1624 ລາຍງານໃຫ້ຮູ້ວ່າ ເກີດເຫດລົດຈໍາໂບ້ ຕຳກັບລົດຂົນສົ່ງຫົກລໍ້ນ້ອຍ ເຂດ ຕໍ່ຫນ້າສະຫນາມກິລາຫລັກ 16

ໃນວັນທີ 31 ພຶດສະພາ 2020 ເວລາ 15:13 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີອຸບັດຕິເຫດລົດໃຫ່ຍຕຳກັບລົດໃຫ່ຍ ຢູ່ບ້ານ ໂພຄຳ ເມືອງ ໄຊທານີ , ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບເປັນ 01 ຄົນ ເປັນເພດ ຊາຍ.
ອາການເບື້ອງຕົ້ນແມ່ນ : ຂໍຂາຂວາຜິກ ແລະ ກະທົບບາໄລ ແລະ ບາດແຜ່ທະຫລອກຕາມຕົນໂຕ. ພວກເຮົາຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150 ຕຽງເພື່ອໄປປີ່ນປົວໃຫ້ຊ່ວງເຊົາ.

ສ່ວນການສືບສວນສາເຫດຂອງອຸບັດຕິເຫດທາງເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນໄປຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

.

.

ອຸປະຕິເຫດສຸກເສີນໂທ : 🚑 1624 🚑
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- ອຸປະກອນການແພດຕ່າງໆ
ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ