Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພິທີ ຖວາຍພຣະເພີງ ລະດັບຊາດ ພຣະສະຣີຣະສັງຂານ ຂອງອົງພຣະຍອດແກ້ວມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ – 26 ມິຖຸນາ 2020

Posted on 03/06/202003/06/2020 By All in LAOS No Comments on ພິທີ ຖວາຍພຣະເພີງ ລະດັບຊາດ ພຣະສະຣີຣະສັງຂານ ຂອງອົງພຣະຍອດແກ້ວມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ – 26 ມິຖຸນາ 2020

ແຈ້ງຂ່າວການລະສັງຂານ ແລະ ການບໍາເພັນພຣະກຸສົນພຣະສົບຂອງອົງພຣະຍອດແກ້ວມະຫາງອນ ດໍາຣົງບຸນມະຫາເຖຣະເຈົ້າ

ຄະນະກຳມະການຮັບຜິດຊອບງານຖວາຍພຣະເພີງ (ຊາປະນະກິດ) ລະດັບຊາດ ພຣະສະຣີຣະສັງຂານ (ພຣະສົບ) ຂອງອົງພຣະຍອດແກ້ວມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ ຂໍແຈ້ງຂ່າວກ່ຽວກັບກໍານົດການ ວັນຖວາຍພຣະເພີງ ພຣະສະຣີຣະສັງຂານ ແລະ ພິທີທາງການມາຍັງການຈັດຕັ້ງທຸກຂັ້ນພຣະສົງ-ສາມະເນນ ອຸປາສົກ-ອຸປາສິກາ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຊາບທົ່ວເຖິງກັນວ່າ:

ອົງພຣະຍອດແກ້ວມະຫາງອນ ດໍາຣົງບຸນມະຫາເຖຣະເຈົ້າ ປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ໄດ້ລະສັງຂານ ໃນວັນທີ 24 ມີນາ 2020 (ພຣະພຸດທະສັງກາດ 2562) ເວລາ 7:30 ໂມງ ລວມສິຣິອາຍຸໄດ້ 91 ປີ 91 ວັນ ແລະ ວັດສາຍຸການ 71 ພັນສາ.

ປັດຈຸບັນ ພຣະສະຣີຣະສັງຂານ ຂອງອົງພຣະຍອດແກ້ວ ໄດ້ປະດິດສະຖານໄວ້ທີ່ ຫໍທໍາມະສະພາ ຊັ້ນ 2 ວັດພຣະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ເພື່ອບຳເພັນທັກຂິນານຸປາທານ ແລະ ໃຫ້ພຣະສົງ-ສາມະເນນ ພຸດທະສາສະນິກະຊົນທັງຫລາຍ ໄດ້ຂາບໄຫວ້ ສັກກາຣະບູຊາ ກະທຳກະຕະເວທິຕາການ.
ກຳນົດການ ວັນຖວາຍພຣະເພີງພຣະສະຣີຣະສັງຂານ (ເຜົາພຣະສົບ) ແມ່ນຈະໄດ້ຈັດຂຶ້ນ ໃນວັນສຸກ ວັນທີ 26 ມິຖຸນາ 2020 ຢູ່ທີ່ເດີ່ນພຣະທາດຫລວງ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ເຊິ່ງ ມີລາຍລະອຽດດັ່ງນີ້:

ວັນສຸກ ວັນທີ 26 ມິຖຸນາ 2020

  • ເວລາ 13:00 ໂມງ ເຄື່ອນພຣະສະຣີຣະສັງຂານ (ພຣະສົບ) ຂອງອົງພຣະຍອດແກ້ວ ອອກຈາກຫໍທຳມະສະພາສູ່ພຣະເມຣຸມາດຈິຕະກາທານ (ເມນ) ທີ່ເດີ່ນພຣະທາດຫລວງ;
  • ເວລາ 14:00 ໂມງ ພິທີທາງການ ແລະ ສາສະນະພິທີຕາມວາລະ;
  • ເວລາ 20:00 ໂມງ ພິທີຖວາຍດອກໄມ້ທູບທຽນ ແລະ ຖວາຍພຣະເພີງ;


ວັນເສົາ ວັນທີ 27 ມິຖຸນາ 2020

  • ເປັນມື້ບັນຈຸພຣະອັດຖິທາດ (ເກັບດູກ) ແລະ ບໍາເພັນບຸນກຸສົນ ສູດປະຣິດຕະມຸງຄຸນ ຖວາຍທານ ຢູ່ທີ່ຫໍທໍາມະສະພາ ຊັ້ນ 2;

ວັນອາທິດ ວັນທີ 28 ມິຖຸນາ 2020

  • ເວລາ 7:00 ໂມງ ພິທີຕັກບາດ-ຖວາຍມະຫາທານ ແລະ ເຄື່ອງໄທຍະທານທັງຫລາຍ ແດ່ພຣະສົງໝູ່ໃຫຍ່ 108 ອົງ.

ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງການຈັດຕັ້ງພັກ-ລັດ, ເອກະຊົນ ແລະ ບຸກຄົນ-ນິຕິບຸກຄົນ ເພື່ອຊາບໂດຍທົ່ວເຖິງກັນ ແລະ ຖ້າຫາກທ່ານໃດມີຄວາມປະສົງຈະໄປເຂົ້າ ຂາບຄາຣະວະສັກກາຣະບູຊາ ພຣະສະຣີຣະສັງຂານ (ເຄົາຣົບພຣະສົບ), ເຂົ້າຮ່ວມພິທີບໍາເພັນພຣະກຸສົນທັກຂິນານຸປາທານ ຕັກບາດໃນທຸກໆ ເຊົ້າຂອງວັນເສົາ ແລະ ຮ່ວມເປັນເຈົ້າພາບເຈົ້າສັດທາຖວາຍຈະຕຸປັດໄຈ ຫລື ປະກອບສ່ວນຖວາຍທານໃນພິທີດັ່ງກ່າວ ແມ່ນສາມາດໄປໄດ້ທຸກໆວັນ.

ສ່ວນການເຂົ້າຮ່ວມພິທີນັ້ນ ຕ້ອງໄດ້ປະຕິບັດຕາມຄໍາສັ່ງເລກທີ 06/ນຍ ແລະຄໍາແນະນໍາຂອງຄະນະສະເພາະກິດ ກ່ຽວກັບມາດຕະການຕ້ານເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ.

ໝາຍເຫດ: ສໍາລັບການວາງພວງມາລານັ້ນ ແມ່ນແນະນໍາໃຫ້ເຮັດເປັນຕົ້ນກາລະພຶກມາລາ (ຕົ້ນເງິນ) ໃຊ້ແທນພວງມາລາ ເພື່ອໃຫ້ສອດຄ່ອງກັບຮີດຄອງປະເພນີນິຍົມຂອງລາວເຮົາ.

ກໍານົດເວລາ ແລະ ລະບຽບການເຂົ້າຄາຣະວະພຣະສະຣີຣະສັງຂານ

  • ຕັ້ງແຕ່ເວລາ 7:00ໂມງ-21:00 ໂມງ
  • ເລີ່ມແຕ່ວັນທີ 1-25 ມິຖຸນາ 2020

ການແຕ່ງກາຍ: ແຕ່ງສຸພາບ ຕາມປະເພນີນິຍົມ (ນຸ່ງຊຸດຂາວ ຫລື ໂສ້ງ, ສິ້ນຂາວ ເສື້ອຂາວ) ຕາມວັດທະນະທໍາອັນດີງານຂອງລາວເຮົາ;

ຕິດຕໍ່ສອບຖາມລາຍລະອຽດ: ຫ້ອງການບໍລິຫານງານສູນກາງ ອພສ: 020 95925635, 22228443, 55777352, 55454669 ແລະ ກົມສາສະໜາ ສນຊ: 020 55212277, 55699874

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງເຕືອນການເດີນທາງ ແຂວງວຽງຈັນ ຂົວນໍ້າພະນາຍຫັກ ຂົວນໍ້າແຈ້ງແຕກ
Next Post: ລົດພວງຕໍາກັບລົດກະບະວີໂກ້ ຕົກຂ້າງທາງ ເຈັບ 7 ຄົນ ທີ່ ທ່າແຂກ

Related Posts

ລົດຈັກທ່ານໃດເສຍ! ກວດເລກຈັກເລກຖັງເລີຍ! ມີ 17 ຄັນ ຂ່າວສານບ້ານເມືອງ
ກັກຕົວຜູ້ຖືກຫາ 2ຄົນພ້ອມມ້າຈໍານວນຫຼາຍ ຂ່າວສານບ້ານເມືອງ
ປະຊາຊົນລາວໃນຂອບເຂດທົ່ວປະເທດສົ່ງອອກເຂົ້າໄປຈີນ ບັນລຸ 1.350 ໂຕນ ຂ່າວສານບ້ານເມືອງ
ລົດໃຫຍ່ຕໍາກັນກາງເດິກທາງສີສະຫວາດ ຄົນຕິດຄາລົດ ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ອາກາດຍັງຈະໜາວເຢັນພ້ອມມີໝອກໜາປົກຫຸ້ມ ຂ່າວສານບ້ານເມືອງ
ດ່ານພາສີຂົວມິດຕະພາບ 3 ເກັບລາຍຮັບໄດ້ 114,2 ຕື້ກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme