Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫວັງຢາກສະບາຍ ສຸດທ້າຍຖືກກັກຕົວ

Posted on 04/06/202004/06/2020 By News No Comments on ຫວັງຢາກສະບາຍ ສຸດທ້າຍຖືກກັກຕົວ

ໃນຕອນເຊົ້າ 29 ພຶດສະພາ 2020, ເຈົ້າໜ້າທີ່ໜ່ວຍງານສອບສວນຄະດີອາຍາ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 21 ພຶດສະພາ 2020 ເຈົ້າໜ້າທີ່ໜ່ວຍງານຄົ້ນຄວ້າສັງລວມຫ້ອງການພະແນກຕໍາຫຼວດ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກທ້າວ ທັກສິນ ຂຸນນະເສນ ອາຍຸ 32 ປີ ອາຊີບ ພະນັກງານ ຢູ່ບ້ານ ທ່າພະ ເມືອງຫາດຊາຍຟອງ ນວ, ຕາງໜ້າໃຫ້ຫ້ອງມູນນິທິຊ່ວຍເຫຼືອຄົນທຸກຍາກ ມາແຈ້ງຄວາມເຈົ້າໜ້າທີ່ວ່າ: ໃນເວລາປະມານ 4:00 ໂມງເຊົ້າ ຂອງວັນທີ 21 ພຶດສະພາ 2020 ໄດ້ມີຄົນຮ້າຍ 1 ຄົນ ລັກເອົາລົດກະບະລີໂວ້ ປ້າຍທະບຽນ ກດ 1623 ກໍາແພງນະຄອນ ເຊິ່ງເປັນລົດຂອງຫ້ອງການມູນນິທິຊ່ວຍເຫຼືອຄົນທຸກຍາກ ທີ່ຈອດໄວ້ແຄມທາງຕໍ່ໜ້າຫ້ອງການ ຢູ່ບ້ານສະພັງເມິກ ເມືອງໄຊທານີ ນວ; ຫຼັງຈາກນັ້ນ ເຈົ້າໜ້າທີ່ຈິ່ງໄດ້ອອກຕິດຕາມຈົນຮອດ ເວລາ 13:00 ໂມງ ຈິ່ງໄດ້ຮັບແຈ້ງຈາກເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ວ່າສາມາດຈັບຕົວຄົນຮ້າຍ ແມ່ນທ້າວ ໄຈ ອາຍຸ 28 ປີ ອາຊີບ ເຮັດນາ ບ້ານສະພັງເມິກ ເມືອງໄຊທານີ ນວ. ດັ່ງນັ້ນ, ເຈົ້າໜ້າທີ່ໜ່ວຍງານສອບສວນຄະດີອາຍາ ປກສ ເມືອງໄຊທານີ ນວ ຈິ່ງໄດ້ລົງໄປຈັບຕົວຜູ້ກ່ຽວ ມາດໍາເນີນຄະດີ.

Image may contain: 1 person, indoor
Image may contain: sky, cloud, tree, outdoor and nature

ຜ່ານການສອບສວນ ທ້າວໄຈ (ຜູ້ຖືກຫາ) ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນເວລາປະມານ 11:00 ໂມງ ຂອງວັນທີ 15 ພຶດສະພາ 2020 ໄດ້ລັດຂໍຂີ່ລົດຂົນສົ່ງເບຍແຕ່ບ້ານຊຽງລື ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເພື່ອມາຊອກເຮັດວຽກຢູ່ນະຄອນຫຼວງວຽງຈັນ ແຕ່ລົດຂົນສົ່ງເບຍຂຶ້ນມາຮອດແຕ່ ບ້ານໂພນໄຊ ເມືອງບໍລິຄັນ ແຂວງບໍລິຄໍາໄຊ; ຕໍ່ມາ ຜູ້ກ່ຽວ ໄດ້ລັດລົດສົ່ງຊີມັງ ເພື່ອຂໍຂີ່ໃຫ້ຮອດນະຄອນຫຼວງວຽງຈັນ; ຕໍ່ຈາກນັ້ນ ຜູ້ກ່ຽວ ໄດ້ມາລົງລົດຢູ່ລະຫວ່າງໄຟອໍານາດ ດົງໂດກ ແລ້ວຍ່າງໄປພັກຢູ່ຄິວລົດເມສາຍໃຕ້.

Image may contain: one or more people and people sitting
Image may contain: sky and outdoor

ຕົກມາຮອດເວລາປະມານ 4:00 ໂມງເຊົ້າ ຂອງວັນທີ 21 ພຶດສະພາ 2020 ຜູ້ກ່ຽວເຫັນລົດກະບະລີໂວ້ ປ້າຍທະບຽນ ກດ 1623 ກໍາແພງນະຄອນ ຈອດໄວ້ແຄມທາງ ຈຶ່ງແນມເຂົ້າໄປພາຍໃນຫ້ອງຂັບເຫັນກະແຈລົດສຽບຄາຮູກະແຈລົດ ຈິ່ງເກີດມີແນວຄິດຢາກລັກລົດຄັນດັ່ງກ່າວ ເພື່ອຂັບຂີ່ກັບບ້ານ; ສະນັ້ນ ຜູ້ກ່ຽວຈິ່ງຫາວິທີລັກ ໂດບໄດ້ໄຂປະຕູລົດເບື້ອງຊ້າຍເຂົ້າໄປຫ້ອງຂັບ ພ້ອມບິດກະແຈຕິດຈັກລົດ ແລ້ວຂັບຂີ່ມຸ່ງໜ້າເມື່ອບ້ານຊຽງລື ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ເມື່ອຂັບຂີລົດໄປຮອດບ້ານ ຜາເມືອງ ແຂວງບໍລິຄໍາໄຊ, ຜູ້ກ່ຽວໄດ້ຂັບລົດແຊງລົດກະບະຮຸນໄດ ແຕ່ແຊງບໍ່ພົ້ນເຮັດໃຫ້ທ້າຍລົດຜູ້ກ່ຽວຂັບຂີ່ມາດາດເອົາຫົວລົດກະບະຮຸນໄດ ເມື່ອເປັນແນວນັ້ນ ຜູ້ກ່ຽວໄດ້ຂັບລົດໄປຕໍ່ ບໍ່ຍອມຈອດເບິ່ງ ຈິ່ງເຮັດໃຫ້ເຈົ້າຂອງລົດກະບະຮຸນໄດຂັບຂີ່ໄລ່ຕາມ, ດ້ວຍຄວາມຢາກເອົາຕົວຫຼົບໜີ ຜູ້ກ່ຽວໄດ້ຂັບຂີ່ລົດດ້ວຍຄວາມໄວ ເຮັດໃຫ້ລົດເກີດອຸປະຕິເຫດພິກຂວໍ້າລົງຂ້າງທາງ ສຸດທ້າຍ ຈິ່ງຖືກເຈົ້າໜ້າທີ່ ຈັບຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

Image may contain: one or more people, people standing and outdoor
Image may contain: car and outdoor

ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ໄດ້ລາຍງານໃຫ້ອົງການໄອຍະການປະຊາຊົນເຂດ II ນະຄອນຫຼວງວຽງຈັນ ເພື່ອຂໍຄໍາສັ່ງກັກຂັງພາງ.

Image may contain: tree, sky and outdoor
Image may contain: car and outdoor
ຂ່າວສານບ້ານເມືອງ

Post navigation

Previous Post: ລົດພວງຕໍາກັບລົດກະບະວີໂກ້ ຕົກຂ້າງທາງ ເຈັບ 7 ຄົນ ທີ່ ທ່າແຂກ
Next Post: ດີແທ້ແບບນີ້! ເຊກອງກວດໝົດ ກົງເຕີນ້ຳ, ໄຟຟ້າ ແລະ ນ້ຳມັນຖ້າບໍ່ໄດ້ມາດຕະຖານປ່ຽນຟຣີ

Related Posts

ສື່ມວນຊົນ ກຽມພ້ອມໃນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຂ່າວສານບ້ານເມືອງ
ການນຳພັກ-ລັດ ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ ຂ່າວສານບ້ານເມືອງ
ພັກ ປປ ລາວ ຖືສຳຄັນສ້າງການຫັນປ່ຽນໃໝ່ ທີ່ເປັນລະບົບຄົບຊຸດ-ຕໍ່ເນື່ອງ ຂ່າວສານບ້ານເມືອງ
ສຸດເສົ້າສະຫຼົດໃຈ! ລູກສາວຫາກໍຮຽນຈົບ ແຕ່ຕ້ອງມາຈົບຊີວິດລົງດ້ວຍອຸປະຕິເຫດ ຂ່າວສານບ້ານເມືອງ
ບໍ່ແກ້ວ ໂຈະຊົ່ວຄາວການນຳເຂົ້າໝູ ແລະ ຜະລິດຕະພັນໝູ ຈາກຫຼວງນໍ້າທາ ແລະ ໄທ ຂ່າວສານບ້ານເມືອງ
ປກສ III ກຸ່ມສີສັງວອນ ກັກຕົວຜູ້ຖືກສົງໄສຄ້າຂາຍ ຢ າ ເ ສ ບ ຕິ ດ 3 ຄົນ  ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme