Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງເງິນ ຈັດພິທີສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ສາກົນ

Posted on 29/05/202029/05/2020 By News No Comments on ເມືອງເງິນ ຈັດພິທີສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ສາກົນ

ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫລີມສະຫລອງ ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ, ວັນສາກົນລຶບລ້າງການໃຊ້ແຮງງານເດັກ ແລະ ວັນສິ່ງແວດລ້ອມໂລກ ໃນວັນທີ 28 ພຶດສະພາ 2020 ນີ້ ຢູ່ທີ່ອ່າງເກັບນ້ຳຫ້ວຍນານ້ອຍ ເມືອງເງິນ ແຂວງໄຊຍະບູລີ.

Image may contain: 1 person, standing

ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫລີມສະຫລອງ ວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ, ວັນສາກົນລຶບລ້າງການໃຊ້ແຮງງານເດັກ ແລະ ວັນສິ່ງແວດລ້ອມໂລກ ໃນວັນທີ 28 ພຶດສະພາ 2020 ນີ້ ຢູ່ທີ່ອ່າງເກັບນ້ຳຫ້ວຍນານ້ອຍ ເມືອງເງິນ ແຂວງໄຊຍະບູລີ.

Image may contain: 1 person, indoor

ທ່ານ ສອນສຸກ ພວງແກ້ວ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໃນນາມປະທານພິທີ ໃຫ້ກຽດກ່າວເປີດພິທີໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ຄຸນປະໂຫຍດຫລາຍຢ່າງທີ່ຕິດພັນກັບສິ່ງທີ່ມີຊີວິດ ເພື່ອແນໃສ່ສ້າງຄວາມອຸດົມສົມບູນຂອງປ່າໄມ້ ແລະ ຊີວານານາພັນ ເຊິ່ງໃນແຕ່ລະປີ ພັກ ແລະ ລັດຖະບານລາວເຮົາ ໄດ້ຖືເອົາວັນທີ 1 ມີຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ໂດຍສະເພາະພົນລະເມືອງລາວ ທຸກຄົນຕ້ອງໄດ້ເຮັດພັນທະ ແລະ ປະກອບສ່ວນເຂົ້າໃນການປູກໄມ້ປູກປ່າ ແລະ ຕິດພັນກັບວັນເດັກນ້ອຍສາກົນ ເພື່ອສ້າງໃຫ້ນ້ອງນ້ອຍນັກຮຽນຮູ້ຈັກອະນຸລັກຮັກປົກປັກຮັກສາປ່າໄມ້ໃຫ້ຫລາຍຂຶ້ນ.

ປີ 2020 ເມືອງເງິນ ຈະສູ້ຊົນປູກໄມ້ໃຫ້ໄດ້ 43,40 ຮຕ, ຟື້ນຟູປ່າທຳມະຊາດໃຫ້ໄດ້ 3.120 ຮຕ. ໄມ້ທີ່ຈະນໍາມາປູກໃນປີນີ້ມີ ໄມ້ຝາງແດງ, ໄມ້ສ້ຽວ, ໄມ້ແຕ້ຂ່າ , ໄມ້ຂົມຝາດ ແລະ ໄມ້ປະດັບຕົວເມືອງ ທັງໝົດ 23.064 ເບ້ຍ ເຊິ່ງໃນນີ້, ເບ້ຍໄມ້ທີ່ກ້າໄດ້ຢູ່ພາຍໃນເມືອງ 11.510 ເບ້ຍ, ບໍລິສັດໄຟຟ້າຫົງສາ ສະໜອງໃຫ້ 11.554 ເບ້ຍ.

ຈາກນັ້ນ, ທ່ານ ທອງສຸກ ຈັນປະເສີດ ຫົວໜ້າຫ້ອງການກະ ສິກຳ ແລະ ປ່າໄມ້ ເມືອງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ທ່ານເຈົ້າເມືອງ ວ່າດ້ວຍການແບ່ງປັນເບ້ຍໄມ້ ແລະ ເນື້ອທີ່ປູກ ໃຫ້ບ້ານຈຳນວນ 22 ບ້ານໃນທົ່ວເມືອງ ນຳໄປປູກໃນຂອບເຂດຮັບຜິດຊອບ ແລະ ຟື້ນຟູປ່າທຳມະຊາດໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້

Image may contain: 1 person, standing


ພາຍຫລັງສຳເລັດພິທີເປັນທາງການແລ້ວ ທາງຄະນະປະທານ, ແຂກ ກໍ່ໄດ້ຮ່ວມກັນປູກຕົ້ນໄມ້ ຢູ່ອ່າງເກັບນ້ຳຫ້ວຍນານ້ອຍ ອີກດ້ວຍ.
ໂດຍ: ອິນແປງ ແຫວນຄຳ

ຂ່າວສານບ້ານເມືອງ

Post navigation

Previous Post: ຊາວໜຸ່ມ ນວ 244 ຄົນ ໄດ້ບໍລິຈາກເລືອດ ເພື່ອກອບກູ້ຊີວິດເພື່ອນມະນຸດດ້ວຍກັນ
Next Post: ພະແນກການເງິນແຂວງຈໍາປາສັກຈັດພິທີປູກຕົ້ນໄມ້ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ

Related Posts

ອັດຕະປື ຍັງສຸມໃສ່ປະຕິບັດມາດຕະການປ້ອງກັນພະຍາດໄຂ້ຍຸງລາຍ ຂ່າວສານບ້ານເມືອງ
ເຈົ້າແຂວງໄຊຍະບູລີ ລົງຕິດຕາມການກໍ່ສ້າງທາງເບຕົງບ້ານວັງປາ ຂ່າວສານບ້ານເມືອງ
ຂ່າວໂຄວິດຕິດເຊື້ອເພີ່ມມື້ນີ້ 2665ຄົນ ຂ່າວສານບ້ານເມືອງ
ສຶກສາອົບຮົມສາວຂາຍປະເວນີ 15 ຄົນ ພ້ອມເຈົ້າຂອງຮ້ານ 3 ຄົນ ຂ່າວສານບ້ານເມືອງ
ພາຍຸມາແຮງ! ພັດເຮືອນປະຊາຊົນບ້ານນາໄລ່ດົງ ເມືອງ​ອາດສະພັງທອງເສຍຫາຍໝົດຫຼັງ ຂ່າວສານບ້ານເມືອງ
ຂ່າວດ່ວນ! ຂ່າວດີ ລາວພົບຜູ້ຕິດເຊື້ອໃໝ່ +1ຄົນເປັນກໍລະນີນໍາເຂົ້າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme