Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອາເມລິກາກຽມສົ່ງກຳລັງທະຫານເຂົ້າຄວບຄຸມກຸ່ມຜູ້ປະທ້ວງ

Posted on 03/06/202003/06/2020 By News No Comments on ອາເມລິກາກຽມສົ່ງກຳລັງທະຫານເຂົ້າຄວບຄຸມກຸ່ມຜູ້ປະທ້ວງ

ກາຍປະເດັນໃຫຍ່ ແລະ ຮ້ອນແຮງທີ່ສຸດຂອງອາເມລິກາໃນເວລານີ້ ສຳລັບການປະທ້ວງຫຼັງຈາກທີ່ ທ້າວ ຈໍ ຟລອຍ ຊາຍຜິວສີທີ່ຖືກຕຳຫຼວດທຳຮ້າຍຮ່າງກາຍດ້ວຍຄວາມຮຸນແຮງຈົນເຮັດໃຫ້ລາວເສຍຊີວິດ ເຊິ່ງມັນນຳມາສູ່ການປະທ້ວງ ແລະ ກໍ່ເຫດຈາລະຈົນທົ່ວອາເມລິກາ ເພື່ອຮຽກຮ້ອງໃຫ້ມີການຈັບກຸມຕົວຕຳຫຼວດທີ່ກ່ຽວຂ້ອງ. ປັດຈຸບັນ, ທາງຕົ້ນສັງກັດໄດ້ປົດເຈົ້າໜ້າທີ່ຕຳຫຼວດອອກຈາກໜ້າທີ່ແລ້ວ 4 ຄົນ ກ່ອນທີ່ຈະມີການຕັ້ງຂໍ້ຫາຂ້າຄົນຕາຍກັບທ້າວ ເດເຣກ ໂຊວິນ ອະດີດຕຳຫຼວດທີ່ເປັນຜູ້ກໍ່ເຫດ.

ตำรวจปราบจลาจลในนครลอสแอนเจลิสปะทะกับกลุ่มผู้ประท้วงซึ่งจุดไฟเผารถสายตรวจอย่างน้อยสองคันและทำลายสิ่งของอื่น ๆ

ເວັບໄຊຂ່າວ bangkokbiznews ລາຍງານ ສະຖານະການປະທ້ວງໃນອາເມລິກາພວມເຄັ່ງຕຶງ. ຫຼ້າສຸດ, ທ່ານ ໂດນັລ ທຣໍ້າ ກ່າວຈະສົ່ງທະຫານເຂົ້າຈັດການກຸ່ມຜູ້ປະທ້ວງການເສຍຊີວິດຂອງ “ຈໍ ຟລອຍ” ທີ່ກາຍເປັນການຈາລະຈົນທຳຮ້າຍເຄື່ອງຂອງ ແລະ ປຸ້ນຮ້ານຄ້າ ທີ່ລັດນິວຢອກປະກາດພາວະສຸກເສີນຫຼັງເກີດເຫດການປະທ້ວງ.

มีรายงานว่ามีประชาชนหลายพันคนร่วมการประท้วงครั้งนี้ โดยพวกเขาปักหลักประท้วงบริเวณข้าง ๆ ศาลาว่าการรัฐโคโลราโด ด้วยการใช้มือไพล่หลัง เพื่อแสดงสัญลักษณ์การประท้วง

ປະທານາທິບໍດີ ໂດນັລ ທຣໍ້າ ຖະແຫຼງການທີ່ທຳນຽບຂາວເມື່ອວັນທີ 1 ມິຖຸນາ ທີ່ຜ່ານມາວ່າ ຫາກລັດ ແລະ ເມືອງຕ່າງໆ ບໍ່ສາມາດຄວບຄຸມການປະທ້ວງທີ່ກຳລັງບານປາຍໄດ້ ກໍ່ຈະສັ່ງໃຫ້ກອງກຳລັງທະຫານອາເມລິກາເຂົ້າຈັດການທັນທີ.

หญิงประท้วงรายหนึ่งยืนชูป้ายประท้วงประชันหน้ากับเจ้าหน้าที่ตำรวจที่ยืนขวางกลุ่มผู้ประท้วงในสวนสาธารณะจตุรัสลาฟาแยตต์ ในกรุงวอชิงตัน ดีซี

ຜູ້ນຳອາເມລິກາກ່າວຢໍ້າວ່າ ເຈົ້າເມືອງ ແລະ ຜູ້ວ່າການລັດຕ້ອງເຮັດໜ້າທີ່ຢ່າງໜັກຈົນກວ່າເຫດການນີ້ສະຫງົບລົງ ຫາກເມືອງ ຫຼື ລັດໃດປະຕິເສດທີ່ຈະດຳເນີນມາດຕະການທີ່ຈຳເປັນຕໍ່ການປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ ອາດຈະຕ້ອງມີການລະດົມກອງທັບອາເມລິກາເຂົ້າປະຈຳການໃນພື້ນທີ່ ແລະ ແກ້ບັນຫານີ້ຢ່າງຮີບດ່ວນ.

อาคารและธุรกิจในเมืองมินนีแอโปลิสของรัฐมินนิโซตาถูกปล้นและบุกทำลายหลายแห่ง รวมทั้งที่ทำการไปรษณีย์แห่งนี้ด้วย

ໃນ 15 ລັດ ແລະ ນະຄອນວໍຊິງຕັນຂອງສະຫະລັດອາເມລິກາ ສັ່ງໜ່ວຍກອງກຳລັງພິທັກຊາດເຂົ້າປະຈຳການ ເພື່ອຄວບຄຸມສະຖານະການປະທ້ວງທີ່ມີຕົ້ນຕໍຈາກການເສຍຊີວິດດ້ວຍນໍ້າມືຂອງຊາຍຜິວສີຊື່ ຈໍ ຟລອຍ.

ภาพกลุ่มผู้ชุมนุมเดินขบวนในเมืองโคลัมเบียของรัฐเซาท์แคโรไลนา ที่มีรายงานว่ามีการขว้างปาก้อนหินจนทำให้มีผู้ได้รับบาดเจ็บไม่ว่าจะเป็นตำรวจ และนักข่าวรายหนึ่ง

ໃນຄຳຖະແຫຼງການຮ່ວມຂອງເຈົ້າເມືອງ ແລະ ຜູ້ວ່າການລັດນິວຢອກລະບຸວ່າ ຈະມີການເພີ່ມກຳລັງຕຳຫຼວດເຂົາປະຈຳການໃນເມືອງແຫ່ງນີ້ເປັນ 2 ເທົ່າ ເພື່ອຊ່ວຍປ້ອງກັນຄວາມຮຸນແຮງ ແລະ ຄວາມເສຍຫາຍທາງຊັບສິນ.

ຮຽບຮຽງຂ່າວ: ພຸດສະດີ

ຂ່າວສານບ້ານເມືອງ

Post navigation

Previous Post: ນັກຕົ້ມຕຸນ ໄປບໍ່ລອດ ຖືກຈັບມາດຳເນີນຄະດີ
Next Post: ດີໃຈນໍາເດີ້! ປິ່ນປົວຫາຍດີເພີ່ມອີກ 2 ຄົນ ອອກໂຮງໝໍແລ້ວ

Related Posts

ການສໍາຫຼວດສະຖິຕິກະສິກຳຢູ່ແຂວງເຊກອງ ປະຕິບັດສໍາເລັດແລ້ວ 94% ຂ່າວສານບ້ານເມືອງ
Indian JioMeet App offers best 24 hours free, put pressure on Zoom ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອນີ້ເພີ່ມອີກ 1195ຄົນ ຂ່າວສານບ້ານເມືອງ
ກອງບັນຊາການທະຫານແຂວງບໍ່ແກ້ວເປີດກອງປະຊຸມເຜີຍແຜ່ຄຳສັ່ງແນະນຳການແບ່ງປະເພດການຈັດຕັ້ງພັກ ແລະ ສະມາຊິກພັກ ປະຈຳປີ 2020 ຂ່າວສານບ້ານເມືອງ
ເມືອງ ຕົ້ນເຜິ້ງ ຈັດພິທີທຳລາຍສິນຄ້າໝົດອາຍຸ – ເສຍຄຸນ  ຂ່າວສານບ້ານເມືອງ
ພະຍາກອນອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍ ກໍາລັງປານກາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme