Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພາບມຸມສູງ ຈຸດຂົວນໍ້າພະນາຍຫັກ ວັນທີ 2 ມິຖຸນາ 2020

Posted on 02/06/202002/06/2020 By All in LAOS No Comments on ພາບມຸມສູງ ຈຸດຂົວນໍ້າພະນາຍຫັກ ວັນທີ 2 ມິຖຸນາ 2020

ພາບມູມສູງ ຈຸດຂົວຫັກ ຂົວ ນໍ້າພະນາຍ ບ້ານເກີນ ເມືອງທຸລະຄົມ, ແຂວງວຽງຈັນ ພາບຈາກ TF Travel

ໃນຕອນເຊົ້າວັນທີ 2 ມີຖຸນາ 2020 ນີ້ ເວລາປະມານ 7 ໂມງເຊົ້າ ເກີດເຫດລົດບັນທຸກໜັກເກີນຂ້າມຂົວນໍ້າພະນາຍ ບ້ານເກີນ ເມືອງທຸລຄົມ ແຂວງວຽງຈັນ ເຮັດໃຫ້ຂົວດັ່ງກ່າວຫັກ

ຜ່ານການກວດກາຂອງເຈົ້າໜ້າທີ່ ຕໍາຫຼວດຈະລາຈອນ ປກສ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ ຜູ້ຂັບລົດບັນທຸກ ຊື່ ທ້າວ ເຈຍລໍ່ ອາຍຸ 38 ປີ, ອາຊີບ: ຂັບລົດ ຢູ່ບ້ານນາຍາວ ເມືອງໜື່ນ ແຂວງວຽງຈັນ ເປັນພະນັກງານຂັບລົດຂອງ ບໍລິສັດ ລາວ ອີລີ້ວ ການຄ້າ ຜູ້ກຽ່ວໄດ້ຂັບຂີລົດບັນທຸກ 22 ລໍ້ ຍີ້ຫໍ້ ຊັງແມນ ປ້າຍທະບຽນ ບຂ 9860 ກຳແພງນະຄອນ ບັນທຸກຫົວເຊື້ອປຸນ ນ້ຳໜັກປະມານ 40 ໂຕນ ເຊິ່ງໄດ້ບັນທຸກຫົວເຊື້ອປຸນມາແຕ່ເມືອງວັງວຽງ ເປົ້າໝາຍຈະໄປສົ່ງຢູ່ທີ່ນະຄອນຫຼວງວຽງຈັນ ,

ເຫດການໃນຄັ້ງນີ້ມີຜູ້ຂັບໄດ້ຮັບບາດເຈັບສົມຄວນ 1 ຄົນ , ລົດໃຫຍ່ເປ່ເພສົມຄວນ 1 ຄັນ , ປະເມີນຜົນເສຍຫາຍໃນເບື້ອງຕົ້ນປະມານ 700 ກວ່າລ້ານກີບ.

.

.

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ຕອນເຊົ້າ ເວລາປະມານ 7:00 ວັນທີ່ 2 ມິຖຸນາ 2020 ເກີດເຫດ ລົດຂົນສົ່ງເຂົ້າຂົວນໍ້າພະນາຍ ບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ແລ້ວຂົວຫັກ

ປະຊາຊົນບອກວ່າ ມີລົດພວງ 22 ລໍ້ ສາມຄັນທີ່ພະຍາຍາມ ຂ້າມຂົວດັ່ງກ່າວ, ຄັນທີ່ 1 ຂ້າມໄດ້, ຄັນທີ່ສອງຂີ່ຮອດກາງຂົວ ແລ້ວຂົວຫັກ, ໂຊກດີທີ່ໂຊກເຟີ ລອດ.

ຂົວນີ້ມີປ້າຍຫ້າມລົດເກີນ 15 ໂຕ່ນຜ່ານ, ເຊິ່ງມີເສັ້ນທາງເວັ້ນໃຫ້ແລ້ວ. ຂົວຫັກຄັ້ງນີ້ ເປັນຄັ້ງທີ່ສອງ ເພາະກ່ອນໜ້ານີ້ ສາມປີ ກໍ່ມີລົດບັນທຸກສິນຄ້າ ໜັກເກີນຄວາມສາມາດຮອງຮັບນໍ້າໜັກເຂົ້າແລະເກີດອຸບັດຄິເຫດຂົວຫັກມາແລ້ວ.

ເຈົ້າໜ້າທີ່ຈະດໍາເນີນການກວດສອບຕາມຊັ້ນຕອນກົດໝາຍຕໍ່ໄປ. ສ່ວນການສ້ອມແປງຄາດວ່າຄົງຈະໃຊ້ເວລາອີກດົນສົມຄວນ.

.

.

ຄລິບ

ຂ່າວສານບ້ານເມືອງ

Post navigation

Previous Post: [:en]ລັດຊີ້ແຈງລາຍຈ່າຍບ້ວງແຮສຸກເສີນ 30 ຕື້ກີບ ທີ່ນໍາໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19[:]
Next Post: ຈັບໄດ້ແລ້ວ ກໍລະນີຕໍາແລ້ວໜີ ທີ່ ສີ່ແຍກໄຟແດງ ຄ້ອຍໂພນເຄັງ

Related Posts

ເຈົ້າເມືອງອາດສະພອນລົງສຳຫຼວດເສັ້ນທາງແຕ່ບ້ານຜັກຂະຍ່າຫາບ້ານສົ້ມໂຮງ ຂ່າວສານບ້ານເມືອງ
ພິທີເຊັນບົດບັນທຶກສັນຍາການຊ່ວຍເຫຼືອການກໍ່ສ້າງລະບົບນໍ້າ ແລະ ໄຟຟ້າຂອງກອງຮ້ອຍ 121 ກອງບັນຊາການທະຫານແຂວງບໍ່ແກ້ວ ຂ່າວສານບ້ານເມືອງ
ເປີດນິທັດສະການດອກຄາຍປ່າ ແລະ ຊາກຸຣະ ຫົວພັນ ຂ່າວສານບ້ານເມືອງ
ລົມພະຍຸພັດແຮງເຮັດໃຫ້ຕົ້ນໄມ້ໃຫຍ່ລົ້ມທັບຮູບປັ້ນຊ້າງ ແລະ ກຳແພງວັດອົງຕື້ເສຍຫາຍຫນັກ ຂ່າວສານບ້ານເມືອງ
ຮີບດ່ວນ ແຂວງຈຳປາສັກຫາລືກຽມຄວາມພ້ອມຮອບດ້ານ ເພື່ອແກ້ໄຂສະຖານະການ ການລະບາດຂອງ ພ ະ ຍ າ ດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ອັນຕະລາຍ ເຫດໂຈນປຸ້ນຈີ້ເອົາລົດຈັກ ເຂດດົງນາທອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme