Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

3 ຫນ້າວຽກຫຼັກ ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ຊ່ວງຜ່ານແຂວງອຸດົມໄຊ ມາຮອດປັດຈຸບັນ ແມ່ນສຳເລັດແລ້ວ 93,27%

Posted on 04/06/202004/06/2020 By News No Comments on 3 ຫນ້າວຽກຫຼັກ ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ຊ່ວງຜ່ານແຂວງອຸດົມໄຊ ມາຮອດປັດຈຸບັນ ແມ່ນສຳເລັດແລ້ວ 93,27%

ໃນທ້າຍອາທິດຜ່ານມາ ຢູ່ທີ່ຫ້ອງປະຊຸມ ພະແນກ ຍທຂ ແຂວງອຸດົມໄຊ ໄດ້ມີກອງປະຊຸມ ຄະ ນະຊີ້ນຳ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ – ຈີນ ຊ່ວງຜ່ານແຂວງອຸດົມໄຊ ໂດຍການເປັນປະ ທານຂອງ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງເສັ້ນ ທາງລົດໄຟ ລາວ  – ຈີນ.

ການດໍາເນີນກອງປະຊຸມໃນຄັ້ງນີ້ ກໍເພື່ອຮ່ວມກັນສະຫຼຸບ,ຕີລາຄາ ແລະ ສັງລວມ ຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດວຽກງານ ໂຄງການກໍ່ສ້າງ,ຍົກໃຫ້ເຫັນຈຸດດີ,ຈຸດອ່ອນ,ຂໍ້ຄົງຄ້າງ ໃນໄລ ຍະຜ່ານມາ ແລະ ວິທີປັບປຸງ, ແກ້ໄຂ ໃນຕໍ່ຫນ້າ ແນໃສ່ເຮັດໃຫ້ໂຄງການດັ່ງກ່າວ ສໍາເລັດຕາມກຳ ນົດເວລາ ແລະ ມີປະສິດທິພາບ ໃນນັ້ນແມ່ນໄດ້ຮັບຟັງການລາຍງານສະພາບລວມ ຄວາມຄືບຫນ້າຂອງໂຄງການກໍ່ສ້າງ ຕົວຈິງ ເຊິ່ງມາຮອດປັດຈຸບັນນີ້ ເຫັນວ່າ ວຽກງານແຕ່ລະດ້ານແມ່ນສໍາເລັດເປັນສ່ວນຫລາຍແລ້ວ ໂດຍສະເພາະແມ່ນ 3 ຫນ້າວຽກຫລັກ ຄື ວຽກງານເຈົ້າອຸໂມງ ທັງ 3 ສັນຍາ ລວມທັງຫມົດ 32 ອຸໂມງ ມີຄວາມຍາວທັງຫມົດ 84,869 ກິໂລແມັດ ສາມາດເຈາະສຳເລັດ ແລ້ວ 28 ອຸໂມງ ຫລື 82,747 ກິໂລແມັດ ເທົ່າກັບ 97,5% ຂອງຄວາມຍາວທັງຫມົດ ຊ່ວງຜ່ານແຂວງອຸດົມໄຊ ຍັງບໍ່ທັນສຳເລັດ 4 ຈຸດ, ວຽກງານກໍ່ສ້າງເສົາຂົວທາງລົດໄຟ ລວມທັງຫມົດ 716 ຕົ້ນ ມາຮອດປັດຈຸບັນແມ່ນກໍ່ສ້າງສຳເລັດທັງຫມົດ ແລ້ວ ເທົ່າກັບ 100% ແລະ ວຽກງານ ດິນຕັດ – ວຽກຖົມຄັນ ທາງລົດໄຟ ສາມາດປະຕິບັດສໍາເລັດແລ້ວ 97,91%  ສັງລວມແລ້ວ ການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ຊ່ວງຜ່ານແຂວງອຸດົມໄຊ ທີ່ມີຄວາມຍາວລວມທັງຫມົດ 126,6 ກິ ໂລແມັດ ໂດຍສະເພາະແມ່ນ ຫນ້າວຽກທັງ 3 ດ້ານນີ້ ສາມາດຈັດຕັ້ງປະຕິບັດສຳເລັດແລ້ວ 93,27%.

ນອກນັ້ນ ກອງປະຊຸມຍັງໄດ້ ສະຫຼຸບການເຄື່ອນໄຫວວຽກງານດ້ານອື່ນໆ ອີກ ໂດຍສະເພາະແມ່ນວຽກງານຂອງຫ້ອງການປະສານງານ,ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ,ການຈ່າຍຄ່າຊົດເຊີຍຜົນກະທົບ ແຕ່ລະງວດ ລວມທັງສະພາບບັນຫາ ທີ່ເກີດຂຶ້ນກັບໂຄງການ ແລະ ການໄກ່ເກ່ຍແກ້ໄຂ ຂອງແຕ່ລະເມືອງທີ່ເສັ້ນທາງລົດໄຟຜ່ານ ເປັນຕົ້ນແມ່ນ ເມືອງນາຫມໍ້,ເມືອງໄຊ ແລະ ເມືອງງາ ພ້ອມທັງມີການປຶກສາຫາລື ເພື່ອຊອກຫາແນວທາງໃນການແກ້ໄຂ ແລະ ເຄື່ອນໄຫວໃນຕໍ່ໜ້າ ໃຫ້ມີປະສິດທິພາບ ແລະ ສຳເລັດຜົນຕາມລະດັບຄາດຫມາຍ.

ກອງປະຊຸມດັ່ງກ່າວ ມີທ່ານ ບຸນລອດ ອ່ອນພະຈັນ ຄະນະປະຈໍາພັກແຂວງ, ປະທານສະພາປະຊາຊົນແຂວງ, ຕາງໜ້າກອງບັນຊາການ ປກຊ – ປກສ, ພະແນກການກ່ຽວຂ້ອງ ແລະ ເຈົ້າເມືອງ ທັງ 3 ເມືອງ ທີ່ມີໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ຜ່ານ ຄື ເມືອງນາຫມໍ້, ເມືອງໄຊ ແລະ ເມືອງງາ ເຂົ້າຮ່ວມ.

ຂ່າວ: ຄານມະນີ ຮຽນດໍຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ດີແທ້ແບບນີ້! ເຊກອງກວດໝົດ ກົງເຕີນ້ຳ, ໄຟຟ້າ ແລະ ນ້ຳມັນຖ້າບໍ່ໄດ້ມາດຕະຖານປ່ຽນຟຣີ
Next Post: ສະຫວັນນະເຂດກັບໃບຫນ້າໃຫມ່ແຄມຂອງໃນນະຄອນໄກສອນ ພົມວິຫານມີແນວປ່ຽນແປງ

Related Posts

ປກສ ນວ ມ້າງການຄ້າປະເວນີ ໄດ້ 5 ຮ້ານ ພ້ອມສາວບໍລິການ 15 ຄົນ ຂ່າວສານບ້ານເມືອງ
ມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ສືບຕໍ່ໃຊ້ມາດຕະການຕໍ່ຮ້ານອິນເຕີເນັດກາເຟທີ່ ລ ະ ເ ມີ ດ ຄຳສັ່ງ ຂ່າວສານບ້ານເມືອງ
ຜົນສຳເລັດກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2021 ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 223ຄົນ ຂ່າວສານບ້ານເມືອງ
ມອບ-ຮັບຫ້ອງການປະສານງານຊາຍແດນ (BLO) ທີ່ບ້ານວັງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme