Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພະແນກການເງິນແຂວງຈໍາປາສັກຈັດພິທີປູກຕົ້ນໄມ້ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ

Posted on 29/05/202029/05/2020 By News No Comments on ພະແນກການເງິນແຂວງຈໍາປາສັກຈັດພິທີປູກຕົ້ນໄມ້ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ

ພະແນກການເງິນແຂວງຈໍາປາສັກໄດ້ຈັດພິທີປູກຕົ້ນໄມ້ ຢູ່ທີ່ວິທະຍາໄລການເງິນພາກໃຕ້ ໃນຕອນເຊົ້າວັນທີ 29 ພຶດສະພາ 2020 ນີ້ໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ເມກສະຫວັນ ພົມພິທັກ ປະທານສະພາປາຊາຊົນແຂວງ,ບັນດາທ່ານການນໍາແຂວງ,ນະຄອນ,ເມືອງ,ພະແນກການກົມກອງອ້ອມຂ້າງແຂວງ,ພະນັກງານທະຫານຕໍາຫຼວດ,ຄູອາຈານນັກສຶກສາ,ຕະຫຼອດຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ.

Image may contain: 4 people, people standing, tree and outdoor
Image may contain: 6 people, people standing, tree, sky, plant, outdoor and nature

ທ່ານ ສົມບູນ ເຮືອງວົງສາ ຫົວໜ້າພະແນກການເງິນແຂວງໄດ້ກວ່າວ່າ: ການຈັດພິທີປູກຕົ້ນໄມ້ໃນຄັ້ງນີ້,ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ໃຫ້ມີບັນຍາກາດ ແລະມີເນື້ອໃນຄວາມໝາຍສໍາຄັນຢ່າງເລິກເຊິ່ງ,ເປັນການສ້າງສະພາບແວດລ້ອມທີ່ດີ ແລະ ພື້ນທີ່ສີຂຽວໃຫ້ແກ່ວິທະຍາໄລການເງິນພາກໃຕ້ ກໍຄືນະຄອນປາກເຊ ແຂວງຈໍາປາສັກໃຫ້ຫຼາຍຂຶ້ນ.ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ມີປະເພດໄມ້ດູ່,ໄມ້ແຄນ,ໄມ້ເກດສະໜາ,ໄມ້ໃຫ້ໝາກ ແລະ ໄມ້ປະດັບຊະນິດອື່ນໆລວມຈໍານວນ 197 ຕົ້ນ,ລວມມູນຄ່າທັງໝົດ 53 ລ້ານກີບ.ຊຶ່ງແມ່ນການປະກອບສ່ວນຂອງພະນັກງານ,ຫົວໜ່ວຍທຸລະກິດ ທັງພາກລັດ ແລະເອກະຊົນ.

Image may contain: 3 people, people standing and outdoor
Image may contain: 3 people, people standing, plant, tree, outdoor and nature

ພາຍຫຼັງກ່າວພິທີປຸກຕົ້ນໄມ້ຢ່າງເປັນທາງການ, ທ່ານ ປອ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ,ທ່ານ ເມກສະຫວັນ ພົມພິທັກ ປະທານສະພາປາຊາຊົນແຂວງ ພ້ອມດ້ວຍບັນດາທ່ານການນໍາພະແນກການ,ກົມກອງ,ນະຄອນ,ເມືອງ,ຄູອາຈານ ແລະນັກສຶກສາທີ່ເຂົ້າຮ່ວມກໍໄດ້ພ້ອມກັນປູກຕົ້ນໄມ້ຢ່າງເປັນຂະບວນຟົດຟື້ນ.

No photo description available.

ຂ່າວຈາກ: ເກດສະໜາ ແກ້ວສຸວັນນະແສງ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງເງິນ ຈັດພິທີສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ສາກົນ
Next Post: ຂ່າວດີ 47 ມື້ແລ້ວ ຍັງບໍພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

Related Posts

ລາຍງານຂ່າວ! ລາວພົບຜູ້ຕິດເຊື້ອໂຄວິດ +6 ຂ່າວສານບ້ານເມືອງ
ປກສ ເມືອງສີໂຄດຕະບອງ ກັກຕົວຄູ່ຜົວ-ເມຍ ຮ່ວມກັນຄ້າຂາຍ ຢ າ ເ ສ ບ ຕ ິດ ຂ່າວສານບ້ານເມືອງ
ຮັກເຈົ້າແທ້ນໍ ບົດເພງຂອງສາມໜຸ່ມ ຂ່າວສານບ້ານເມືອງ
ເກີນຂາດ! ທ້າວ ຫລີຟ່າປິ່ນ ຜູ້ທີ່ໄດ້ຮັບຫລຽນຄຳ ໃນກິລາຍົກນ້ຳໜັກ ໂອລິມປິກໂຕກຽວ ຂ່າວສານບ້ານເມືອງ
ກະຊວງປ້ອງກັນປະເທດ ສ້າງຕັ້ງບໍລິສັດ ຮ່ວມທຶນກະສິກໍາ ເພື່ອສົ່ງເສີມເສດຖະກິດດ້ານກະສິກຳ ແລະ ການລ້ຽງສັດ ຂ່າວສານບ້ານເມືອງ
ຄະນະສະເພາະກິດປ້ອງກັນ ແລະຄອບຄຸມ ພ ະ ຍ າ ດ ໂ ຄ ວິ ດ ຈະທົດລອງໃຫ້ຊາວຕ່າງປະເທດທີ່ຈະເຂົ້າມາລາວໃສ່ເຄື່ອງຕິດຕາມ ແລະ ມີປະກັນໄພ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme