Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໄຟໄໝ້ເສຍຫາຍ 2 ຫຼັງ ທີ່ ບ້ານສີໃຄທ່າ

Posted on 31/05/202031/05/2020 By All in LAOS No Comments on ໄຟໄໝ້ເສຍຫາຍ 2 ຫຼັງ ທີ່ ບ້ານສີໃຄທ່າ

ວັນທີ 30 ພຶດສະພາ 2020 ເວລາ 20:10 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງວ່າມີເຫດສຸກເສີນ ໄຟໄໝ້ເຮືອນປະຊາຊົນ ຢູ່ເຂດບ້ານສີໃຄທ່າ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

ເມື່ອໄດ້ຮັບຮູ້ຂໍ້ມູນຈາກຜູ້ແຈ້ງເຫດ ຈື່ງໄດ້ແຈ້ງໃຫ້ທີມປະຕິບັດການພິເສດ ທີ່ໄດ້ຮ່ຳຮຽນແລະເຝິກອົບຮົມທາງດ້ານເຫດອັກຄີໄພ ອອກປະຕິບັດໜ້າທີ່ຢ່າງສຸດຄວາມສາມາດ.

ເມື່ອທີມງານໄປຮອດຈຸດເກີດເຫດກໍພົບວ່າໄຟກຳລັງລຸກໄໝ້ເຮືອນປະຊົນຢ່າງຮຸນແຮງແລະລຸກລາມເຂົ້າສູ່ເຮືອນຫລັງທີ່ 2

ດັ່ງນັ້ນທີມງານຈຶ່ງໄດ້ເຂົ້າສົມທົບກັບເຈົ້າໜ້າທີ່ດັບເພີງນະຄອນຫລວງ ແລະ ໜ່ວຍກູ້ໄພອື່ນໆ ເພື່ອຕອບໂຕ້ເຫດອັກຄີໄພໃນຄັ້ງໃຫ້ດີທີ່ສຸດ.

ເຊິ່ງໄດ້ໃຊ້ເວລາປະມານ 2 ຊົ່ວໂມງຈຶ່ງສາມາດຄວມຄຸມເຫດອັກຄີໄພໃນຄັ້ງນີ້ໄດ້

ຄວາມເສຍຫາຍ

ເຮືອນປະຊາຊົນ 2 ຫຼັງ (ບໍ່ສາມາດນຳສິ່ງຂອງມີຄ່າອອກມາໄດ້) (ບໍ່ມີຜູ້ໄດ້ຮັບບາດເຈັບ). ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຫາຍໃນຄັ້ງນີ້

ສາເຫດຂອງໄຟໄໝ້ຄັ້ງນີ້ເຈົ້າໜ້າທີ່ຈະກວດສອບໃຫ້ລະອຽດຕໍ່ໄປ.

.

ຄລິບຕອນເກີດເຫດ

ຂ່າວສານບ້ານເມືອງ

Post navigation

Previous Post: SpaceX ແລະ NASA ປະສົບຄວາມສໍາເລັດ ໃນການປ່ອຍຈະຫຼວດ ສົ່ງນັກບິນອາວະກາດ (ຊົມຄລິບ)
Next Post: ເຈົ້າແຂວງຈໍາປາສັກ ເຂົ້າຮ່ວມ ພິທີປູກຕົ້ນໄມ້ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຈັດໂດຍ ພະແນກການເງິນແຂວງຈໍາປາສັກ

Related Posts

ຊົມເຊີຍ! ຊາວບ້ານຫ້ວຍຫວາຍ ເມືອງ ບຸນໃຕ້ ແຂວງຜົ້ງສາລີ ຮ່ວມແຮງສ້າງຖະໜົນເອງ ຂ່າວສານບ້ານເມືອງ
ປະກາດເລື່ອນຊັ້ນໃຫ້ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ຊັ້ນ ພົນເອກ ແລະ ພົນໂທ ຂ່າວສານບ້ານເມືອງ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດລົງເຄື່ອນໄຫວສຳຫຼວດພື້ນທີ່ການກໍ່ສ້າງກອງພັນໃຫຍ່ 402 ຂ່າວສານບ້ານເມືອງ
ປຶກສາຫາລື ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດພະຍາດໂຄວິດ-19 ຕໍ່ເສດຖະກິດ ຂ່າວສານບ້ານເມືອງ
ການນຳ ພັກ, ລັດ ແລະ ປະຊາຊົນ ຮ່ວມໃສ່ບາດຖວາຍສັງຄະທານ ອຸທິດສ່ວນບຸນ ເຖິງປະທານ ໄກສອນ ພົມວິຫານ ຂ່າວສານບ້ານເມືອງ
ອະນຸຍາດໃຫ້ມີການຂົນສົ່ງໂດຍສານ ແລະ ສິນຄ້າ ເຂົ້າ-ອອກ ສປປ ລາວ ໄດ້ຢ່າງປົກກະຕິ  ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme