ລາຍງານຈາກໜັງສືພິມຄວາມສະຫງົບໃຫ້ຮູ້ວ່າ: ສານປະຊາຊົນແຂວງສາລະວັນ ຕັດສິນປະຫານຊີວິດຈໍາເລີຍ 5 ຄົນ, ທີ່ເຄື່ອນໄຫວຄ້າຂາຍ-ຂົນສົ່ງຢາເສບຕິດຢາບ້າ ຈໍານວນ 25 ມັດ ເທົ່າກັບ 50.000 ເມັດ, ຢາໄອສ໌ 1 ກິໂລກຼາມ, ຢາອີ 18 ເມັດ ແລະ ເຄຕາມິນ 1 ຖົງ, ປືນສັ້ນຊະນິດເຊີເອວ 1 ກະບອກ, ລູກກະສຸນ 8 ນັດ ແລະ ປືນສັ້ນເອຊີພີ 45 ຈຳນວນ 1 ກະບອກ ທີ່ຈໍາເລີຍມີໄວ້ໃນການຄອບຄອງ.
ອົງການໄອຍາການປະປະຊາຊົນ ໄດ້ຖະແຫຼງໃນວັນທີ 20 ພຶດສະພາ 2020 ຕໍ່ສານປະຊາຊົນວ່າ: ຈໍາເລີຍຊື່ ທ້າວ ສິດທິເດດ ອາຍຸ 40 ປີ, ທ້າວ ແສງອາມິດ ຫຼື ເຢ ອາຍຸ 27 ປີ ທັງ 2 ຄົນ ຢູ່ບ້ານລັດຕະນະລັງສີເໜືອ, ທ້າວ ສີສະຫັວນ ຫຼື ຕູ່ ອາຍຸ 40 ປີ, ບ້ານລັດຕະນະລັງສີໃຕ້, ທ້າວ ຕ໋ອມ ອາຍຸ 29 ປີ ບ້ານໄຊມຸງຄຸນ ທັງ 4 ຄົນ ຢູ່ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ແລະ ທ້າວ ບຸນມີ ຫຼື ນັງ ອາຍຸ 23 ປີ ສັນຊາດຫວຽດ ນາມ ພັກເຊົາຢູ່ບ້ານໂພນໄຊ ນະຄອນປາກເຊ ແຂວງຈຳປາສັກ ທັງໝົດແມ່ນກະທໍາຜິດໃນຖານຄ້າຂາຍ-ຂົນສົ່ງຢາບ້າ-ຢາໄອສ໌ ຈຶ່ງຖືກເຈົ້າໜ້າທີ່ ປກສ ແຂວງສາລະວັນ ກັກຕົວໃນກາງເດືອນມີນາ 2018 ຢູ່ບໍລິເວນດ່ານສາກົນລະໄລ.
ຜ່ານການໄຕສວນຄະດີໃນທີ່ປະຊຸມສານ, ພວກຈຳເລີຍທັງ 5 ໄດ້ຮັບສາລະພາບວ່າ: ພວກຈໍາເລີຍໄດ້ມີການວາງແຜນ ແລະ ນັດໝາຍຕິດຕໍ່-ພົວພັນລັກລອບຂົນສົ່ງ ແລະ ຢາເສບຕິດລຽບຕາມຊາຍແດນລາວ-ຫວຽດນາມ; ເຊິ່ງໃນທ້າຍປີ 2017 ເປັນຕົ້ນມາ ຈໍາເລີຍໄດ້ຮູ້ຈັກກັບ ທ້າວ ຕຸງ ຄົນສັນຊາດຫວຽດນາມ ໄດ້ມາຕິດຕໍ່ພົວພັນຊື້ຢາບ້ານຳຈຳເລີຍ.
ຈາກນັ້ນ, ໄດ້ໂທຫາທ້າວ ໂອເລ້ ຢູ່ເມືອງທ່າປາງທອງ ແຂວງສະຫວັນນະເຂດໃຫ້ມາສົ່ງຢາບ້າ, ຢາໄອສ໌, ຢາອີ ແລະ ສານເຄຕາມິນໃຫ້ ເພື່ອກຽມຈັດສົ່ງໃຫ້ຜູ້ຊື້ ແລະ ມີການນັດຈ່າຍເງິນຢູ່ຈຸດນັດໝາຍລຽບຊາຍແດນລະຫວ່າງປະເທດ. ແຕ່ເຈົ້າໜ້າທີ່ຕໍາຫຼວດ ແຂວງສາລະວັນ ສືບຮູ້ ພ້ອມປະສານກັບທະຫານຊາຍແດນແຂວງກວາງຈິ ສສ ຫວຽດນາມ ຮ່ວມກັນຈັບພວກຈໍາເລີຍໄດ້ໃນເວລາຕໍ່ມາ.
ໃນການຕັດສິນ, ສໍາລັບລົດໃຫຍ່, ປືນສັ້ນທີ່ໃຊ້ເຂົ້າໃນການເຄື່ອນໄຫວກະທໍາຜິດແມ່ນໄດ້ຮິບເປັນຂອງລັດ, ສ່ວນຢາເສບຕິດແມ່ນທໍາລາຍຖິ້ມ.
ພາບແລະຂ່າວ: ໜັງສືພິມຄວາມສະຫງົບ