Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສີ່ສະຫາຍ ຮ່ວມຫົວລັກເງິນກອງທຶນສະຫະພັນແມ່ຍິງ ເມືອງທ່າພະບາດ ມູນຄ່າ ເກືອບ 74 ລ້ານກີບ

Posted on 28/05/202028/05/2020 By All in LAOS No Comments on ສີ່ສະຫາຍ ຮ່ວມຫົວລັກເງິນກອງທຶນສະຫະພັນແມ່ຍິງ ເມືອງທ່າພະບາດ ມູນຄ່າ ເກືອບ 74 ລ້ານກີບ

ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ກັກໂຕຜູ້ກະທຳຜິດຮ່ວມກັນລັກເງິນກອງທຶນສະຫະພັນແມ່ຍິງ ເມືອງທ່າພະບາດ ມູນຄ່າ 73.867.000 ກີບ ໄປດຳເນີນຄະດີ ຄື: ນາງ ຄຳ ( ນາມສົມມຸດ ), ນາງ ສົມ ( ນາມສົມມຸດ ), ທ້າວ ຕີ ( ນາມສົມມຸດ ) ແລະ ນາງ ນີ ( ນາມສົມມຸດ ) ພວກກ່ຽວທັງ 4 ແມ່ນຢູ່ເມືອງທ່າພະບາດ ແຂວງບໍລິຄຳໄຊ ແລະ ເປັນພະນັກງານຢູ່ຫ້ອງການກອງທຶນສະຫະພັນແມ່ຍິງດັ່ງກ່າວ.

ຜ່ານການສອບສວນຂອງເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 9 ມີນາ 2020, ພວກກ່ຽວແມ່ນໄດ້ລົມກັນ ເພື່ອວາງແຜນນຳເອົາເງິນຫ້ອງການມາໃຊ້ແທນໜີ້ສິນທີ່ພວກກ່ຽວຢືມ. ຈາກນັ້ນ, ວັນທີ 12 ມີນາ 2020, ພວກກ່ຽວໄດ້ລົງໄປເກັບເງິນຝາກ ແລະ ປ່ອຍເງິນກູ້ຢູ່ບ້ານເລົ່າຄາ, ບ້ານໄຊສະຫວ່າງ, ບ້ານນາແຄນ ແລະ ບ້ານສາຍພາຍ ເມືອງທ່າພະບາດ ຮອດເວລາ 14:00 ໂມງ ຂອງວັນດຽວກັນ ນາງ ຄໍາ, ນາງ ສົມ ແລະ ນາງ ນີ ແມ່ນໄດ້ເກັບເງິນສຳເລັດ ຈຶ່ງກັບຄືນເມືອຫ້ອງການ ສ່ວນທ້າວ ຕີ ໄດ້ກັບເຮືອນຂອງຜູ້ກ່ຽວ, ພໍໄປຮອດຫ້ອງການນາງ ຄຳ ກັບ ນາງ ສົມ ໄດ້ສະຫຼຸບເງິນທີ່ເກັບມາ ໄດ້ລວມເປັນເງິນຈຳນວນ 73.867.000 ກີບ. ຈາກນັ້ນ, ກໍໄດ້ເອົາເງິນໃສ່ຖົງເຂົ້າໄວ້ໃນຕູ້ເຊັບຂອງຫ້ອງການ, ສ່ວນລູກກະແຈຕູ້ເຊັບແມ່ນ ນາງ ຄຳ ເປັນຜູ້ເກັບໄວ້ ແລ້ວທັງ 2 ຄົນ ກໍກັບເມືອເຮືອນຂອງໃຜລາວ.

ເວລາຕໍ່ມາ, ນາງ ຄໍາ ໄດ້ໂທລະສັບຫາ ທ້າວ ຕີ ໃຫ້ເອົາເຫຼັກສະແລ່ງ, ຄ້ອນຕີ ແລະ ໄຂຄ້ວງ ເພື່ອເອົາມາງັດຕູ້ເຊັບ ພໍໄປຮອດນາງ ຄໍາ ໄດ້ໄຂປະຕູເຂົ້າໄປຢູ່ໃນຖ້າ ພໍທ້າວ ຕີ ມາຮອດ ກໍພາກັນຍ່າງເຂົ້າໄປໃນຫ້ອງຕູ້ເຊັບ ແລ້ວ ນາງ ຄໍາ ກໍໄດ້ໄຂກະແຈຕູ້ເຊັບອອກເອົາເງິນ ຈໍານວນ 17.379.000 ກີບ ອອກມາຮັກສາໄວ້ ແລະ ອີກ 12.000.000 ລ້ານ ແມ່ນໃຫ້ ນາງ ນີ ເກັບຮັກສາໄວ້ເພື່ອແບ່ງປັນກັນ; ທ້າວ ຕີ ກໍໄດ້ວາງແຜນໃຊ້ຄ້ອນຕີທຸບ ຝາຕູ້ເຊັບແຕ່ທາງໃນອອກນອກຈຳນວນຫຼາຍບາດຈົນເປັນຮູ ແລ້ວປິດຕູ້ເຊັບໃຊ້ເຫຼັກສະແລ່ງງັດປະຕູຕູ້ເຊັບ, ທຸບ ແລະ ງັດຕູ້ເຊັບສໍາເລັດ. ຈາກນັ້ນ, ໄດ້ຍ່າງໄປປິດກົງເຕີນໍ້າປະປາແລ້ວຢຽບທໍ່ນ້ຳແຕກ ແລ້ວ

ເອົາໄມ້ຢູ່ກ້ອງຕະລ່າງເຮືອນຂອງ ນາງ ຄຳ ມາກ່າຍໄວ້ເຄິ່ງກັບປ່ອງຢ້ຽມຈຳນວນ 2 ໂຕ ແລະ ໄມ້ແປ້ນ 2 ແຜ່ນ, ໃຊ້ເຫຼັກສະແລ່ງງັດບານປ່ອງຢ້ຽມອອກ ແລະ ໃຊ້ ໄຂຄວງຫັນນ໋ອດກັນຂະໂມຍອອກ ເພື່ອສ້າງສະຖານະການບໍ່ໃຫ້ເຈົ້າໜ້າທີ່ຈັບໄດ້ ຫຼັງຈາກສໍາເລັດແລ້ວ ກໍພາກັນກັບເຮືອນຂອງຕົນເຮັດຄືບໍ່ມີຫຍັງເກີດຂຶ້ນ. ມື້ຕໍ່ມາ, ເວລາປະມານ 7:00 ໂມງ ນາງ ຄໍາ ໄປຫ້ອງການຕາມປົກກະຕິ ພໍມາຮອດຫ້ອງການ ຜູ້ກ່ຽວໄດ້ໂພສຕ໌ຂໍ້ຄວາມສຽງລົງກຸ່ມວອດແອັບຂອງຫ້ອງການວ່າ: ຫ້ອງການຖືກງັດ ພ້ອມທັງຖ່າຍຮູບປ່ອງຢ້ຽມ ແລະ ຮູບຕູ້ເຊັບສົ່ງໃຫ້ຫົວໜ້າຢູ່ສູນໃຫຍ່ເບິ່ງ. ຮອດເວລາ 8:00 ໂມງ ຂອງວັນດຽວກັນ ນາງ ສົມ, ທ້າວ ຕີ ແລະ ທ້າວ ດໍາ ( ຜົວນາງ ນີ ) ກໍມາຮອດຫ້ອງການ ຈຶ່ງເຂົ້າໄປເບິ່ງຕູ້ເຊັບອີກ ພົບເຫັນເງິນຢູ່ຕູ້ເຊັບຈຳນວນ 44.700.000 ກີບ ຈຶ່ງໄດ້ເອົາເງິນດັ່ງກ່າວໃຫ້ ທ້າວ ດໍາ ເປັນຜູ້ເກັບຮັກສາໄວ້.

ວັນທີ 24 ມີນາ 2020, ພວກກ່ຽວ ທັງ 4 ຄົນ ກໍຖືກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງທ່າພະບາດ ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ ສ່ວນທ້າວ ດໍາ ( ຜົວນາງ ນີ ) ແມ່ນບໍ່ໄດ້ຖືກດໍາເນີນຄະດີ ເນື່ອງຈາກບໍ່ໄດ້ຮ່ວມຂະບວນການລົງມືນໍາພວກກ່ຽວ.

ຂ່າວຈາກ: ໜັງສືພິມຄວາມສະຫງົບ.

ຂ່າວສານບ້ານເມືອງ

Post navigation

Previous Post: ໄຟໄໝ້ເສຍຫາຍ 1 ຫຼັງ ທີ່ ບ້ານມົກໄປຼ ເມືອງຮຸນ
Next Post: ນັກໂທດຄະດີຢາເສບຕິດ 5 ຄົນ ທີ່ສາລະວັນຖືກຕັດສິນປະຫານຊີວິດ

Related Posts

5 ພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ໃຫ້ລັດຖະບານ ເພື່ອແກ້ໄຂບັນຫາໂຄວິດ-19 ລວມ 577.900.000 ກີບ ຂ່າວສານບ້ານເມືອງ
ຂໍອານຸໂມທະນາບຸນ! ຄະນະພຣະສົງເມືອງ ສີໂຄດຕະບອງ ບໍລິຈາກຕຽງນອນ ແລະ ອຸປະກອນນຳໃຊ້ຕ່າງໆເພື່ອຊ່ວຍເຫຼືອຜູ້ທີ່ຕິດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ແຂວງຫຼວງພະບາງ ຜະລິດເຂົ້າບໍ່ໄດ້ຄາດໜາຍ ແຕ່ປູກພືດອື່ນທົດແທນ ຂ່າວສານບ້ານເມືອງ
ແຈ້ງເຕືອນ! ຝົນຕົກໜັກ ໃນໄລຍະວັນທີ 12-14 ມີຖຸນາ 2021 ຂ່າວສານບ້ານເມືອງ
ປກສ ນວ ສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ໃນ 9 ຕົວເມືອງ ຂ່າວສານບ້ານເມືອງ
ລົດໃຫຍ່ເສຍຫຼັກປີ້ນຫງາຍທ້ອງ ເຈັບ 1 ຄົນ ທາງບ້ານແສງສະຫວ່າງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme