Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການປ້ອງກັນການແຜ່ລະບາດຂອງໂຄວິດ-19, ທຸກຄົນຕ້ອງມີສ່ວນຮ່ວມ

Posted on 02/06/202002/06/2020 By News No Comments on ການປ້ອງກັນການແຜ່ລະບາດຂອງໂຄວິດ-19, ທຸກຄົນຕ້ອງມີສ່ວນຮ່ວມ

ຄະນະສະເພາະກິດ ນອກຈາກການຕິດຕາມສະພາບການລະບາດລະບາດພາຍໃນປະເທດແລ້ວ ຍັງໄດ້ຕິດຕາມສະພາບການລະບາດຂອງປະເທດໃກ້ຄຽງ ແລະ ການລະບາດຢູ່ໃນໂລກ, ເຊິ່ງເຫັນວ່າຍັງມີການເພີ່ມຂຶ້ນໃນແຕ່ລະວັນ, ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ທຸກຄົນມີສ່ວນຮ່ວມໃນການປ້ອງກັນພະຍາດໂຄວິດ-19 ເພື່ອບໍ່ໃຫ້ກັບມາລະບາດໃນຮອບທີ 2.

ຄະນະສະເພາະກິດ ໄດ້ລາຍງານໃຫ້ຊາບໃນຕອນບ່າຍມື້ນີ້ວ່າ ມາຮອດ 6 ໂມງເຊົ້າ ຂອງວັນທີ 1 ມິຖຸນາ 2020, ທົ່ວໂລກມີທັງໝົດ 213 (ປະເທດ/ເຂດ), ມີການຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 6 ລ້ານກວ່າຄົນ, ເຊິ່ງເພີ່ມໃໝ່ 109,941 ຄົນ ແລະ ເສຍຊີວິດແລ້ວ 373,677 ຄົນ ກວມເອົາ 5.97% ຂອງຜູ້ຕິດເຊື້ອທັງໝົດ.

COVID-19: Lào không ghi nhận ca mắc bệnh trong 10 ngày liên tiếp

ສະເພາະກຸ່ມປະເທດອາຊຽນ ມີການຢັ້ງຢືນຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 91,179 ຄົນ ແລະ ເສຍຊີວິດແລ້ວ 2,773 ຄົນ, ສະເພາະມື້ວານນີ້ ມີຜູ້ເສຍຊີວິດ 47 ຄົນ.

Laos | World Vision International

ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກຄົນໃນທົ່ວປະເທດຈົ່ງສືບຕໍ່ຮ່ວມກັນເປັນເຈົ້າການປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເກີດການລະບາດຮອບໃໝ່ຂຶ້ນມາ.

Laos records first two coronavirus cases | The Star

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 31 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 7,180 ຕົວຢ່າງ ແລະ ກໍ່ເປັນ 50 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່ຢູ່ ສປປ ລາວ.

ປະຈຸບັນ, ມີຜູ້ນອນຕິດຕາມ ຢູ່ໂຮງໝໍມິດຕະພາບ 3 ຄົນ, ໃນນີ້ຍິງ 2 ຄົນ, ທັງໝົດມີອາການປົກກະຕິ ຈະໄດ້ຕິດຕາມເກັບຕົວຢ່າງມາກວດຈົນກວ່າບໍ່ພົບເຊື້ອຈຶ່ງຈະພິຈາລະນາໃຫ້ອອກໂຮງໝໍ.

ຂ່າວ: ວຽງຈັນທາຍ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ຂົວນໍ້າພະນາຍຫັກແລ້ວ (ມີຄລິບ)
Next Post: ແຈ້ງເຕືອນ ໂຈນມາຈີ້ເອົາຊັບສິນເງິນຄຳ ຄົນທີ່ເຊົ່າຫ້ອງແຖວຢູ່ໃຫ້ລະວັງ

Related Posts

ລາວ-ຈີນ ສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຂ່າວສານບ້ານເມືອງ
ລາວ ໂທລະຄົມ ໄຂງານຕະຫຼາດນັດ “Lao Telecom Market” ພ້ອມມອບລາງວັນລົດໃຫ່ຍ TOYOTA Revo ໃຫ້ລູກຄ້າຜູ້ໂຊກດີ ໃນໂຄງການ “ຂູດບັດຮັບໂຊກ” ຂ່າວສານບ້ານເມືອງ
ນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດເປັນເອກະສານຢັ້ງຢືນການມອບພັນທະເຂົ້າງົບປະມານແຫ່ງລັດ ຜ່ານລະບົບທະນາຄານ ຂ່າວສານບ້ານເມືອງ
ເປີດໃຈ ບິນລີ້ ເກດແກ້ວພົມພອນ ດາວເຕະເຊື້ອຊາດລາວຈາກປະເທດຝຣັ່ງ ຮ່ວມເສີມທັບທີມຊາດລາວ ພົບ ທີມຊາດຫວຽດນາມ ຂ່າວສານບ້ານເມືອງ
ຖືກລາງວັນທີ 1 ມູນຄ່າ 250 ລ້ານກີບ ຫວຍພິເສດ ວັນກອງທັບ ຂ່າວສານບ້ານເມືອງ
ປັບປຸງເສັ້ນທາງແຕ່ໄຟອຳນາດດົງນາໂຊກຫາດົງປ່າສັກ ເປັນທາງເບຕົງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme