ລັດຖະບານລາວ ໄດ້ອະນຸຍາດໃຫ້ບໍລິສັດ ໂອເຊຍໂນ ຈຳກັດ ໃນການສຶກສາ ຫຼື ສຳຫຼວດຄວາມເປັນໄປໄດ້ໃນການການລ້ຽງງົວພັນຊີ້ນ ແລະ ງົວພັນນົມ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ຢູ່ບ້ານລາດງ່ອນ ແລະ ບ້ານນາຄູນ ເມືອງແປກ ແຂວງຊຽງຂວາງ ໃນເນື້ອທີ່ 150 ເຮັກຕາ ຊຶ່ງບໍລິສັດດັ່ງກ່າວຈະລົງທຶນເບື້ອງຕົ້ນປະມານ 44,96 ຕື້ກີບ (5 ລ້ານໂດລາ), ໂດຍຈະໃຊ້ເວລາໃນການສຶກສາ 12 ເດືອນ.

ໂຄງການລ້ຽງງົວພັນຊີ້ນ ແລະ ງົວພັນນົມນີ້ ແມ່ນຈຸດປະສົງຫຼັກອັນໜຶ່ງຂອງລັດຖະບານລາວ ໃນການຂະຫຍາຍການລ້ຽງສັດໃຫຍ່ຢູ່ລາວ ເພື່ອເປັນການຫຼຸດຜ່ອນຄວາມຂາດແຄນຊີ້ນ ໂດຍສະເພາະຊີ້ນງົວຢູ່ໃນທ້ອງຕະຫຼາດ ຊຶ່ງໄດ້ເຮັດໃຫ້ລາຄາຊີ້ນງົວສູງເຖິງ 75,000-80,000 ກີບ/ໂລ ໃນປັດຈຸນັນ.

ພິທີເຊັນສັນຍາໃນການອະນຸຍາດບໍລິສັດດັ່ງກ່າວໃນການສຶກສາ ຫຼື ສຳຫຼວດຄວາມເປັນໄປໄດ້ຂອງໂຄງການລ້ຽງງົວດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນບໍ່ດົນມານີ້ ຢູ່ທີ່ພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ເຊິ່ງເຊັນໂດຍ ທ່ານ ບົວເງິນ ຫຸມໄຊຍະພົມ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ ແລະ ທ່ານ ຄອນຄຳ ອິນທະວົງ ປະທານບໍລິສັດ ໂອເຊຍໂນ ຈຳກັດ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນຕົ້ນ ໄຊຍະພອນ ເຈົ້າແຂວງຊຽງຂວາງ.
ຂ່າວ: ວຽງຈັນທາຍ