ໃນຕອນເຊົ້າວັນທີ 1 ມິຖຸນາ 2020, ຢູ່ທີ່ຫໍມູນເຊື້ອຊາວໜຸ່ມ- ເຍົາວະຊົນ ບ້ານດົງໝາກຄາຍ, ເມືອງໄຊທານີ ນະຄອນຫລວງວຽງຈັນ, ສູນກາງຊາວຫນຸ່ມປະຊາ ຊົນປະຕິວັດລາວ ໄດ້ຈັດກິດຈະກໍາປູກຕົ້ນໄມ້ຢ່າງເປັນຂະ ບວນຟົດຟື້ນ, ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ແລະ ວັນສິ່ງແວດລ້ອມໂລກ 1 ມິຖຸນາ


ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາລັດຖະ ມົນຕີ, ທູຕານຸທູດ, ບັນດາສະມາຊິກຊາວຫນຸ່ມ ແລະ ນ້ອງນ້ອຍເຍົາວະຊົນ ເຂົ້າຮ່ວມເປັນຈໍານວນຫລາຍ. ພ້ອມທັງຮ່ວມໃຫ້ຄໍາໂອວາດ ແກ່ນ້ອງນ້ອຍ ເຍົາວະຊົນ ອານຸຊົນລາວ ໃນຫົວຂໍ້: “ອະນາຄົດຂອງພວກຫຼານ ຄືອະນາຄົດຂອງຊາດ”






