ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເວລາປະມານ 23:00 ວັນທີ່ 29 ພຶດສະພາ 2020 ເກີດອຸບັດຕິເຫດຮຸນແຮງ
ອຸບັດຕິເຫດ ແມ່ນເສັ້ນທາງເລກທີ່ 13 ເຂດ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ໂຊກດີທີ່ ຄົນຂັບປອດໄພ, ສ່ວນພາຫະນະແມ່ນເພເສຍຫາຍ. ມີລົດຂົນສົ່ງ ແລະ ລົດກະບະ. ສະພາບລົດກະບະແມ່ນມຸ່ນອຸ້ຍປຸ້ຍ.
ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ “ລົດກະບະວິໂກ້ ຂີ່ມາດ້ວຍຄວາມໄວ ຕໍາເອົາທ້າຍລົດ ຫົກລໍ້ ທີ່ຈອດຢູ່ຂ້າງທາງ”
ສ່ວນລາຍລະອຽດເຈົ້າໜ້າກໍາລັງກວດຫາສາເຫດ.

ຜູ່ທີ່ຢູ່ໃກ້ເຫດການບອກວ່າ “ສຽງລົດຕໍາກັນດັງແຮງແທ້ແຮງວ່າ, ຈິ່ງແລ່ນອອກມາ ເຫັນສະພາບລົດມຸ່ນແທ້ໆ. ໂຊກດີທີ່ຄົນຂັບປອດໄພ. “

.

.

.

ທີ່ມາ

ຄລິບຈາກທີ່ເກີດເຫດ