Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫວັນນະເຂດກັບໃບຫນ້າໃຫມ່ແຄມຂອງໃນນະຄອນໄກສອນ ພົມວິຫານມີແນວປ່ຽນແປງ

Posted on 04/06/202004/06/2020 By News No Comments on ສະຫວັນນະເຂດກັບໃບຫນ້າໃຫມ່ແຄມຂອງໃນນະຄອນໄກສອນ ພົມວິຫານມີແນວປ່ຽນແປງ

ແຄມນ້ຳບໍ່ວ່າແຕ່ຢູ່ໃສລ້ວນເປັນທີ່ຊຸ່ມເຢັນ ໃຫ້ຜູ້ຄົນຢາກໄປພັກຜ່ອນເຕົ້າໂຮມ ແລະເມື່ອມີຕະຝັ່ງກັນເຈື່ອນແລ້ວ ຄວາມປອດໄພກໍ່ສູງຂຶ້ນ ຄວາມສວຍງາມກໍ່ຕ້ອງມາຄວບຄູ່ຄວາມຈະເລີນທາງເສດຖະກິດກໍ່ຄືຮ້ານຄ້າສຳລັບຂາຍເຄື່ອງຂອງຕ່າງໆ ຄືກັນກັບນະຄອນໄກສອນພົມວີຫານທີ່ກຳລັງຈະມີໂສມໜ້າໃໝ່ ຫຼັງການກໍ່ສ້າງຕະຝັ່ງກັນເຈື່ອນສຳເລັດ.


ສຳລັບການສ້າງຕະຝັ່ງກັນເຈື່ອນ ໃນນະຄອນໄກສອນ ພົມວິຫານ, ແຂວງ ສະ ຫວັນນະເຂດ ກຳລັງມີຄວາມຄືບຫນ້າຢ່າງຕໍ່ເນື່ອງ, ຄາດວ່າຈະສໍາເລັດ 100% ໃນຕົ້ນປີ 2021. ໂຄງການດັ່ງກ່າວ ແມ່ນ 1 ໃນ 7 ກິດຈະກໍາທີ່ນອນຢູ່ ໃນໂຄງການພັດທະນາຕົວເມືອງຕາມແລວທາງເສດຖະ ກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນໍ້າຂອງ ຫລື GMS ຂອງແຂວງ ສະຫວັນນະເຂດ, ເລີ່ມລົງມືກໍ່ສ້າງນັບແຕ່ທ້າຍປີ 2019 ເປັນຕົ້ນມາ, ມູນຄ່າທັງຫມົດ 4,5 ລ້ານກ່ວາໂດລາສະຫະລັດ ໂດຍແມ່ນທະນາຄານພັດທະ ນາອາຊີ ຫລື ADB ສະຫນອງທຶນໃຫ້ ແລະ ຮັບເຫມົາກໍ່ສ້າງໂດຍ ບໍລິສັດ ລາວມີໄຊ ກໍ່ສ້າງ.

ທ່ານ ຄໍາຟອງ ວໍລະບຸດ ຮອງຜູ້ອໍານວຍການບໍລິສັດ ລາວມີໄຊກໍ່ສ້າງ ໃຫ້ຮູ້ວ່າ: ໂຄງການນີ້ ປະກອບມີ 2 ຫນ້າວຽກໃຫຍ່ຄືວຽກກໍ່ສ້າງກັນເຈື່ອນແຄມຂອງໃນຄວາມຍາວທັງໜົດ 980 ແມັດ ເລີ່ມຈາກທ່າບັກເກົ່າລຽບລົງໄປ ຕາມລໍາແມ່ຂອງໂດຍຈະໄດ້ມີການຖົມດິນຊາຍອອກຈາກຂອບທາງອອກໄປ 50 ແມ້ດ ແລະ ລຽງຫີນລຽບຕາມແຄມຂອງ, ມີບໍລິມາດຊາຍຖົມທັງໜົດ 246.717 ແມັດກ້ອນ ພ້ອມວຽກຕົບແຕ່ງຄວາມງາມໜ້າເດີ່ນດ້ວຍເບຕົງລວດ ລາຍ, ສວນດອກໄມ້, ບ່ອນຫັດກາຍ, ຈຸດນັ່ງຊົມວິນ-ນັ່ງເບິ່ງເຮືອຊ່ວງ ແລະ ຮ້ານຄ້າຂາຍເຄື່ອງ ເຊິ່ງໜ້າວຽກນີ້ສໍາເລັດແລ້ວຫລາຍກ່ວາ 70%.

ສ່ວນໜ້າວຽກທີ 2 ແມ່ນການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກຄວາມຍາວ 980 ແມັດຕາມຄວາມຍາວກັນເຈື່ອນ, ມີໜ້າທາງກວ້າງ 7 ແມັດ, ທາງ ຍ່າງສອງຂ້າງທາງ ແລະ ບ່ອນຈອດລົດສະເພາະ. ປັດຈຸບັນ ຫນ້າວຽກນີ້ ສໍາເລັດແລ້ວຫລາຍກວ່າ 95%. ປະຈຸບັນຍັງພຽງແຕ່ຈຸດນັ່ງຊົມວິວ-ນັ່ງເບິ່ງເຮືອຊ່ວງ, ຮ້ານຄ້າ, ກໍ່ສ້າງຫ້ອງນໍ້າ, ການຕົບແຕ່ງປະດັບດາ, ປູກຫຍ້າ ແລະ ລະບົບໄຟຟ້າຕ່າງໆ ຄາດວ່າທຸກຫນ້າວຽກ ຈະສໍາເລັດ 100% ໃນຕົ້ນປີ 2021 ຕາມແຜນທີ່ວາງໄວ້.

ໂຄງການນີ້ຫຼັງສ້າງສໍາເລັດຈະຊ່ວຍໃຫ້ເຂດແຄມຂອງໃນນະຄອນໄກສອນ ພົມວິຫານ ມີໂສມຫນ້າໃຫມ່ ແລະ ຈະກາຍເປັນບ່ອນທ່ອງທ່ຽວ, ພັກຜ່ອນ ແລະ ອອກກໍາລັງກາຍແຫ່ງໃຫມ່ຂອງແຂວງ ສະຫວັນນະເຂດ.

ຂ່າວສານບ້ານເມືອງ

Post navigation

Previous Post: 3 ຫນ້າວຽກຫຼັກ ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ຊ່ວງຜ່ານແຂວງອຸດົມໄຊ ມາຮອດປັດຈຸບັນ ແມ່ນສຳເລັດແລ້ວ 93,27%
Next Post: ຊາຍອາຍຸ 32 ປີ ແຂວນຄໍຕາຍ ເຂດບ້ານຄຳສະຫວາດ

Related Posts

ປະຫວັດສາດ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເອົາຊະນະ ທີມຊາດມາເລເຊຍ ຂ່າວສານບ້ານເມືອງ
ໂຄງການທາງດ່ວນບໍ່ເຕັນ ຫາ ຫ້ວຍຊາຍ ເລີ່ມສຳຫຼວດອອກແບບກຽມກໍ່ສ້າງແລ້ວ ຂ່າວສານບ້ານເມືອງ
ກອງປະຊຸມໃຫຍ່ຄັ້ງທີ VIII ຂອງຜູ່ແທນແນວລາວສ້າງຊາດ ເມືອງຊະນະຄາມຄັ້ງວັນທີ 17 ມີນາ2020 ຂ່າວສານບ້ານເມືອງ
ຄົນເຈັບອຸ່ນໃຈ! ແພດໝໍຍິນດີ! ອຸດົມໄຊປິ່ນປົວຫາຍດີກັບບ້ານໝົດທຸກຄົນແລ້ວ ຂ່າວສານບ້ານເມືອງ
ພະຍາກອນອາກາດ ປະຈໍາວັນອາກາດຍັງຈະສືບຕໍ່ເຢັນ ຫາ ໜາວ ເຢັນຢູ່ຕື່ມອີກ ຂ່າວສານບ້ານເມືອງ
ວັກຊິນໂ ຄ ວິ ດ ຈໍານວນ 3 ແສນໂດສທີ່ລາວເຮົາໄດ້ຮັບການຊ່ວຍເຫລືອຈາກຈີນຈະແຈກຢາຍໃຫ້ທົ່ວປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme