Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

1 ວັນຜ່ານມາ ມີຜູ້ເດີນທາງເຂົ້າມາລາວຫຼາຍກ່ວາພັນຄົນ

Posted on 03/06/202003/06/2020 By News No Comments on 1 ວັນຜ່ານມາ ມີຜູ້ເດີນທາງເຂົ້າມາລາວຫຼາຍກ່ວາພັນຄົນ

ຄະນະສະເພາະກິດ ໄດ້ລາຍງານໃຫ້ຊາບໃນໂອກາດຖະແຫຼງຂ່າວມື້ນີ້ວ່າ ນັບມາຮອດເວລາ 17ໂມງ ຂອງວັນທີ 1 ມິຖຸນາ 2020 ມີຈໍານວນຜູ້ເດີນທາງເຂົ້າມາ ສປປ ລາວ ໂດຍຜ່ານຈຸດຜ່ານແດນຕ່າງໆ ທັງໝົດ 1,496 ຄົນ.

ຈໍານວນຜູ້ເດີນທາງເຂົ້າມາໂດຍຜ່ານດ່ານລາວ-ໄທ 799 ຄົນ, ໃນນັ້ນ ຜ່ານດ່ານຂົວມິດຕະພາບ I ມີແຮງງານລາວ 61 ຄົນ ແລະ ຄົນເຈັບກັບມາຈາກການປິ່ນປົວ 02 ຄົນ; ສ່ວນແຮງງານລາວ ທີ່ຜ່ານດ່ານຂົວມິດຕະພາບ II ມີ 05 ຄົນ, ເຫຼືອນັ້ນ ແມ່ນຄົນຂັບລົດຂົນສົ່ງສິນຄ້າ 731 ຄົນ.

1 ວັນຜ່ານມາ ມີຜູ້ເດີນທາງເຂົ້າມາລາວຫຼາຍກ່ວາພັນຄົນ

ຈຸດຜ່ານດ່ານລາວ-ຈີນ ມີ 25 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ຈຸດຜ່ານດ່ານລາວ-ຫວຽດນາມ ມີ 625 ຄົນ, ທັງໝົດແມ່ນຄົນຂັບລົດຂົນສົ່ງສິນຄ້າ.

ສໍາລັບຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ ມີ 47ຄົນ, ໃນນັ້ນ ມີແຮງງານຈີນ ຂອງໂຄງການກໍ່ສ້າງທາງລົດໄຟ 46 ຄົນ ແລະ ຄົນລາວ 01 ຄົນ ມີຜົວເປັນຄົນຈີນ.

ຄະນະສະເພາະກິດ ໄດ້ຢືນຢັນວ່າ ທຸກຄົນທີ່ເຂົ້າມາ ສປປ ລາວ ໃນໄລຍະນີ້ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ ແລະ ກວດຫາອາການຜິດປົກກະຕິ, ເຖິງວ່າບໍ່ພົບຜູ້ມີ ອາການເປັນໄຂ້, ແຕ່ທັງໝົດກໍ່ໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສະຖານທີ່ ທີ່ໄດ້ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ ເພື່ອຮັບປະກັນໃຫ້ຖືກຕ້ອງຕາມຂັ້ນຕອນໃນການກວດຫາເຊື້ອພະຍາດໂຄວິດ-19.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 01 ມິຖຸນາ 2020 ໄດ້ເກັບຕົວຢ່າງມາ ກວດທັງໝົດ7,249 ຕົວຢ່າງ, ຜົນກວດແມ່ນບໍ່ພົບຜູ້ຕິດເຊື້ອໃໝ່.

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ

ຂ່າວສານບ້ານເມືອງ

Post navigation

Previous Post: ທໍາມະຊາດກາງເມືອງຫຼວງ – ສວນສາທາລະນະ ໜອງສະພັງເລນ
Next Post: ນັກຕົ້ມຕຸນ ໄປບໍ່ລອດ ຖືກຈັບມາດຳເນີນຄະດີ

Related Posts

ອຸບັດຕິເຫດລົດເກັງເສຍຫຼັກຕໍາຕົ້ນໄມ້ ເຈັບ 1 ຄົນ ຂ່າວສານບ້ານເມືອງ
ສາທາລະນະສຸກ ຢັ້ງຢືນວ່າ ບໍ່ສາມາດຕິດເຊື້ອພະຍາດໂຄວິດ-19 ຜ່ານການສຳຜັດທະນາບັດໄດ້ງ່າຍ ຂ່າວສານບ້ານເມືອງ
ຮອດລາວອີກແລ້ວ! ສປ ຈີນ ສະຫນອງວັກຊີນ ຄັ້ງທີ 6 ຈໍານວນ 400.000 ໂດສ ໃຫ້ ສປປ ລາວ ຂ່າວສານບ້ານເມືອງ
ຊົມເຊີຍ ປະຊາຊົນບ້ານໃໝ່ໄຊສົມບູນ ເມືອງປາກຊ່ອງ ສາມັກຄີກັນກໍ່ສ້າງທາງເບຕົງພາຍໃນບ້ານ ຂ່າວສານບ້ານເມືອງ
ຫ້ອງການ ການເງິນເມືອງອາດສະພອນ ປະກາດຫົວໜ້າສ່ວຍສາອາກອນຄົນໃໝ່ ຂ່າວສານບ້ານເມືອງ
ລົດຈັກຕໍາຫຼັກຂ້າງທາງຮຸນແຮງ ເສຍຊີວິດຄາທີ່ 1 ສາຫັດ 1 ທາງບ້ານໜອງໂກ່ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme