ວັດບ້ານປາກລວງ ເມືອງງອຍ ແຂວງຫລວງພຣະບາງ ເປັນວັດບໍ່ເກົ່າແກ່ປານໃດ ເພາະສ້າງມາແຕ່ປະມານປີ ຄສ 1961 ໂດຍສາທຸພູມາ ດົນນານເຕີບແລ້ວ ທີວັດແຫ່ງນີ້ເປັນວັດຮ້າງ ບໍ່ມີພຣະສົງ-ສາມະເນນມາຈຳພັນສາຢູ່ເລີຍ ແຕ່ຊາວບ້ານຊາວເມືອງ ເມື່ອຮອດຍາມບຸນປະເພນີຕ່າງໆ ກໍ່ຈະອາຣາດທະນາພຣະສົງຈາກວັດອື່ນໆ ມາເຮັດບຸນໃນວັດປາກລວງແຫ່ງນີ້ ຍ້ອນຂາດການດູແລ ບູຣະນະປະຕິສັງຂອນ ແລະບໍ່ມີພຣະສົງຈຳພັນສາຢູ່ ວັດແຫ່ງນີ້ຈົດເກົ່າແກ່ ຊຸດໂຊມ ເປ່ເພຫລາຍ ແຕ່ຄຸນຄ່າຂອງວັດແຫ່ງນີ້ຍັງມີຕໍ່ຜູ້ຄົນ ຊາວບ້ານແຖວນັ້ນ ເປັນວັດທີງົດງາມ ທັງຮູບຊົງ ຂອງສະຖາປັດຕະຍະກັມຂອງລາວເຮົາໂດຍແທ້ ນອກຈາກສິມແລ້ວ ຍັງມີກຸດຕີ ກະດິ ທີເປ່ເພໄປຕາມການເວລາຫລາຍ

ຮອດເວລາແລ້ວ ທີພວກເຮົາ ລູກຫານພາຍຊ້ອຍ ສົມຄວນທີຈະມີການບູຣະນະ ປະຕິສັງຂອນ ວັດບ້ານປາກລວງ ແຫ່ງນີ້ຂຶ້ນມາໃຫມ່ ໃຫ້ງົດງາມ ເປັນສູນລວມຈິດໃຈຂອງຜູ້ຄົນຕໍ່ໄປ .

.

.

ວັດແຫ່ງນີ້ຫ່າງຈາກນະຄອນຫລວງພຣະບາງໄປທາງທິດເຫນືອປະມານ 6 ຊົ່ວໂມງ ຕິດກັບແຂວງຜົ້ງສາລີ.
ຂອບໃຈຮູບພາບແລະຂໍ້ມູນຈາກເພຈ : ວັດບ້ານຫາດສາ ສີບຸນເຮືອງວໍຣະວິຫາຣ