Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ສະຫວັນນະເຂດ ຈັບຜູ້ຂາຍເລກເຖື່ອນ ຈໍານວນຫຼາຍ

Posted on 29/05/202029/05/2020 By All in LAOS No Comments on ປກສ ສະຫວັນນະເຂດ ຈັບຜູ້ຂາຍເລກເຖື່ອນ ຈໍານວນຫຼາຍ

ສະຫວັນນະເຂດ: ປັດຈຸບັນ ມີກຸ່ມຄົນຈໍານວນໜຶ່ງຢູ່ແຂວງ ກໍ່ຄືທ້ອງຖີ່ນພາກັນລັກລອບເຄື່ອນໄຫວຂາຍເລກເປັນຂະບວນການ ໂດຍບໍ່ໄດ້ຮັບອະນຸຍາດ ຫລື ເອີ້ນວ່າ “ເລກເຖື່ອນ” ເພື່ອໃຫ້ຄົນຊ່ຽງໂຊກເຊີ່ງເປັນລັກສະນະການພະນັນອີກຮູບການໜຶ່ງເປັນຕົ້ນ ເລກລາວ, ເລກຫວຽດ, ເລກໄທ. ແຕ່ອໍານາດການປົກຄອງ ການຈັດຕັ້ງຂັ້ນບ້ານ ໄດ້ເບີ່ງຂ້າມບໍ່ມີການແກ້ໄຂເຮັດໃຫ້ຫາງສຽງໄປໃນທາງທີ່ບໍ່ດີວ່າ ອໍານາດການປົກຄອງເມືອງ ແລະ ບ້ານ ບໍ່ມີການກວດກາຄືປ່ອຍປະລະເຫລີງ, ຕໍ່ກັບບັນຫານີ້ທາງຫ້ອງຕໍາຫລວດ ປກສ ແຂວງ ສະຫວັນນະເຂດ ພະແນກຕໍາຫລວດເສດຖະກິດ ໄດ້ເອົາໃຈໃສ່ຢ່າງຈິງຈັງໃນການແກ້ໄຂ.

ຫລ້າສຸດໃນຄັ້ງວັນທີ 26 ພືດສະພາ 2020 ຫ້ອງຕໍາຫລວດ ປກສ ແຂວງ, ພະແນກຕໍາຫລວດເສດຖະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ສຶກສາອົບຮົບຜູ້ຂາຍຫວຍ-ເລກເຖື່ອນ ເພື່ອບໍ່ໃຫ້ມີການກະທໍາຜິດອີກ. ເຊີ່ງການກະທໍາຜິດດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ກົດໝາຍອາຍາແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ໃນໝວດທີ 2 ການກະທໍາຜິດກ່ຽວກັບຄວາມປອດ ໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕາມມາດຕາ 141 ການຫລິ້ນການພະນັນທີ່ຕ້ອງຫ້າມໄດ້ລະບຸໄວ້ວ່າ: ບຸກຄົນໃດຫາກມີການຫລິ້ນການພະນັນທີ່ຕ້ອງຫ້າມຈະຖືກປັບໄໝແຕ່ 5.000.000 ກີບ ຫາ 10.000.000 ກີບ. ບຸກຄົນໃດຫາກໄດ້ສົມຍອມໃຫ້ຫລິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນ ຫລືເປັນເຈົ້າມື ຫລື ເປັນຜູ້ກະທໍາຜິດທີ່ບໍ່ເຂັດຫລາບຈະຖືກລົງໂທດຕັດອິດສະຫລະພາບແຕ່ 3 ເດືອນ ຫາ 2 ປີ ຫລື ດັດສ້າງໂດຍບໍ່ຕັດອິດສະຫລະພາບ ແລະ ຈະຖືກປັບໄໝແຕ່ 5.000.000 ກີບ ຫາ 15.000.000 ກີບ.

ທ່ານ ພັທ ບຸນຖະໜອມ ໄຊປັນຍາ ຫົວໜ້າຫ້ອງຕໍາຫລວດ ປກສ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ຮັບຄໍາສັງແນະນໍາຂອງລັດຖະມົນຕີກະຊວງການເງິນ ກ່ຽວກັບການຄຸ້ມຄອງກິດຈະການຫວຍ ສະບັບເລກທີ: 1332/ກຊງ, ລົງວັນທີ 17 ມີຖຸນາ 2009 ແລະ ແຈ້ງການຂອງກົມຕໍາຫລວດເສດຖະກິດ ສະບັບເລກທີ: 701/ກສກ, ລົງວັນທີ 27 ມີນາ 2020 ກ່ຽວກັບການຂາຍຫວຍເຖື່ອນ, ບໍລິການຕູ້ເກມ, ເກມອອນລາຍ ແລະ ທຸລະກິດຕ່າງໆທີ່ຜິດກົດໝາຍ. ທາງເຈົ້າໜ້າທີ່ ຫ້ອງຕໍາຫລວດ ພະແນກເສດຖະກິດ ກໍ່ໄດ້ສົມທົບກັບເຈົ້າໜ້າທີ່ຊ ສືບຂ່າວກອງບັນຊາການ ປກສ ນະຄອນໄກສອນ, ກຸ່ມບ້ານ ລົງກວດກາຂື້ນບັນຊີເປົ້າໝາຍຂາຍຫວຍ-ເລກເຖື່ອນ ຢູ່ ພາຍໃນເທສະບານ ນະຄອນໄກສອນພົມວິຫານ ສາມາດຮູ້ໄດ້ຜູ່ກະທໍາຜິດ ແລະໄດ້ຮຽກເຊີນພວກກ່ຽວມາສືກສາອົບຮົມກ່ອນຈະປັບໄໝຕາມລະບຽບກົດໝາຍ.

ໃນໂອກາດດັ່ງກ່າວ ທ່ານ ພັທ ບຸນຖະໜອມ ໄຊປັນຍາ ຫົວໜ້າຫ້ອງຕໍາຫລວດ ປກສ ແຂວງ ສະຫວັນນະເຂດ ກໍ່ໄດ້ຮຽກຮ້ອງໃຫ້ພວກກ່ຽວຈົ່ງຢຸດເຊົາ ເພື່ອບໍ່ໃຫ້ມີການກະທໍາຜິດຕື່ມອີກ ເພາະການກະທໍາຜິດດັ່ງກ່າວ ແມ່ນສ້າງເງື່ອນໄຂໃຫ້ຕົນເອງ ແຕ່ບໍ່ຖືກຕ້ອງຕາມລະບຽບກົດໝາຍເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ; ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງພາກັນຊອກຢູ່ຫາກິນ ປະກອບອາຊີບທີ່ສຸດຈະລິດ ຖືກຕ້ອງຕາມລະບຽບກົດໝາຍ.


ໂດຍ: ວິທະຍຸກະຈາຍສຽງ ສະຫວັນນະເຂດ

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການດ່ວນທີ່ສຸດ! ມາດຕະການຜ່ອນຜັນ ໂຄວິດ-19 ວັນທີ່ 2-30 ມິຖຸນາ
Next Post: ອານຸຍາດເປີດ ຕະຫຼາດກາງຄືນ ແລະ ໂຮງສາຍຮູບເງົາ 2-30/6/2020

Related Posts

ດ່ວນ! ນາຍົກລັດຖະມົນຕີ ວາງ 5 ມາດຕາສໍາຄັນ  ຂ່າວສານບ້ານເມືອງ
ຖະແຫຼງຂ່າວ ມາດຕະການຜ່ອນຜັນໂຄວິດ-19 ເດືອນຕຸລາ 2020 ຂ່າວສານບ້ານເມືອງ
ຜົນສຳເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 12 ສະໄໝທີ X ຂ່າວສານບ້ານເມືອງ
ເສົາໄຟຟ້າຫັກ 4 ຕົ້ນເຂດບ້ານໂນນຫວາຍ ໄຟດັບເປັນວົງກວ້າງ ຂ່າວສານບ້ານເມືອງ
ພົບແລ້ວສົບເດັກນ້ອຍຈົມນໍ້າ ທີ່ບ້ານປາກຊາບໃຫມ່ ເມືອງໄຊທານີ ຂ່າວສານບ້ານເມືອງ
ລົດເກາະຂົວຂ້າມນໍ້າຂອງທີ່ປາກລາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme