Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຮມແຮງຮ່ວມໃຈ ປູກຕົ້ນໄມ້ ທີ່ ບ້ານຈັດສັນຫ້ວຍຫອຍ ເມືອງວຽງທອງ

Posted on 01/06/202001/06/2020 By All in LAOS No Comments on ໂຮມແຮງຮ່ວມໃຈ ປູກຕົ້ນໄມ້ ທີ່ ບ້ານຈັດສັນຫ້ວຍຫອຍ ເມືອງວຽງທອງ

ພິທີປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2020 ຢູ່ແຂວງບໍລິຄຳໄຊ ໄດ້ຈັດຂື້ນທີ່ບ້ານຈັດສັນຫ້ວຍຫອຍ ບ້ານຈັດສັນເຂື່ອນໄຟຟ້ານ້ຳເທີນ 1 ໃນຕອນເຊົ້າ ວັນທີ 1 ມິຖຸນາ 2020 ນີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ພ້ອມການນຳຂັ້ນສູງຂອງແຂວງ, ພະແນກການຂອງແຂວງ, ບັນດາເມືອງທົ່ວແຂວງ ແລະ ອຳຍາດການປົກຄອງບ້ານ ພ້ອມພໍ່ແມ່ປະຊາຊົນເຂົ້າຮ່ວມ.


ທ່ານ ພັດທະຈອນ ແກ້ວພຸດທະວົງ ຮັກສາການຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານວ່າ ທົ່ວແຂວງມີແຜນປູກໄມ້ ຈຳນວນ 4,972 ເຮັດຕ່າ, ຈຳນວນ 1,738,970 ເບ້ຍ ໃນນັ້ນພາກລັດປູກຈຳນວນ 10,280 ເບ້ຍ ນອກນັ້ນແມ່ນພາກເອກະຊົນ ແລະບໍລິສັດປູກ,

ສະເພາະເມືອງວຽງທອງ ເຊີ່ງເປັນສະຖານທີ່ປູກໄມ້ຂອງແຂວງ ຢູ່ບ້ານຈັດສັນຫ້ວຍຫອຍ ເປັນບ້ານໂຄງການຍົກຍ້າຍຈັດສັນຂອງເຂື່ອນໄຟຟ້ານ້ຳເທີນ1 ແມ່ນປູກຕົ້ນໄມ້ປະດັບ 3,000 ເບ້ຍ ໃນຂອບເຂດບ້ານ ຈຳນວນ 3 ເຮັດຕ່າ ເພື່ອປູກເປັນໄມ້ປະດັບບ້ານ ສ້າງເປັນບ້ານສີຂຽວ.

.

ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດຮ່ວມປູກຕົ້ນໄມ້ພ້ອມທັງຮ່ວມໃຫ້ຄໍາໂອວາດ
Next Post: ບ້ານໜອງບົວທອງ ຕັ້ງຕູ້ແບ່ງປັນເພື່ອຊຸມຊົນ

Related Posts

ຫຼາຍພາກສ່ວນຍັງສືບຕໍ່ໃຫ້ການອຸປະຖຳ ໃນການກໍ່ສ້າງຂົວຂ້າມນ້ຳພີດ ຂ່າວສານບ້ານເມືອງ
ຂ່າວດ່ວນທົ່ວໂລກຕິດເຊື້ອກາຍ 30 ລ້ານຄົນແລ້ວມື້ນີ້ ຂ່າວສານບ້ານເມືອງ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸຝົນຕົກຟ້າຮ້ອງຟ້າເຫຼື້ອມ ປະຈຳວັນທີ ວັນທີ 21 ມີນາ 2021 ຂ່າວສານບ້ານເມືອງ
ສະຫຼົດໃຈ! ເມົາແລ້ວລົງຫຼິ້ນນໍ້າ ຈົມນໍ້າດັບ ທີ່ຕາດຈຳປີ ເມືອງປາກຊ່ອງ ຂ່າວສານບ້ານເມືອງ
ໄພທໍາມະຊາດທີ່ເມືອງສະໝ້ວຍ ເຮັດໃຫ້ທາງຂາດ ຂ່າວສານບ້ານເມືອງ
ສະຫຼົດ! ຂີ່ບິກໄບ້ເສຍຫຼັກລົ້ມ ຄົນຕົກລົງຫ້ວຍ ເສຍຊີວິດຄາທີ່ ທາງເມືອງປາກອູ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme