Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫຼົດໃຈ! ລົດໃຫຍ່ຕໍາລົດຈັກແລ້ວໜີ ເສຍຊິວິດ 1 ຄົນ ກາງເດິກ ທາງໂພນເຄັງ

Posted on 02/06/202002/06/2020 By All in LAOS No Comments on ສະຫຼົດໃຈ! ລົດໃຫຍ່ຕໍາລົດຈັກແລ້ວໜີ ເສຍຊິວິດ 1 ຄົນ ກາງເດິກ ທາງໂພນເຄັງ

ລາຍງານຈາກ 1624 ໃຫ້ຮູ້ວ່າ ເກີດເຫດລົດໃຫຍ່ຕຳກັບລົດຈັກແລ້ວຫນີ່ ເຂດໄຟແດງໂພນເຄັງ ໃນວັນທີ 1 ມິຖຸນາ 2020 ເວລາ 23:14 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດລົດໃຫຍ່ຕຳກັບລົດຈັກແລ້ວຫນີ ເຈດ ບ້ານໂພນເຄັງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ0ຝ 1 ຄົນເປັນເພດຊາຍ
ອາການເບືອງຕົ້ນແມ່ນ: ບາດແຜເປິດໃຫຍ່ຫົວເຄົ້າເບື້ອງຊ້າຍ, ຄໍຂາຜິດຮູບເບື້ອງຊ້າຍ ແລະ ປາກແຕກ (ບໍ່ມີສະຕິປຸກບໍ່ຕື່ນ).

ດັ່ງນັ້ນທີມກູ້ຊີບ-ກູ້ໄພນະຄອນຫຼວງຈຶ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງມິດຕະພາບ 150 ຕຽງ ເພື່ອທຳການນວດຫົວໃຈແລ້ວເສຍຊິວິດໃນເວລາຕໍ່ມາ ແລະໄດ້ນຳເອົາສົບຜູ້ເສຍຊິວິດໄປຝາກໂຮງເຢັນຢູ່ໂຮງຫມໍມະໂຫສົດ, ສ່ວນລົດແມ່ນຢູ່ກອງຄະດີຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊິວີດ

ຜູ່ເສຍຊີວິດຊື່ ທ້າວ ມຸກ ວໍລະຈິດ ບ້ານປ່າຊາດ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ. ຂີ່ລົດຈັກທະບຽນ ກໍາແພງນະຄອນ ດຍ 6651.

ຄລິບຕອນເກີດເຫດ

.

.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑

ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ

  • ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • ອຸປະກອນການແພດຕ່າງໆ
    ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ຂ່າວສານບ້ານເມືອງ

Post navigation

Previous Post: ມາດຕະການ ເຂົ້າ-ອອກ ສປປລາວ 2-6 ມິຖຸນາ 2020
Next Post: ຂ່າວດ່ວນ! ຂົວນໍ້າພະນາຍຫັກແລ້ວ (ມີຄລິບ)

Related Posts

ເປີດຊອງປະມູນ ຊື້ລົດເກັງໄຟຟ້າ ເພື່ອປະກອບເປັນລົດປະຈໍາຕໍາແໜ່ງການນໍາລະດັບສູງ ຂ່າວສານບ້ານເມືອງ
ເສົ້າໃຈແທ້ໆ! ກະບະຕໍາກັບລົດຈັກ 3 ແມ່ລູກເສຍຊີວິດ ຂ່າວສານບ້ານເມືອງ
ເມືອງນອງອອກແຈ້ງການ ປິດການເຂົ້າ-ອອກ ຊົ່ວຄາວ ຂ່າວສານບ້ານເມືອງ
ດ່ວນ! ປກສ ເມືອງງາ ປະກາດ ຫາເຈົ້າຂອງລົດຈັກ 7 ຄັນ ທີ່ກັກໄດ້ ຂ່າວສານບ້ານເມືອງ
ໄຟໄໝ້ຫ້ອງພັກຣີສອດຈໍາປາທອງຍ້ອນຄົນຈູດຫຍ້າ, ເຈົ້າຂອງຣີສອດແຈ້ງ ຍັງເປີດບໍລິການປົກກະຕິ ຂ່າວສານບ້ານເມືອງ
ຕົ ວ ະ ເອົາງົວຄົນອື່ນໄປຂາຍກ່ອນ ກັບມາບໍ່ຈ່າຍເງິນເສຍຫາຍ 800 ລ້ານກວ່າກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme