ເຈົ້າໜ້າທີ່ຕໍາຫຼວດພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ທ້າວ ເກັ່ງ ຫຼື ໄມຄໍາ ອາຍຸ 33 ປີ ຢູ່ບ້ານ ນໍ້າງອມ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ ເຊິ່ງເປັນຜູ້ຖືກຫາໃນຄະດີ ລັກຊັບພົນລະເມືອງ ປະເພດລົດຈັກ, ຖືກເຈົ້າໜ້າທີ່ກັກຕົວ ໃນວັນທີ 15 ມັງກອນ 2020 ໄດ້ຮັບສາລະພາບກັບເຈົ້າໜ້າທີ່ວ່າ: ຕົນເຄີຍຖືກຈໍາຄຸກມາແລ້ວ 04 ຄັ້ງໃນສະຖານລັກຊັບພົນລະເມືອງ, ພາຍຫຼັງອອກຄຸກມາກໍ່ໄດ້ເຄື່ອນໄຫວລັກຊັບອີກ ຈໍານວນ 04 ຄັ້ງກ່ອນຖືກເຈົ້າໜ້າທີ່ ປກສ ເມືອງ ຄໍາເກີດ ແຂວງ ບໍລິຄໍາໄຊ ກັກຕົວ ແລ້ວສົ່ງໃຫ້ເຈົ້າໜ້າທີ່ຕໍາຫຼວດພະແນກສືບສວນ-ສອບສວນ ປກສ ແຂວງ ດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນ ທ້າວ ເກັ່ງ ຫຼື ໄມຄໍາ ໄດ້ໃຫ້ການຍອມຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກຊັບປະເພດລົດຈັກຂອງບຸກຄົນອື່ນດ້ວຍຮູບການຂໍຢືມ ແລ້ວນໍາເອົາໄປຂາຍ ມາແລ້ວ 04 ຄັ້ງ, ໄດ້ລົດຈັກ 04 ຄັນ ເຊິ່ງຄັ້ງທີ່ 01 ໃນໄລຍະເດືອນ ພະຈິກ 2019 ໄດ້ໄປຕັວະຢືມລົດຈັກເວບໂຄລາວສີດໍາບໍ່ມີປ້າຍທະບຽນ ຂອງນາງ ນີ ຢູ່ບ້ານ ຫ້ວຍເລິກ ເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ ໂດຍຜູ້ກ່ຽວໃຊ້ຮູບການເຂົ້າໄປສ້າງຄວາມຮັກແພງ, ຫຼັງຈາກນັ້ນກໍ່ຂໍຢືມລົດຈັກແລ້ວນຳໄປຂາຍໃຫ້ ທ້າວ ອົ້ນ ຢູ່ບ້ານ ທ່າສາລາ ເມືອງ ຄໍາເກີດ ໃນລາຄາ 700,000 ກີບ, ຄັ້ງທີ 02 ໃນເດືອນ ທັນວາ 2019 ໄດ້ຕັວະຂໍຢືມລົດຈັກເວບຈີນ ສີແດງ-ດໍາ, ບໍ່ມີປ້າຍທະບຽນຂອງທ້າວ ວັນ ຢູ່ບ້ານ ນາພົງ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ, ແລ້ວເອົາໄປຂາຍໃຫ້ຄົນຜູ້ໜຶ່ງບໍ່ຮູ້ຊື່ຢູ່ບ້ານ ຫາດຊາຍຄໍາ ເມືອງ ປາກກະດິງ ໃນລາຄາ 500,000 ກີບ, ຄັ້ງທີ 03 ໃນຄັ້ງວັນທີ 01 ມັງກອນ 2020 ໄດ້ໄປຕັວະຢືມລົດຈັກເວບຈີນ ຂອງທ້າວ ຄໍາພາ ຢູ່ບ້ານ ປ່າຄາ ເມືອງ ຄໍາເກີດ, ແລ້ວເອົາໄປຂາຍໃຫ້ທ້າວ ເພັດ ຢູ່ບ້ານ ພູສາດ ເມືອງ ຄໍາເກີດ ໃນລາຄາ 500,000 ກີບ, ຄັ້ງທີ່ 04 ໃນໄລຍະເດືອນ ມັງກອນ 2020 ໄດ້ໄປຕັວະຢືມລົດຈັກເວບ 100 ສີແດງດໍາ ປ້າຍທະບຽນ ຈຈ 2582 ບໍລິຄໍາໄຊ ທີ່ເປັນລົດຂອງແມ່ ທ້າວ ກີ້ ຢູ່ບ້ານ ວັດທາດ ເມືອງ ບໍລິຄັນ ແລ້ວຂີ່ມາບ້ານ ນາງອຍ ເມືອງ ຄໍາເກີດ ແລະ ໄດ້ເອົາໄປຂາຍໃຫ້ກັບຄົນບໍ່ຮູ້ຊື່ ໃນລາຄາ 1,700,000 ກີບ, ເມື່ອໄດ້ເງິນມາຜູ້ກ່ຽວກໍ່ເອົາໄປໃຊ້ຈ່າຍຊື້ເບຍມາດື່ມກັບໝູ່ ໝົດເງິນ 400,000 ກີບ, ຈາກນັ້ນ ເມຍເຈົ້າຂອງຜູ້ຊື້ລົດໄດ້ເອົາລົດຈັກມາສົ່ງພ້ອມທັງຂໍເງິນຄືນ, ແລ້ວຜູ້ກ່ຽວໄດ້ສົ່ງເງິນຄືນ ຈໍານວນ 1,300,000 ກີບ, ຈຶ່ງເຮັດໃຫ້ເມຍຜູ້ນັ້ນບໍ່ພໍໃຈ ແລະ ໄດ້ໄປແຈ້ງຄວາມກັບນາຍບ້ານ ນາງອຍ ແຈ້ງໃຫ້ເຈົ້າໜ້າທີ່ ປກສ ເມືອງ ຄໍາເກີດ ມາກັກຕົວຜູ້ກ່ຽວໄປດໍາເນີນຄະດີ.

ທ້າວ ເກັ່ງ ຫຼື ໄມຄໍາ ຍັງໄດ້ຮັບສາລະພາບຕື່ມອີກວ່າ: ນອກຈາກເຄື່ອນໄຫວຕັວະເອົາລົດຈັກໄປຂາຍແລ້ວ, ຜູ້ກ່ຽວຍັງໄດ້ໄປຕັວະເອົາໂທລະສັບຍີ່ຫໍ້ຊໍາຊຸງ ຈໍານວນ 02 ໜ່ວຍ ຂອງຄົນຜູ້ໜຶ່ງບໍ່ຮູ້ຊື່ຢູ່ ບ້ານ ນາຫີນ, ເມືອງ ຄູນຄໍາ ແຂວງ ຄໍາມ່ວນ ແລ້ວນໍາໄປຂາຍໃຫ້ຄົນລາວສູງບໍ່ຮູ້ຊື່ ຢູ່ ບ້ານ ນາງອຍ ເມືອງຄໍາເກີດ ຈໍານວນ 01 ໜ່ວຍ ໄດ້ເງິນ ຈໍານວນ 150,000 ກີບ, ອີກໜຶ່ງໜ່ວຍແມ່ນເອົາໄວ້ນໍາໃຊ້ເອງ, ສ່ວນເງິນທີ່ໄດ້ມາຈາກການຂາຍລົດຈັກ ແລະ ໂທລະສັບ ແຕ່ລະຄັ້ງຜູ້ກ່ຽວໄດ້ເອົາໄປໃຊ້ຈ່າຍຫຼິ້ນກິນຟູມເຟືອຍຈົນໝົດ.
ເຈົ້າໜ້າທີ່ຕໍາຫຼວດ ພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄໍາໄຊ ໄດ້ໃຫ້ຮູ້ຕື່ມວ່າ: ປະຈຸບັນລົດຈັກທີ່ ທ້າວ ເກັ່ງ ຫຼື ໄມຄໍາ ລັກໄປຂາຍຈໍານວນ 04 ຄັນ ແມ່ນສາມາດເກັບກູ້ຄືນມາໄດ້ແລ້ວ ແລະ ໄດ້ມອບຄືນໃຫ້ເຈົ້້າຂອງເດີມແລ້ວຈໍານວນ 02 ຄັນ, ອີກ 02 ຄັນ ໄດ້ແຈ້ງເຖິງເຈົ້າຂອງລົດ ເພື່ອນໍາເອກະສານທີ່ຖືກຕ້ອງມາຢັ້ງຢືນເອົານໍາເຈົ້າໜ້າທີ່ ຕໍາຫຼວດ ພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄໍາໄຊ ໃນໂມງລັດຖະການ, ສ່ວນທ້າວ ເກັ່ງ ຫຼື ໄມຄໍາ ປະຈຸບັນຢູ່ໃນຂັ້ນຕອນສະຫຼຸບສໍານວນຄະດີສົ່ງໄອຍະການເພື່ອສັ່ງຟ້ອງສານຕັດສິນຕໍ່ຜູ້ກ່ຽວຕາມລະບຽບກົດໝາຍ.