ ຢູ່ບ້ານນາສາລາ ເມືອງໄຊທານີ ນວ ພ້ອມຂອງກາງຢາບ້າ 21 ມັດ ລວມມີ 42.000 ເມັດ ຢູ່ເຂດບ້ານໄຊສະຫວ່າງ ເມືອງໄຊທານີ ນວ.

ຈາກນັ້ນ ໄດ້ມອບໃຫ້ໜ່ວຍງານ 303 ສືບຕໍ່ດໍາເນີນການສືບສວນ-ສອບສວນ. ມາຮອດວັນທີ 7 ພຶດສະພາ 2020 ທາງໜ່ວຍງານ 303 ສາມາດກັກຕົວເປົ້າໝາຍ 3 ຄົນ ຢູ່ຫ້ອງແຖວ ບ້ານນາທົ່ມ ເມືອງໄຊທານີ ນວ ມີ: ທ້າວໄຊພອນ ອາຍຸ 32 ປີ ຢູ່ບ້ານນາທົມ ເມືອງໄຊທານີ ນວ, ທ້າວ ສີວ້າ ອາຍຸ 19 ປີ ຢູ່ບ້ານນາທົມ ເມືອງໄຊທານີ ນວ ແລະ ທ້າວ ວິກິດ ມາລາວັນ ອາຍຸ 21 ປີ ຢູ່ບ້ານໜອງພະຍາ ເມືອງໄຊທານີ ນວ ຕາມການຊັດທອດ ພ້ອມຂອງກາງຢາບ້າຈໍານວນ 42 ມັດ, 1 ຖົງນ້ອຍ ລວມມີ 84.181 ເມັດ ແລະ ເງິນ 2 ລ້ານກີບ.

ຜ່ານການສືບສວນ-ສອບສວນ ທ້າວ ວີລີ ໃຫ້ການສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໄດ້ເລີ່ມພົວພັນຄ້າຂາຍຢາບ້າ ມາແຕ່ປີ 2019 ເປັນຕົ້ນມາຈົນເຖິງມື້ຖືກກັກຕົວ ສ່ວນຢາບ້າທີ່ຊື້ມາຂາຍເບື້ອງຕົ້ນໄດ້ຊື້ມາຈາກຊາຍຄົນໜຶ່ງ ໂດຍຕິດຕໍ່ທາງໂທລະສັບ ແລະ ຊື້ຄັ້ງລະ 1 ມັດ ( ມີ2000 ເມັດ) ເມື່ອໄດ້ຢາບ້າມາແລ້ວ ແມ່ນໄດ້ຂາຍຕໍ່ໃຫ້ລູກຄ້າທີ່ຕິດຕໍ່ຊື້ທາງໂທລະສັບ.

ມາຮອດວັນທີ 6 ພຶດສະພາ 2020, ເວລາປະມານ 12:00ໂມງ ທ້າວ ໄຊພອນ ໄດ້ໂທຕິດຕໍ່ຂາຍຢາບ້າໃຫ້ຜູ້ກ່ຽວ, ຕໍ່ມາ ຜູ້ກ່ຽວໄດ້ຂັບລົດເກັງ ເລກທະບຽນ ກມ 7069 ກໍາແພງນະຄອນ ເພື່ອໄປຫາ ທ້າວ ໄຊພອນ ຢູ່ຫ້ອງແຖວ ບ້ານນາທົ່ມ ເມື່ອຜູ້ກ່ຽວມາຮອດຫ້ອງແຖວກໍ່ພົບເຫັນ ທ້າວໄຊພອນ ພ້ອມດ້ວຍເມຍ ແລະ ລູກນ້ອຍຢູ່ນຳກັນ.

ຈາກນັ້ນແມ່ນໄດ້ລົມກັນເລື່ອງຊື້-ຂາຍຢາບ້າ ປະມານ 10 ນາທີ ທ້າວ ໄຊພອນ ກໍ່ເອົາຢາບ້າອອກຈາກຫ້ອງນອນມາໃຫ້ຜູ້ກ່ຽວຈຳນວນ 21 ມັດ ມີ 42.000 ເມັດ, ແຕ່ບໍ່ທັນໄດ້ຈ່າຍເງິນໃຫ້ກັນເທື່ອສ່ວນຢາບ້າທີ່ໄດ້ແມ່ນເອົາເຊື່ອງໄວ້ຢູ່ທ້າຍລົດເກັງ. ຮອດເວລາປະມານ 20:00 ໂມງ ຂອງວັນດຽວກັນ ຜູ້ກ່ຽວ ໄດ້ໂທລະສັບຕິດຕໍ່ນັດຂາຍຢາບ້າໃຫ້ກັບລູກຄ້າຢູ່ເຂດບ້ານດອນໜູນ-ໄຊສະຫວ່າງ ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົກຕົວພ້ອມດ້ວຍຂອງກາງ.

ຜ່ານການສືບສວນ-ສອບສວນ ທ້າວ ສີວ້າ ໃຫ້ການສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນວັນທີ 4 ພຶດສະພາ 2020 ຜູ້ກ່ຽວ ພ້ອມກັບ ທ້າວ ປາລ່ອງ ໄດ້ອອກຈາກບ້ານໂພນເມືອງນ້ອຍ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຂຶ້ນມານະຄອນຫຼວງວຽງຈັນ ເຊິ່ງຜູ້ກ່ຽວໄດ້ເປັນຄົນຂັບລົດຈິບ ໝາຍເລກທະບຽນ 0286 ກໍາແພງນະຄອນ ພໍຮອດ 15:00 ໂມງ ໄດ້ມາຫ້ອງເຊົ່າ ຢູ່ຫ້ອງແຖວ ນາງເອຍວ້າ ເຊິ່ງຜູ້ກ່ຽວໄດ້ເອົາຢາບ້າ 1 ຖົງນ້ອຍ (181 ເມັດ) ຫໍ່ໃສ່ເຈ້ຍແລ້ວໄປເຊື່ອງໄວ້ຫ້ອງເຊົ່ານາງ ເອຍວ້າ.

ຮອດວັນທີ 7 ພຶດສະພາ 2020 ເຈົ້າໜ້າທີ່ໄດ້ເຂົ້າກັກຕົວນາງເອຍວ້າ, ທ້າວ ໄຊພອນ ແລະ ທ້າວ ປາລ່ອງ ຢູ່ຫ້ອງແຖວ ບ້ານນາທົມ ເມືອງໄຊທານີ ນວ ກວດຄົ້ນຫ້ອງພົບເຫັນຢາບ້າ 42 ມັດ 84.000 ເມັດ, ເຊິ່ງຜູ້ກ່ຽວສາລະພາບ ຢາບ້າຈໍານວນທັງໝົດ 84.181 ເປັນຂອງຜູ້ກ່ຽວຄົນດຽວແທ້ ອີກ 3 ຄົນ ບໍ່ມີສ່ວນກ່ຽວຂ້ອງ ແລະ ຖ້າຜູ້ກ່ຽວສົ່ງຢາບ້າຄັ້ງນີ້ສໍາເລັດ ຈະໄດ້ເງິນຄ່າຈ້າງ 5 ລ້ານກີບ.

ຜ່ານການສືບສວນ-ສອບສວນ ທ້າວ ສີວ້າ ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໄດ້ພົວພັນຊື້-ຂາຍຢາເສບຕິດ ແຕ່ຕົ້ນປີ 2020. ສ່ວນຢາບ້າທີ່ຊື້ມາຂາຍ ໄດ້ຈາກຊາຍຄົນໜຶ່ງ ໂດຍຕິດຕໍ່ທາງໂທລະສັບ ແລະ ຊື້ຄັ້ງລະ 3 ມັດ (ມີ 6000 ເມັດ) ເມື່ອໄດ້ຢາບ້າມາແລ້ວ ແມ່ນໄດ້ຂາຍຕໍ່ໃຫ້ໄວລຸ້ນ ຢູ່ເຂດບ້ານໜອງພະຍາ ເມືອງໄຊທານີ ນວ. ມາຮອດວັນທີ 7 ພຶດສະພາ 2020, ເວລາປະມານ 13:00ໂມງ ຜູ້ກ່ຽວ ໄດ້ໂທຕິດຕໍ່ຊື້ຢາບ້າກັບຊາຍຄົນດັ່ງກ່າວ ຈາກນັ້ນ ຜູ້ກ່ຽວໄດ້ຂັບຂີ່ລົດຈັກ ເພື່ອໄປຊື້ຢາບ້າ ແຕ່ຊໍ້າພັດຖືກກັກຕົວກ່ອນ ຢູ່ເຂດເຮືອນພັກບຸນທະວີ ພ້ອມເງິນທີ່ຈະຊື້ຢາບ້າ ຈໍານວນ 2 ລ້ານກີບ .


ປັດຈຸບັນ ຄະດີດັ່ງກ່າວ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊທານີ ນວ ໄດ້ກັກຕົວໄວ້ເພື່ອສືບສວນ-ສອບສວນຂະຫຍາຍຜົນນໍາຈັບຕົວຜູ້ຮ່ວມຂະບວນການ ມາດໍາເນີນຄະດີຕາມຂະບວນຍຸຕິທໍາ.

ຂ່າວສານບ້ານເມືອງ

Post navigation

Previous Post: ຊາຍອາຍຸ 32 ປີ ແຂວນຄໍຕາຍ ເຂດບ້ານຄຳສະຫວາດ
Next Post: ເຕືອນໄພ ໂຈນມາໃນຮູບແບບໃໝ່ຈົກເອົາເງິນໃນກະເປົ໋າແບບບໍ່ຮູ້ໂຕ

Related Posts

ຫຼວງພະບາງແຈ້ງການໂຈະການເຮັດບຸນອອກພັນ ຂ່າວສານບ້ານເມືອງ
ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄຂຂຶ້ນ ທີ່ແຂວງຫາຍໜານ ສປ ຈີນ ຂ່າວສານບ້ານເມືອງ
ດ່ວນ! BCEL ຮັບພະນັກງານ ຈໍານວນຫຼາຍ ຂ່າວສານບ້ານເມືອງ
ຮອດລາວແລ້ວ! ເຮືອບິນ ນຳສົ່ງເຄື່ອງຊ່ວຍເຫຼືອ ຈາກ ສ.ອາເມລິກາ ຂ່າວສານບ້ານເມືອງ
ແຈ້ງການດ່ວນ! ຫ້າມປະຊາຊົນຢູ່ເມືອງທ່າໂທມເຂົ້າປ່າໄປຊອກຢູ່ຫາກິນ ຍ້ອນຈະມີການລາດຕະເວນ ຂ່າວສານບ້ານເມືອງ
ລັດຖະບານ ຍີ່ປຸ່ນຊ່ວຍເຫຼືອ ມອບວັກຊີນ ໃຫ້ ລາວ 616.820 ໂດສ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme