Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າເມືອງອາດສະພອນ ນຳພາປະຊາຊົນ 09 ບ້ານສ້າງຂົວຂ້າມຫ້ວຍລໍແຫຼະ

Posted on 29/05/202030/05/2020 By All in LAOS No Comments on ເຈົ້າເມືອງອາດສະພອນ ນຳພາປະຊາຊົນ 09 ບ້ານສ້າງຂົວຂ້າມຫ້ວຍລໍແຫຼະ

ເສັ້ນທາງຫຼວງຂອງເມືອງ ນ້ຳເບີ DR 6321 ເປັນເສັ້ນ ທາງຫຼັກທີ່ສຳຄັນຂອງເມືອງ ອາດສະພອນ ເຊິ່ງເຊື່ອມຕໍ່ຈາກ ເທສະບານເມືອງຫາກຸ່ມບ້ານ ໜອງເດີ່ນ, ຈຸດສຸມນາປອດ ແລະບ້ານອື່ນໆ ໂດຍປະຊາຊົນ ແມ່ນໃຊ້ເສັ້ນທາງດັ່ງກ່າວໃນ ການຄ້າຂາຍ, ຈໍລະຈອນ ສິນຄ້າ ຊຶ່ງໃນປີຜ່ານມາ, ເມື່ອ ຮອດລະດູຝົນກໍ່ມັກຈະເຮັດ ໃຫ້ເກີດມີນ້ຳຖ້ວມຂັງ ໂດຍສະ ເພາະແມ່ນສາຍຫ້ວຍລໍແຫຼະ ເຂດເຊື່ອມຕໍ່ລະຫວ່າງບ້ານ ທາດດອກແກ້ວ ຫາບ້ານຜັກຂະ ຫຍ່າ ເຊິ່ງໄດ້ສົ່ງຜົນກະທົບໃຫ້ ການສັນຈອນໄປມາຖືກຕັດ ຂາດລົດນ້ອຍໃຫຍ່ບໍ່ສາມາດ ສັນຈອນໄປມາໄດ້.

ດັ່ງນັ້ນ, ທ່ານ ຄຳແພງ ເພັດທຸມພອນ ເຈົ້າເມືອງອາດສະພອນ ກໍ່ໄດ້ຊີ້ ນຳໃຫ້ຂະແໜງການກ່ຽວຂ້ອງ ໂດຍສະເພາະຫ້ອງການໂຍທາ ທິການ ແລະຂົນສົ່ງເມືອງຫາ ວິທີແກ້ໄຂ ເພື່ອບໍ່ໃຫ້ເກີດມີນ້ຳ ຖ້ວມຂັງ ແລະເສັ້ນທາງສັນ ຈອນຖືກຕັດຂາດຄືປີຜ່ານມາ ໃນນີ້ ທ່ານເຈົ້າເມືອງໄດ້ຕົກ ລົງເຫັນດີຕາມການສະເໜີຂອງ ຫົວໜ້າຫ້ອງການ ຍທຂ ເມືອງ ທີ່ໃຫ້ຕັດແລວນ້ຳໃໝ່ ແລະສ້າງ ຂົວເຫຼັກຍາວ 15 ແມັດ, ກວ້າງ 05 ແມັດ ເພື່ອໃຫ້ນ້ຳໄຫຼຜ່ານ ສະດວກ.

ສຳລັບການກໍ່ສ້າງຂົວ ຂ້າມຫ້ວຍລໍແຫຼະແມ່ນໄດ້ນຳ ໃຊ້ຂົວເກົ່າທີ່ຍັງສາມາດນຳໃຊ້ ໄດ້ທີ່ຍ້າຍມາຈາກເສັ້ນທາງນ້ຳ ເບີ PR 6311 ຊຶ່ງເປັນຂົວຂ້າມ ຫ້ວຍຊາຍມົນ, ການກໍ່ສ້າງ ຂົວດັ່ງກ່າວ ແມ່ນໄດ້ເລີ່ມແຕ່ ວັນທີ 23 ພຶດສະພາ ຄາດວ່າ ວັນທີ 26 ພຶດສະພາ 2020 ນີ້ ຈະໃຫ້ສຳເລັດ 100% ໂດຍ ນຳໃຊ້ງົບປະມານໃນການກໍ່ ສ້າງທັງໝົດມູນຄ່າ 9 ລ້ານ ກວ່າກີບ.

ສຳລັບແຮງງານ ແລະທຶນໃນການກໍ່ສ້າງ ແມ່ນ ໄດ້ຈາກການລະດົມນຳພໍ່ແມ່ ປະຊາຊົນໃນ 09 ບ້ານຄື: ບ້ານທາດດອກແກ້ວ, ບ້ານນາ ກຸດຈານ, ບ້ານຜັກຂະຫຍ່າ, ບ້ານນາຮັງນ້ອຍ, ບ້ານກຸດ ແຄນ, ບ້ານສອງຫ້ອງ, ບ້ານ ໜອງບົວ, ບ້ານກຸດຊຸງ ແລະ ບ້ານສົ້ມໂຮງ ທັງນີ້ກໍ່ເພື່ອເຮັດ ໃຫ້ພໍ່ແມ່ປະຊາຊົນ ແລະລູກ ຫຼານນັກຮຽນທີ່ຊົມໃຊ້ເສັ້ນ ທາງນີ້ ສັນຈອນໄປມາສະດວກ ສະບາຍຂຶ້ນກວ່າເກົ່າແລະຄາດ ວ່າລະດູຝົນທີ່ກຳລັງ ຈະມາເຖິງ ນີ້ ຈະບໍ່ເກີດນ້ຳຖ້ວມ ຂັງເປັນໄລ ຍະຍາວຄືເມື່ອກ່ອນອີກ./.

ສະຫວັນພັດທະນາຂ່າວ

ຂ່າວສານບ້ານເມືອງ

Post navigation

Previous Post: ປະກາດເລື່ອນຊັ້ນພັນຕີຂຶ້ນພັນໂທ ໃນກຳລັງຫຼວງກຳລັງທ້ອງຖິ່ນຢູ່ເຂດພາກໃຕ້
Next Post: ຂ່າວດ່ວນ! ຕໍາກັນດັງສະນັ່ນ ທາງ ເຂດບ້ານໜອງພະຍາ (ມີຄລິບ)

Related Posts

ຄຳມ່ວນ ຢຶດໄມ້ເຖື່ອນ 7 ພັນກວ່າທ່ອນ ຂ່າວສານບ້ານເມືອງ
ກໍ່ເຫດ ໃຊ້ ອ າ ວຸ ດ ປື ນ ຍິ ງ ນ າ ບ ຂູ່ ປະຊາຊົນ ຍ້ອນອາການມຶນເມົາ ຂ່າວສານບ້ານເມືອງ
ສານຕັດສິນໃຫ້ແມ່ເຖົ້າ ອາຍຸ 50 ປີ ຮັບໂທດ 5 ປີ ສະຖານຂາຍຢາເສບຕິດ ຂ່າວສານບ້ານເມືອງ
ປັບໃໝບໍລິສັດຊີໂດໄຮໂດ ກໍ່ສ້າງລົດໄຟ 70 ລ້ານກີບ ແລະ ຕ້ອງແກ້ໄຂດ່ວນ ການປ່ອຍນໍ້າເປື້ອນລົງສູ່ແມ່ນໍ້າ ຂ່າວສານບ້ານເມືອງ
ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ປະກອບສ່ວນສຳຄັນສົ່ງເສີມ ລາວທ່ຽວລາວ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີ ເນັ້ນໃຫ້ຄົນລາວຕ້ອງສາມັກຄີກັນແກ້ໄຂຈາກສະພາບການລະບາດພະຍາດ ໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme