Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄົນເຈັບຫາຍດີຈາກພະຍາດໂຄວິດ-19 ຍ້ອນປິ່ນປົວແບບສຸຂະພາບຈິດ ແລະ ຕາມອາການ

Posted on 28/05/202028/05/2020 By News No Comments on ຄົນເຈັບຫາຍດີຈາກພະຍາດໂຄວິດ-19 ຍ້ອນປິ່ນປົວແບບສຸຂະພາບຈິດ ແລະ ຕາມອາການ

ຄົນເຈັບທີ່ໄດ້ອອກໂຮງໝໍພາຍຫຼັງປິ່ນປົວຫາຍດີຈາກພະຍາດ ໂຄວິດ-19 ແມ່ນໄດ້ຮັບການປີ່ນປົວຕາມຂັ້ນຕອນຕ່າງໆເຊັ່ນ ການປິ່ນປົວທາງດ້ານສຸຂະພາບຈິດ, ປີ່ນປົວຕາມອາການ ແລະ ປິ່ນປົວທາງດ້ານໂພສະນາການ.

ຜູ້ຊ່ຽວຊານດ້ານການປິ່ນປົວໄດ້ຊີ້ແຈງວ່າ ການປິ່ິນປົວຕາມວິທີຂ້າງເທິງນີ້ແມ່ນລວມທັງການປະຕິບັດຕາມຫັຼກການແພດສະໄໝໃໝ່ ຕາມຄຳແນະນຳຂອງອົງການອະນາໄມໂລກ, ເຊິ່ງແມ່ນ ປັດໄຈສຳຄັນທີ່ເຮັດໃຫ້ແພດ ລາວມີຜົນສຳເລັດໃນການປິ່ນປົວ ແລະ ສາມາດຊ່ວຍຊີວິດຄົນເຈັບໂຄວິດ-19 ໃຫ້ຫາຍດີ.

ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ ການປິ່ນປົວທາງດ້ານສຸຂະພາບຈິດ ແມ່ນການໃຫ້ກຳລັງໃຈ ແກ່ຄົນເຈັບ ລວມທັງການແນະນຳໃຫ້ເຂົາເຈົ້າບໍ່ໃຫ້ກັງວົນຫຼາຍຈົນເກີນໄປ. ຄົນເຈັບຕ້ອງປະຕິບັດໂຕເອງ ຕາມແພດຄຳແນະນຳຈາກແພດ ຢ່າງສະໝໍ່າສະເໝີໂດຍສະເພາະແມ່ນແນະນຳໃຫ້ເຂົາເຈົ້າຮັບເອົາຂໍ້ມູນທີ່ເປັນບວກຕໍ່ຕົນເອງໄດ້.

ການປິ່ນປົວຕາມອາການແມ່ນການປິ່ນປົວໂດຍອີງໃສ່ສຸຂະພາບຂອງຄົນເຈັບຫັຼງຈາກຕິດ ເຊື້ອໂຄວິດ-19 ແລ້ວ ເພາະວ່າປະຈຸບັນຍັງບໍ່ທັນມີສູດຢາສະເພາະໃນການປິ່ນປົວພະ ຍາດນີ້ ແລະ ປິ່ນປົວທາງດ້ານໂພສະນາການແມ່ນການກິນອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ.

ຮສ. ດຣ. ພູທອນ ເມືອງປາກ ກ່າວຕື່ມວ່າ ນອກຈາກປິ່ນປົວຕາມວິທີການດັ່ງກ່າວນິີ້ແລ້ວ, ໃນ ໄລຍະຜ່ານມາພວກເຮົາຍັງໄດ້ປະສານງານຢ່າງໃກ້ຊິດກັບຄູ່ຮ່ວມງານ ແລະ ປະເທດເພື່ອນມິດ ລວມທັງທີມແພດທີ່ມາຈາກປະເທດຈີນ, ເຊິ່ງມີປະສົບການໃນການປີ່ນປົວຄົນເຈັບ ພະຍາດໂຄວິດ-19 ເພື່ອແບ່ງປັນເອົາບົດຮຽນທີ່ມີຄຸນຄ່າໃນການຮັບມືກັບການລະບາດ ແລະ ການປິ່ນປົວຄົນເຈັບພາຍໃນປະເທດເຮົາ.

ທ່ານ ດຣ ວັງນະຄອນ ດິດຕະພົງ ຮອງຜູ້ອຳນວຍການ ໂຮງໝໍມິດຕະພາບ ກໍ່ໄດ້ກ່າວວ່າ ການປິ່ນປົວຢູ່ໂຮງໝໍມິດຕະ ພາບ ແມ່ນມີຫ້ອງແຍກປ່ຽວ ສະເພາະຄົນເຈັບໂຄວິດ-19 ແຕ່ລະຫ້ອງມີຄົນເຈັບຢູ່ພຽງ 1 ຄົນ. ຕາມຫັຼກການແພດສະໄໝໃໝ່ ພາຍໃຕ້ການແນະນຳຂອງອົງ ການອະນາໄມໂລກ ບັນດາ ແພດໝໍ ແລະ ພະຍາບານໄດ້ ແບ່ງອອກເປັນທີມເພື່ອເບິ່ງແຍງຄົນເຈັບດ້ວຍການໝູນ ວຽນເປັນ ເວລາ 7 ວັນ. ພາຍຫຼັງປະຕິບັດໜ້າທີ່ໄດ້ປະ ມານໜຶ່ງອາທິດ ແຕ່ລະທີມຈະຖືກຈໍາກັດບໍລິ ເວນຕົນເອງ ເພື່ອຕິດຕາມ ອາການເປັນເວລາ 14 ວັນ ເພື່ອກວດເບິ່ງວ່າພວກເຂົາມີການຕິດເຊື້ອຈາກຄົນເຈັບຫຼືບໍ ເພ່ື່ອໃຫ້ໝັ້ນໃຈວ່າທີມແພດເຫຼົ່ານີ້້ຈະບໍ່ຕິດເຊື້້ອ.

ຂ່າວ: ເພັດໂພໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ສົມກຽດ ຫໍພຣະເມມຂອງ ອົງພຣະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ)
Next Post: ໄຟໄໝ້ເສຍຫາຍ 1 ຫຼັງ ທີ່ ບ້ານມົກໄປຼ ເມືອງຮຸນ

Related Posts

ຢ່າຫລົງເຊື່ອຂ່າວປອມ! ສະຖານີຂົນສົ່ງໂດຍສານສາຍໃຕ້ຈະໄດ້ ເປີດບໍລິການ ຫລື ສືບຕໍ່ປິດ ລໍຖ້າເອກະສານແຈ້ງການຂອງລັດຖະບານ ຂ່າວສານບ້ານເມືອງ
ຊາຍຊູ້ບຸກຍິງຄາເຮືອນ ກ່ອນດັບຕົນເອງຕາມ ຂ່າວສານບ້ານເມືອງ
ທລຍ ເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະສານງານກຸ່ມບ້ານ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ຖືກຄົນຮ້າຍໃຊ້ປືນແກັບຍິງເສຍຊີວິດ ຂະນະທີ່ຈະເຂົ້າຈັບກຸມ ທີ່ເມືອງຊໍາເໜືອ ຂ່າວສານບ້ານເມືອງ
ປະຫວັດການເຄື່ອນໄຫວ ແລະ ພົວພັນຄົນອື່ນ ຂອງຜູ່ຕິດເຊື້ອ ທີ 50 ຊາຍຄົນໄທ ຂ່າວສານບ້ານເມືອງ
ດ່ວນ! ກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງການປັບປຸງລາຄາ ຄ່າຂົນສົ່ງໂດຍສານ ທາງບົກ ທົ່ວປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme