ລາຍງານຈາກ ໜ່ວຍກູ້ໄພແຂວງຄໍາມ່ວນ ໃຫ້ຮູ້ວ່າ ໃນວັນທີ 3 ມິຖຸນາ 2020 ເວລາ 18:00 ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າ:
ມີລົດພວງຕຳກັບລົດກະບະວີໂກ້ ຢູ່ເສັ້ນທາງ ບ້ານ ທ່າແຄ ເມືອງ ທ່າແຂກ ແຂວງຄຳມ່ວນ ເມື່ອໜ່ວຍງານກູ້ໄພພວກເຮົາ ໄປເຖິງຈຸດເກີດເຫດກໍໄດ້ພົບເຫັນຜູ້ບາດເຈັບ 07 ຄົນ ເພດຍິງໝົດ

ຕາມການບອກເລົ່າ : ໄດ້ມີປະຊາຊົນໄປດຳນາມາແລ້ວກຳລັງຂັບຂີ່ລົດກະບະວີໂກ້ກັບເຮືອນພໍອອກມາຮອດຮ່ອມກຳລັງລ້ຽວຊ້າຍຈຸດເກີດເຫດ, ໄດ້ມີລົດພວງມາຕຳເອົາເບື້ອງຂວາຈຶ່ງເຮັດໃຫ້ລົດກະບະວີໂກ້ເສຍຫຼັກຕົກລົງຮ່ອງ

ອາການຂອງຜູ່ບາດເຈັບທີ່ດັ່ງນີ້
- ຜູ່ທີ່ 1 ເພດຍິງ ຫົວແຕກ
- ຜູ່ທີ່ 2 ເພດຍິງ ຕາບວມແລະກະທົບແຂນຊ້າຍ
- ຜຸ່ທີ່ 3 ເພດຍິງ ແຂນຖະຫລອກເບື້ອງຂວາ
- ຜູທີ່ 4 ເພດຍິງ ແຂນຊ້າຍບວມ

- ຜູ່ທີ່ 5 ບາດເຈັບເລັກນ້ອຍ
- ຜຸ່ທີ່ 6 ບາດເຈັບເລັກນ້ອຍ
- ຜູ່ທີ່ 7 ບາດເຈັບເລັກນ້ອຍ
ທາງກູ້ໄພຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງຜູ້ກ່ຽວມາຍັງໂຮງຫມໍແຂວງຄຳມ່ວນ

ສ່ວນການສືບສວນລະອຽດ, ເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນການຕາມຂັ້ນຕອນກົດໝາຍຕໍ່ໄປ.
ໄລຍະນີ້ແມ່ນລະດູຝົນ ຂໍໃຫ້ທຸກທ່ານມີສະຕິໃນການເດີນທາງດ້ວຍ

ອຸບັດຕິເຫດ ເຈັບປ່ວຍສຸກເສີນ ເຫດດ່ວນເຫດຮ້າຍ
ໂທສາຍຕົງ 020 55330065, 020 23451624 (ສາຍດ່ວນ 1624 ໂທຟຣີ) 24ຊົ່ວໂມງ…
🚑ພວກເຮົາເຮັດເພື່ອປະຊາຊົນແລະ ເພື່ອສັງຄົມ ໂດຍບໍ່ຫວັງຜົນຕອບແທນ🚨
🚨 ທີມງານຂອງພວກເຮົາ ຍັງໄດ້ບໍລິການຮັບງານ ເຊັ່ນ :
- ງານສະແຕນບາຍຢູ່” ເດີ່ນບານ ເພື່ອໃຫ້ຄວາມສະດວກແກ່ນັກເຕະບານແລະການປະຖົມພະຍາບານຂັ້ນຕົ້ນໃຫ້ນັກກິລາ .
- ງານບຸນແລະງານສົບ “ ຮັບຈັດລົດແຂກທີ່ມາຮ່ວມງານແລະດູແລງານຕາມເຈົ້າພາບທີ່ແນະນຳ …
- ນຳຂະບວນງານຕ່າງໆ ..