Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພະແນກອຸດສາຫະກຳ ແລະ ການຄ້າ ນວ ທຳລາຍ ຢາສູບ ແລະ ເຄື່ອງໃນສັດ ນຳເຂົ້າບໍ່ຖືກຕ້ອງ

Posted on 27/05/202027/05/2020 By News No Comments on ພະແນກອຸດສາຫະກຳ ແລະ ການຄ້າ ນວ ທຳລາຍ ຢາສູບ ແລະ ເຄື່ອງໃນສັດ ນຳເຂົ້າບໍ່ຖືກຕ້ອງ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ (ນວ) ໄດ້ທຳລາຍຢາສູບ ແລະ ເຄື່ອງໃນສັດ ທີ່ນຳເຂົ້າບໍ່ຖືກຕ້ອງ ໃນວັນທີ 26 ພຶດສະພາ 2020 ບ້ານນາຫວ້າ ເມືອງທຸລະຄົມ ແຂວງວຽງຈັນ ໂດຍການເຂົ້າຮ່ວມ ຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພູວອນ ພູສະເຫວີຍ ຮອງຂະແໜງການຄ້າພາຍໃນ ພະແນກພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ແຈ້ງໃຫ້ຮູ້ວ່າ: ໜ່ວຍງານກວດກາການຄ້າຂັ້ນພະແນກ ແລະ ຈຸງານ ກວດກາຂັ້ນເມືອງ ໄດ້ລົງຕິດຕາມກວດກາສິນຄ້າ ທີ່ລັກລອບນຳເຂົ້ານອກລະບົບ ແຕ່ວັນທີ ວັນທີ 16-25 ພຶດສະພາ ສາມາດຢືດຢາສູບ ຈຳນວນ 30 ແກັດ ແລະ ເຄື່ອງໃນສັດ 11 ແກັດ ນ້ຳໜັກ 500 ກິໂລ ລວມມູນ 136 ລ້ານກວ່າກີບ. ຕໍ່ກັບສິນຄ້າດັ່ງກ່າວ, ໂດຍສະເພາະເຄື່ອງໃນສັດ ພົບວ່າບໍ່ໄດ້ຜ່ານການ ກວດກາຢັ້ງຢືນ ຈາກສັດຕະວະແພດ ຂະແໜງກະສິກຳ ແລະ ປ່າໄມ້, ພ້ອມບໍ່ມີເອກະສານອະນຸຍາດນຳ ເຂົ້າຈາກພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ຢຶດມາທຳລາຍຖິ້ມ.

Image may contain: 1 person, tree and outdoor


ໃນໂອກາດນີ້, ທ່ານ ນັນຕາ ສານຸວົງ ກ່າວວ່າ: ຕໍ່ກັບບັນຫາການນຳເຂົ້າສິນຄ້າບໍ່ຖືກຕ້ອງນີ້ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຜູ້ປະກອບການທຸລະກິດຄ້າຂາຍ ຈົ່ງເອົາໃຈໃສ່ປະຕິບັດຕາມລະບຽບກົດ ໝາຍວາງອອກ. ພ້ອມທັງຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ ຫາກພົບເຫັນສິນຄ້ານອກລະບົບ ທີ່ນຳເຂົ້າບໍ່ ຖືກຕ້ອງ, ສິນຄ້າໝົດອາຍຸ ໃຫ້ໂທເຂົ້າສາຍດ່ວນ 1510 ທັນທີ.

Image may contain: outdoor
ຂ່າວສານບ້ານເມືອງ

Post navigation

Previous Post: ADB ແລະ ສປປ ລາວ ລົງນາມສັນຍາເງິນກູ້ ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດ ໂຄວິດ-19 ມູນຄ່າ 20 ລ້ານໂດລາ
Next Post: ດໍາລັດວ່າດ້ວຍ ການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

Related Posts

ແຂວງຫຼວງນໍ້າທາ ລົງມອບເຄ່ືອງນຸ່ງຫົ່ມໃຫ້ປະຊາຊົນຄອບຄົວທຸກຍາກ ຂ່າວສານບ້ານເມືອງ
ລະວັງຂ່າວປອມ! ສາທາແຈ້ງ ລາວຫຍັງບໍ່ທັນກວດພົບ COVID-19 ຂ່າວສານບ້ານເມືອງ
52 ປີ ທະນາຄານ ແຫ່ງ ສປປລາວ ຂ່າວສານບ້ານເມືອງ
ຄຶກຄືນຕະຫຼອດຄືນ ບັນຍາກາດລໍຖ້າເຮັດບັດຜ່ານແດນ ຂ່າວສານບ້ານເມືອງ
ຫສນຍ ຈັດຕັ້ງເຜີຍແຜ່ເອກະສານສຳຄັນ ຂອງລັດຖະບານ ຊຸດທີ IX ຂ່າວສານບ້ານເມືອງ
ສະໝັກດ່ວນ! ກະຊວງການເງິນ ປະກາດຮັບລັດຖະກອນໃໝ່ 30 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme