ໃນວັນທີ 27 ພຶດສະພາ 2020 ນີ້ ຢູ່ທີ່ກອງພົນທີ 5 ໄດ້ຈັດ ຕັ້ງພິທີປະກາດການເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ແກ່ພະນັກ ງານຢູ່ບັນດາກຳລັງຫຼວງກຳລັງ ທອ້ງຖິ່ນເຂດພາກໃຕ້ຂຶ້ນ ໂດຍ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈຳພັກກະ ຊວງ, ຮອງລັດຖະມົນກະຊວງ ປ້ອງກັນປະເທດ ພ້ອມດ້ວຍ ພະນັກງານຈາກກົມໃຫຍ່ການ ເມືອງກອງທັບ, ມີຄະນະພັກ-ຄະນະບັນຊາຈາກກອງພົນທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້ , ກອງພັນໃຫຍ່ 645 , ໂຮງຮຽນເລກ 2 ວຽງໄຊ, ໂຮງໝໍບໍລິເວນ 106 ກອງທັບ, ບັນດາສາງ ພ້ອມດ້ວຍພະນັກ ງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນປັນ ຂຸນພູ ມີ ຮອງຫົວໜ້າກົມພະນັກງານ ກົມ ໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 2043/ກປທ ລົງວັນທີ 19 ພືດສະພາ 2020 ວ່າດ້ວຍການເລື່ອນ ແລະ ທຽບຊັ້ນພັນຕີຂຶ້ນຊັ້ນພັນໂທ ໃຫ້ ນາຍທະຫານຢູ່ບັນດາກອງບັນ ຊາການ , ກອງພົນ , ກອງພັນໃຫຍ່, ໂຮງຮຽນ , ໂຮງໝໍບໍລິເວນ ແລະ ບັນດາສາງເຂດພາກໃຕ້ອີງຕາມ ກົດໜາຍນາຍທະຫານກອງທັບ ປະຊາຊົນລາວ ( ສະບັບປັບປຸງ) ໃນພາກທີ II ໜວດທີ 3 ມາດຕາ ທີ 22 ແລະ 23 ວ່າດ້ວຍການ ເລື່ອນຊັ້ນນາຍທະຫານກະຊວງ ປ້ອງກັນປະເທດຕົກລົງເລື່ອນຊັ້ນ ພັນຕີຂຶ້ນຊັ້ນ ພັນໂທ ຈຳນວນ 54 ສະຫາຍ
ໃນນີ້ ຢູ່ກອງພົນທີ 5 ຈຳນວນ 14 ສະຫາຍ, ກອງບັນ ຊາການທະຫານແຂວງຈຳປາ ສັກ 4 ສະຫາຍ, ກອງບັນຊາການ ທະຫານແຂວງສາລະວັນ 8 ສະ ຫາຍ, ກອງບັນຊາການທະຫານ ແຂວງອັດຕະປຶ 5 ສະຫາຍ, ກອງບັນຊາ ການທະຫານແຂວງ ເຊກອງ 3 ສະຫາຍ , ໂຮງຮຽນເລກ 2 ວຽງໄຊ 9 ສະຫາຍ, ໂຮງໝໍບໍ ລິເວນ 106 ກອງທັບ 2 ສະຫາຍ, ສາງນ້ຳມັນເລກ 8 ມີ1 ສະຫາຍ, ສາງອໍ 8 ມີ1 ສະຫາຍ, ກອງພັນ ໃຫຍ່ 645 ຈຳນວນ 7 ສະຫາຍ.
ໂອກາດດັ່ງກ່າວສະຫາຍ ພົນຕີ ອ່ອນສີ ແສນສຸກ ກໍໄດ້ໃຫ້ ກຽດໂອ້ລົມ ເຊິ່ງສະຫາຍ ໄດ້ ຊີ້ໃຫ້ເຫັນຄວາມໜາຍຄວາມ ສຳຄັນໃນການເລື່ອນຊັ້ນໃນຄັ້ງ ນີ້ ເຊິ່ງແມ່ນບາດກ້າວອັນສຳຄັນ ໃນການປັບປຸງກຳລັງປະກອບອາ ວຸດໃຫ້ມີຄວາມເຂັ້ມແຂງໜັກ ແໜ້ນ,
ຈາກນັ້ນ ສະຫາຍຍັງໄດ້ ເນັ້ນໜັກໃຫ້ພະນັກງານທີ່ຮັບ ການເລື່ອນຊັ້ນໃນຄັ້ງນີ້ ຈົ່ງພ້ອມ ກັນຍົກສູງບົດບາດຕໍ່ໜ້າທີ່ຄວາມ ຮັບຜິດຊອບຂອງຕົນໃຫ້ສູງກວ່າ ເກົ່າເອົາໃຈໃສ່ເຝິກຝົນຫຼໍ່ຫຼອມ ຄຸນທາດການເມືອງຄຸນສົມບັດ ສິນທຳປະຕິບັດ ເພີ່ມທະວີບົດບາດ ໃນການນຳພາ ຈັດຕັ້ງປະຕິບັດທຸກ ມະຕິຄຳສັ່ງຂອງຂັ້ນເທິງຢ່າງ ເຂັ້ມງວດ, ຕັ້ງໜ້າຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີພາຍໃນໃຫ້ເປັນປຶກແຜນແໜ້ນໜາ ພ້ອມກັນປະ ກອບສວ່ນຢ່າງຕັ້ງໜ້າເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ພ້ອມກັນ ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງ ມອບໝາຍໃຫ້ປະສົບຜົນສຳເລັດ.