Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປີນີ້ ທົ່ວປະເທດມີເນື້ອທີ່ປ່າໄມ້ເສຍຫາຍຍ້ອນໄຟໄໝ້ລາມປ່າ 1 ແສນກ່ວາເຮັກຕາ

Posted on 29/05/202029/05/2020 By News No Comments on ປີນີ້ ທົ່ວປະເທດມີເນື້ອທີ່ປ່າໄມ້ເສຍຫາຍຍ້ອນໄຟໄໝ້ລາມປ່າ 1 ແສນກ່ວາເຮັກຕາ

ໃນໄລຍະລະດູແລ້ງປີ 2020, ທົ່ວປະເທດມີເນື້ອທີ່ປ່າໄມ້ເສຍຫາຍຍ້ອນໄຟໄໝ້ລາມປ່າຫລາຍກ່ວາ 1 ແສນເຮັກຕາ ເຊີ່ງທັງໝົດເກີດຂຶ້ນຢູ່ບັນດາແຂວງພາກເໜືອຂອງລາວ ຄື: ແຂວງ ຫລວງນໍ້າທາ, ໄຊຍະບູລີ, ອຸດົມໄຊ, ຫົວພັນ, ຜົ້ງສາລີ, ບໍ່ແກ້ວ ແລະ ແຂວງ ຫລວງພະບາງ.

Image may contain: sky, fire and outdoor

ທ່ານ ຊຸຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ສາເຫດໄຟໄໝ້ລາມປ່າທີ່ເກີດຂຶ້ນ ຍ້ອນສະພາບດິນຟ້າອາກາດມີການປ່ຽນແປງ, ປະຊາຊົນຈໍານວນໜຶ່ງຍັງລະເມີດລະບຽບກົດ ໝາຍທີ່ຂັ້ນເທີງວາງອອກ ຄື ການຈູດປ່າເພື່ອດໍາເນີນການຜະລິດກະສິກໍາ ແລະ ລ້ຽງສັດ, ລວມເຖີງການຈູດປ່າເພື່ອລ່າສັດໂດຍຂາດການປ້ອງກັນທີ່ດີ.

No photo description available.

ນອກຈາກນີ້ ການໂຄ ສະນາປູກຈິດສໍານຶກໃຫ້ປະຊາຊົນຮັບຮູ້ກ່ຽວກັບຜົນຮ້າຍຂອງໄຟໄໝ້ລາມປ່າຂອງເຈົ້າໜ້າທີ່ກ່ຽວຂ້ອງຍັງບໍ່ທັນທົ່ວເຖີງທຸກທ້ອງຖິ່ນ. ສ່ວນແຜນການຟື້ນຟູປ່າໄມ້ທີ່ຖືກທໍາລາຍຍ້ອນໄຟໄໝ້ລາມປ່າທັງໝົດ ກົມປ່າໄມ້ ຈະລົງປະ ສານສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ບັນດາແຂວງທີ່ກ່ຽວຂ້ອງ ເພື່ອກໍານົດເຂດທີ່ຖືກໄຟໄໝ້ເປັນເຂດຟື້ນຟູແບບທໍາມະຊາດ, ພ້ອມທັງຕິດປ້າຍຊີ້ບອກ ແລະ ສ້າງລະບຽບການຄຸ້ມຄອງຮ່ວມກັບປະຊາຊົນພາຍໃນບ້ານທີ່ກ່ຽວຂ້ອງ ເພື່ອເປັນການສະກັດກັ້ນການບຸກລຸກການຈັບຈອງເນື້ອທີ່ປ່າໄມ້ ແລະ ເຮັດໃຫ້ປ່າໄມ້ສາມາດຟື້ນຟູດ້ວຍຕົວມັນເອງແບບທໍາມະຊາດ.

Image may contain: cloud, sky, nature and outdoor

ຫົວໜ້າກົມປ່າໄມ້ ຍັງໄດ້ໃຫ້ຮູ້ກ່ຽວກັບແຜນການປູກຕົ້ນໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ, ວັນທີ 1 ມິຖຸ ນາ ປີນີ້ວ່າ: ກະຊວງ ກະສິກໍາ ແລະ ປ່າໄມ້ ຈະຊຸກຍູ້ບັນດາແຂວງໃນທົ່ວປະເທດປູກຕົ້ນໄມ້ໃຫ້ໄດ້ທັງໝົດ 10.000 ເຮັກຕາ, ໃນນີ້ ປູກເພື່ອປົກປັກຮັກສາສິ່ງແວດລ້ອມໃນປ່າປ້ອງກັນ, ປ່າສະຫງວນ ແລະ ປູກເພື່ອທົດແທນເຂດໂຄງ ການກໍ່ສ້າງພື້ນຖານໂຄງລ່າງໃຫ້ໄດ້ 2.738 ເຮັກຕາ ແລະ ປູກໄມ້ເປັນສິນຄ້າໃນຂອບເຂດປ່າຜະລິດໃຫ້ໄດ້ 7.217 ເຮັກຕາ ແລະ ນອກປ່າຜະລິດທີ່ເປັນດິນຂອງປະຊາຊົນ 556 ເຮັກຕາ.

ຂ່າວສານບ້ານເມືອງ

Post navigation

Previous Post: ນ້ອງສາວຢູ່ ໄຊຍະບູລີ ປະກາດຊອກຫາ ອ້າຍ ຈາກກັນແຕ່ ປີ 1997 ໄປອາໄສ ຢູ່ ແຂວງ ຈຳປາສັກ ບໍ່ຮູ້ຂ່າວຮອດມື້ນີ້
Next Post: ​ເກີດ​ເຫດແຜ່ນ​ດິນ​ໄຫວ ​ຢູ່ເມືອງໄຊສະຖານ ຄວາມແຮງສັ່ນສະເທືອນວັດໄດ້ 2.1 ຮິກເຕີ

Related Posts

ບຸນລ້ຽງຜີມອນ ບຸນຂີ່ໂອນຊາ ເຜົ່າອາຄາ ເມືອງລອງ ຂ່າວສານບ້ານເມືອງ
ກໍ່ເຫດ! ປຸ້ ນ ຊັ ບ ຄົນຮັກແພງ ຖືກຄອບຄົວຜູ້ເສຍຫາຍຊ່ວຍກັນຈັບຕົວ ຂ່າວສານບ້ານເມືອງ
ຜູ່ເສຍຊີວິດອາດສູງກວ່າ 200 ຄົນ ເຫດດິນເຈື່ອນ ທັບແຮງງານເໝືອງຫຍົກທີ່ມຽນມາ ຂ່າວສານບ້ານເມືອງ
ຈັດພິທີມອບ-ຮັບເຕົາເຜົາຂີ້ເຫຍື້ອອັນຕະລາຍ ຂ່າວສານບ້ານເມືອງ
ນາຍົກຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຂ່າວສານບ້ານເມືອງ
ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ຢຸດຊົວຄາວ ໂຮງງານຕັດຍິບ ແລະ ໂຮງງານເກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme