Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊາວໜຸ່ມ ນວ 244 ຄົນ ໄດ້ບໍລິຈາກເລືອດ ເພື່ອກອບກູ້ຊີວິດເພື່ອນມະນຸດດ້ວຍກັນ

Posted on 29/05/202029/05/2020 By News No Comments on ຊາວໜຸ່ມ ນວ 244 ຄົນ ໄດ້ບໍລິຈາກເລືອດ ເພື່ອກອບກູ້ຊີວິດເພື່ອນມະນຸດດ້ວຍກັນ

ຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນ ສົມທົບກັບສູນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ເຊີນຊວນຊາວໜຸ່ມທົ່ວນະຄອນຫຼວງວຽງຈັນ ຮ່ວມໃຈກັນບໍລິຈາກເລືອດ ເພື່ອຊ່ວຍກອບກູ້ຊີວິດເພື່ອນມະນຸດດ້ວຍກັນ ຢູ່ໃນໂຮງຮຽນ ມສ ວຽງຈັນ ໃນວັນທີ 29 ພຶດສະພາ 2020 ໂດຍການເປັນປະທານຂອງທ່ານ ນ. ສຸມາລີ ທຳມະວົງ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ນະຄອນຫຼວງວຽງຈັນ, ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ, ມີບັນດາເລຂາ-ຮອງເລຂາຊາວໜຸ່ມຂະແໜງການອ້ອມ ແລະ ສະມາຊິກຊາວໜຸ່ມ ( ຜູ້ທີ່ບໍລິຈາກເລືອດ ) ຈຳນວນ 200 ກວ່າກີບ ເຂົ້າຮ່ວມ.

Image may contain: 6 people, people sitting
Image may contain: 1 person, sitting and indoor

ທ່ານ ນ. ສຸມາລີ ທຳມະວົງ ໄດ້ກ່າວວ່າ: ການບໍລິຈາກເລືອດຄັ້ງນີ້ ແມ່ນການຮ່ວມມືລະຫວ່າງ ຊາວໜຸ່ມນະຄອນຫຼວງວຽງຈັນ ສົມທົບກັບສູນເລືອດແຫ່ງຊາດ ອົງການກາແດງລາວ ການບໍລິຈາກເລືອດແມ່ນການຊ່ວຍເຫຼືອຄົນເຈັບກໍຄືສັງຄົມ, ພ້ອມທັງເປັນການສ້າງຂະບວນການຊົມເຊີຍ ວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ແລະ ເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VIII ຜູ້ແທນຊາວໜຸ່ມ ທົ່ວນະຄອນຫຼວງວຽງຈັນ ໃຫ້ເປັນຂະບວນການຟົດຟື້ນໃນຖັນແຖວຊາວໜຸ່ມ-ເຍົາວະຊົນ.

Image may contain: 3 people, people sitting
Image may contain: 2 people, indoor
Image may contain: one or more people and indoor
Image may contain: 2 people, people sitting
ຂ່າວສານບ້ານເມືອງ

Post navigation

Previous Post: ຂໍແຮງຊັບ ເພື່ອບູຣະນະວັດບ້ານປາກລວງ ເມືອງງອຍ ແຂວງຫລວງພຣະບາງ
Next Post: ເມືອງເງິນ ຈັດພິທີສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ສາກົນ

Related Posts

ການກໍ່ສ້າງເສັ້ນທາງແຫຼ່ງທ່ອງທ່ຽວຖ້ຳຈອມອອງຈະສໍາເລັດທ້າຍເດືອນນີ້ ຂ່າວສານບ້ານເມືອງ
ກະຊວງການເງິນ ປັບປຸງບາງມາດຕາຂອງກົດໝາຍ ກ່ຽວກັບສ່ວຍສາອາກອນໃໝ່ ຂ່າວສານບ້ານເມືອງ
ເຊັນສັນຍາສຳປະທານໂຄງການຂຸດຄົ້ນ ແລະປຸງແຕ່ງຫີນອ່ອນຢູູ່ບ້ານແດນສະຫວ່າງ ນະຄອນຫຼວງພະບາງ ຂ່າວສານບ້ານເມືອງ
ສະຫະລັດອາເມລິກາ ຕິດໂຄວິດ-19 ທະລຸ 1,200 ຄົນ ປະກາດພາວະສຸກເສີນແລ້ວ 24 ລັດ ຂ່າວສານບ້ານເມືອງ
ເຕືອນຝົນຕົກໜັກ! ໃຫ້ລະວັງດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມກະທັນຫັນ ຂ່າວສານບ້ານເມືອງ
ມອບຄືນ ນໍ້າພຸ ຊຽງຍືນ ໃຫ້ລັດຖະບານຄຸ້ມຄອງ ແລະ ໃຫ້ເປັນສວນສາທາລະນະດັ່ງເກົ່າ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme