Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຖ້າດວງເດືອນ ຢູ່ໃກ້ໂລກ ໃນຕໍາແໜ່ງ ສະຖານີອາວະກາດ ຈະເປັນແນວໃດ? (ຊົມຄລິບ)

Posted on 31/05/202031/05/2020 By All in LAOS No Comments on ຖ້າດວງເດືອນ ຢູ່ໃກ້ໂລກ ໃນຕໍາແໜ່ງ ສະຖານີອາວະກາດ ຈະເປັນແນວໃດ? (ຊົມຄລິບ)

ມື້ນີ້ເຮົາພາກັນມາລົມເລື່ອງ ຈັກກະວານ ເພື່ອເຂົ້າໃຈເລື່ອງລາວຕ່າງໆ ນອກຈາກ ໂລກຂອງພວກເຮົາ. ມາເລີ່ມກັນທີ່ເລື່ອງຂອງ ເດືອນ (ພະຈັນ) ທີ່ຫຼາຍຄົນຄົງຮູ້ດີວ່າ ເດືອນນັ້ນ ມີການໝູນປິ່ນອ້ອມ ໜ່ວຍໂລກ. ເຊິ່ງ ໄລຍະຫ່າງ ແຕ່ໜ່ວຍໂລກ ຫາ ເດືອນ ນັ້ນ ແມ່ນ ໄກຫຼາຍ, ໄລຍະຫ່າງ ແມ່ນ 384,400 ກິໂລແມັດ.

ມີຄົນສ້າງເຫດການຈໍາລອງ ຫາກວ່າ, ໄລຍະຫ່າງ ຂອງເດືອນ ຢູ່ໃກ້ກັບໜ່ວຍໂລກ ຈະເປັນແນວໃດ? ຈິ່ງມີການເອົາເດືອນ ມາຢູ່ຕໍາແໜ່ງ ຂອງສະຖານີອາວະກາດ ທີ່ປິ່ນໝູນອ້ອມ ໜ່ວຍໂລກ ຢູ່ໄລຍະປະມານ 408 ກິໂລແມັດ. ມາເບິ່ງຄລິບນໍາກັນເລີຍວ່າ ຖ້າຢູ່ໃກ້ ໃນຕໍາແໜ່ງ ຂອງ ສະຖານີອາວະກາດ, ຄົນທີ່ຢູ່ບົນໂລກ ຈະສັງເກີດເຫັນ ເດືອນເປັນແນວໃດ? ເຊີນຊົມຄລິບ.

ແນ່ນອນ, ນີ້ເປັນການສົມມຸດຕິຖານ ແລະ ໃຊ້ຄອມພິວເຕີ ໃນການຈໍາລອງເຫດການ ເດືອນໃກ້ໂລກ, ແຕ່ມັນຄົງເປັນໄປໄດ້ຍາກ ທີ່ ດາວເຄາະໃຫຍ່ໆ ຈະໂຄຈອນເຂົ້າມາໃກ້ກັນຂະໜາດນີ້ໄດ້.

ທ່ານເດ່ ມີເລື່ອງລາວ ທີ່ໜ້າສົນໃຈ ກ່ຽວກັບ ຈັກກະວານ ຢາກມາເລົ່າ ຫຼື ແຊ ໃຫ້ຄົນອື່ນໄດ້ຮູ້ນໍາບໍ່? ສົ່ງຂໍ້ມູນໄປທີ່ m.me/Allinlaoss

ເລື່ອງເດັ່ນ

Post navigation

Previous Post: ນາຍົກລັດຖະມົນຕີ ສົ່ງສານແດ່ ວັນທີ່ 1 ມິຖຸນາ
Next Post: SpaceX ແລະ NASA ປະສົບຄວາມສໍາເລັດ ໃນການປ່ອຍຈະຫຼວດ ສົ່ງນັກບິນອາວະກາດ (ຊົມຄລິບ)

Related Posts

ຄວາມເປັນມາງານມະຫະກໍາບຸນຊ້າງ ຂອງແຂວງໄຊຍະບູລີ ປີນີ້ຈັດ 22-28/2/2020 ເລື່ອງເດັ່ນ
ຄົນລະຟ້າ ບົດເພງຮັກຊຶ້ງກິນໃຈ ເລື່ອງເດັ່ນ
ເກີດເຫດສິບລໍ້ເສຍຫຼັກລົງເຫວຂ້າງທາງ ເລື່ອງເດັ່ນ
ສ້າງຫ້ອງໃຕ້ດິນລັບຢູ່ສວນຊາວບ້ານສົງໄສແຈ້ງເຈົ້າໜ້າທີ່ຈັດການໄດ້ທີ່ອຸດົມໄຊ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວພົບເຊື້ອໃນຊຸມຊົນລະບາດໜັກມື້ນີ້ 383 ຄົນ ເລື່ອງເດັ່ນ
ແຊໄວ້ເບິ່ງມື້ເບິ່ງຍາມ ປະຕິທິນລາວ ວັດປ່າໂພນເພົາ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme