ໃນຕອນບ່າຍຂອງວັນທີ 31 ພຶດສະພາ 2020 ນີ້ ໄດ້ມີຕົ້ນໄມ້ຫັກທັບທາງ ແລະ ທັບສາຍໄຟຟ້າຢູ່ທີ່ເຂດບ້ານນໍ້າຄຶນ ( ເນື່ອງຈາກ ຝົນຕົກແລະມີລົມພັດແຮງ )ເຮັດໃຫ້ສາຍໄຟຟ້າຂາດແລະເສົາໄຟຫັກຈໍານວນໜຶ່ງ

ທາງພາກສ່ວນກ່ຽວຂ້ອງກໍາລັງເລັ່ງສ້ອມແປງ ຄາດວ່າຈະໃຊ້ເວລາ1-2ວັນ. ດັ່ງນັ້ນ,ພີ່ນ້ອງເຂດຈຸມສຸມເມືອງວັງ ແລະ ເຂດບ້ານນາເມືອງແສນ ເມືອງວິລະບູລີ ຈະບໍ່ມີໄຟຟ້າໃຊ້ໃນໄລຍະນີ້.

ພາບ: ພະນັກງານສູນໄຟຟ້າເມືອງວິລະບູລີ

.

.
