Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ADB ແລະ ສປປ ລາວ ລົງນາມສັນຍາເງິນກູ້ ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດ ໂຄວິດ-19 ມູນຄ່າ 20 ລ້ານໂດລາ

Posted on 27/05/202027/05/2020 By All in LAOS No Comments on ADB ແລະ ສປປ ລາວ ລົງນາມສັນຍາເງິນກູ້ ເພື່ອຕອບໂຕ້ກັບການແຜ່ລະບາດພະຍາດ ໂຄວິດ-19 ມູນຄ່າ 20 ລ້ານໂດລາ

ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (27 ພຶດສະພາ 2020) — ມື້ນີ້, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ແລະ ທະນາຄານພັດທະນາອາຊີ (ADB) ໄດ້ລົງນາມສັນຍາເງິນກູ້ເພີ່ມມູນຄ່າ 20 ລ້ານໂດລາສະຫະລັດ ໃຫ້ແກ່ ສປປ ລາວ ເພື່ອສະໜັບສະໜູນການຕອບໂຕ້ການແຜ່ລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໂຄວິດ-19) ໃນປະເທດ.
ໃນພິທີເຊັນສັນຍາ, ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງິນ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ຢະຊູຊິ ເນກິຊິ, ຜູ້ຕາງໜ້າສຳນັກງານ ADB ປະຈໍາ ສປປ ລາວ ຕາງໜ້າໃຫ້ແກ່ ADB ໄດ້ລົງນາມໃນສັນຍາເງິນກູ້ດັ່ງກ່າວ ຊຶ່ງມີຜູ້ເຂົ້າຮ່ວມຈາກກະຊວງສາທາລະນະສຸກແລະກະຊວງແຜນການແລະການລົງທຶນ.

ທ່ານ ເນກິຊິ ໄດ້ໃຫ້ຮູ້ວ່າ “ADB ຢືນຄຽງຂ້າງ ສປປ ລາວ ຕອບໂຕ້ກັບການແຜ່ລະບາດພະຍາດ COVID-19 ເພື່ອຮັກສາຊິວິດ ແລະ ຮັບປະກັນການເຕີບໂຕຂອງປະເທດໄດ້ຢ່າງຍືນຍົງແລະທົ່ວເຖິງໃນໄລຍະການແຜ່ລະບາດພະຍາດ COVID-19. ທຶນທີ່ສະໜອງໃຫ້ເພີ່ມນີ້ຈະຊ່ວຍສະໜັບສະໜູນ ສປປ ລາວ ເພື່ອສະໜອງການບໍລິການຮັກສາສຸຂະພາບທີ່ມີຄຸນນະພາບ, ພ້ອມທັງອຸປະກອນ ແລະ ເຄື່ອງມືເພື່ອສະກັດກັ້ນການແຜ່ກະຈາຍຂອງພະຍາດ COVID-19 ແລະ ປິ່ນປົວກໍລະນີທີ່ຕິດເຊື້ອພະຍາດໄດ້ຢ່າງມີປະສິດທິພາບ”

ເງິນກູ້ດັ່ງກ່າວ, ຊຶ່ງເປັນບ້ວງທຶນທີ່ສະໜອງເພີ່ມຕື່ມໃຫ້ກັບບ້ວງເງິນກູ້ແລະທຶນຊ່ວຍເຫຼືອລ້າມູນຄ່າ 12 ລ້ານໂດລາສະຫະລັດ ທີ່ໄດ້ສະໜອງໃຫ້ໄປແລ້ວໃຫ້ແກ່ໂຄງການປະກັນສຸຂະພາບອານຸພາກພື້ນແມ່ນໍ້າຂອງທີ່ພວມຈັດຕັ້ງປະຕິບັດຢູ່ໃນ ສປປ ລາວ, ຈະຊ່ວຍກະຊວງສາທາລະ ນະສຸກໃນການຈັດຊື້ ອຸປະກອນປ້ອງກັນໂຕເອງຂອງບຸກຄະລາກອນການແພດ, ອຸປະກອນໃຊ້ໃນຫ້ອງທົດລອງ, ຊຸດເຄື່ອງກວດ, ອຸປະກອນການແພດ, ແລະ ລົດຮັບສົ່ງຄົນເຈັບ. ບ້ວງທຶນດັ່ງກ່າວ ຍັງຈະຊ່ວຍລັດຖະບານໃນການສະໜອງອຸປະກອນເຄື່ອງມືແລະການຝຶກອົບຮົມໃຫ້ແກ່ພະນັກງານສາທາທີ່ເຮັດວຽກແນວໜ້າຕົວຈິງ ເພື່ອປ້ອງກັນແລະຄວບຄຸມພະຍາດຕິດຕໍ່, ການທົດລອງໃນຫ້ອງທົດລອງ, ແລະ ການປິ່ນປົວໃນໂຮງໝໍສຳລັບກໍລະນີຜູ້ຕິດພະຍາດໂຄວິດ-19. ບ້ວງທຶນດັ່ງກ່າວ ຍັງຈະຊ່ວຍຖົມຂຸມດ້ານລາຍຈ່າຍໃຫ້ແກ່ລັດຖະບານໃນການຕາມຫາຜູ້ທີ່ພົວພັນກັບກໍລະນີຕິດເຊື້ອພະຍາດ, ການສື່ສານທີ່ມີຄວາມສ່ຽງ, ແລະ ການເຂົ້າຮ່ວມພົວພັນໃນດ້ານອື່ນໆ.

ມາຮອດວັນທີ່ 25 ພຶດສະພາ 2020, ມີ 19 ກໍລະນີທີ່ໄດ້ຮັບການຢືນຢັນ. ແຕ່ເຖິງຢ່າງໃດກໍ່ຕາມ, ສປປ ລາວ ຍັງຄົງມີຄວາມຄວາມສ່ຽງສູງ ເນື່ອງຈາກ ຜູ້ອອກແຮງງານເຄື່ອນຍ້າຍຈຳນວນຫຼາຍກັບຄືນປະເທດຈາກບັນດາປະເທດເພື່ອນບ້ານທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດພະຍາດດັ່ງກ່າວ, ພະນັກງານຕ່າງປະເທດທີ່ເຮັດວຽກໃນບັນດາໂຄງການສຳຄັນຕ່າງໆໃນ ສປປ ລາວ ເດີນທາງເຂົ້າມາຈາກບັນດາເຂດທີ່ມີການຕິດພະຍາດ ແລະພ້ອມທັງ ບັນດາຄົນຂັບລົດບັນທຸກຂົນສົ່ງສິນຄ້າຈາກເພື່ອນບ້ານໃກ້ຄຽງທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ ໄດ້ເຮັດໃຫ້ ສປປ ລາວ ມີຄວາມສ່ຽງເພີ່ມຂຶ້ນຕໍ່ກັບການກະຈາຍເປັນວົງກ້ວາງຂອງພະຍາດ COVID-19. ລະບົບສາທາລະນະສຸກທີ່ມີຊັບພະຍາກອນບຸກຄົນ, ອຸປະກອນ ແລະ ເຄື່ອງມືທາງການແພດທີ່ຈຳກັດ ຈະເປັນການຍາກທີ່ຈະຮັບມືໄດ້ ຫາກມີການແຜ່ກະຈາຍຂອງເຊື້ອພະຍາດຢ່າງວ່ອງໄວ.

ໂຄງການໃນເບື້ອງຕົ້ນທີ່ເປັນໂຄງການ ຊຶ່ງ ADB ໄດ້ອະນຸມັດໃນປີ 2016 ດ້ວຍເງິນກູ້ແລະທຶນຊ່ວຍເຫຼືອລ້າມູນຄ່າ 125 ລ້ານໂດລາສະຫະລັດແມ່ນໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ການຮັບປະກັນດ້ານສຸຂະພາບໃນ ສປປ ລາວ, ກຳປູເຈຍ, ມຽນມ້າ ແລະ ຫວຽດນາມ ໂດຍເນັ້ນໃສ່ ການຮ່ວມມືໃນພາກພື້ນ ແລະ ລະບົບການຄວບຄຸມພະຍາດຕິດຕໍ່ໃນອະນຸພາກພື້ນ, ໂດຍສະເພາະໃນເຂດຊາຍແດນຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ, ປະເທດອະນຸພາກພື້ນແມ່ນໍ້າຂອງອີກສອງປະເທດເຊັ່ນ: ໄທ ແລະ ສາທາລະນະລັດປະຊາຊົນຈີນ ກໍ່ໄດ້ເຂົ້າຮ່ວມໃນຄະນະເຮັດວຽກກ່ຽວກັບການຮ່ວມມືໃນຂະແໜງສາທາລະນະສຸກຂອງອະນຸພາກພື້ນແມ່ນໍ້າຂອງ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ADB.

ADB ມຸ່ງໝັ້ນເພື່ອບັນລຸໃຫ້ພາກພື້ນອາຊີແລະປາຊີຟິກ ຈະເລີນຮຸ່ງເຮືອງ, ທົ່ວເຖິງ, ພ້ອມຮັບມືກັບການປ່ຽນແປງ ແລະ ຍືນຍົງ ໄປພ້ອມກັບການຮັກສາຄວາມພະຍາຍາມຂອງຕົນໃນການລົບລ້າງຄວາມທຸກຍາກ. ADB ສ້າງຕັ້ງຂຶ້ນໃນປີ 1966 ຊຶ່ງມີສະມາຊິກທັງໝົດ 68 ປະເທດເປັນເຈົ້າຂອງ—49 ປະເທດມາຈາກພາກພື້ນດັ່ງກ່າວ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດີ! ຄົນເຈັບໂຄວິດ-19 ອອກໂຮງໝໍອີກ 2 ຄົນມື້ນີ້
Next Post: ພະແນກອຸດສາຫະກຳ ແລະ ການຄ້າ ນວ ທຳລາຍ ຢາສູບ ແລະ ເຄື່ອງໃນສັດ ນຳເຂົ້າບໍ່ຖືກຕ້ອງ

Related Posts

ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 733ຄົນ ຂ່າວສານບ້ານເມືອງ
ມາຮູຈັກສິດທິຂັ້ນພື້ນຖານຂອງເດັກນ້ອຍມີຫຍັງແດ່ ຂ່າວສານບ້ານເມືອງ
ກັກຕົວເປົ້າໝາຍຄ້າຂາຍ ຢ າ ເ ສ ບ ຕິ ດ 2 ຄົນ ຂະຫຍາຍຜົນສາມາດຈັບຜູ້ຮ່ວມຂະບວນການໄດ້ອີກ 1 ຄົນ ຂ່າວສານບ້ານເມືອງ
ເຈົ້າແຂວງຄຳມ່ວນລົງເຄື່ອນໄຫວວຽກງານທີ່ເມືອງຍົມມະລາດ ຂ່າວສານບ້ານເມືອງ
ຊ່ວຍຮັກສາ ພຣະທາຕຸ ດອນຮີໃຫຍ່ ເປັນທາຕຸເກົ່າແກ່ ທີມີປະຫວັດສາດທີ່ມາອັນຍາວນານ ຂ່າວສານບ້ານເມືອງ
ໜ້າກາກອະນາໄມແບບຜ້າ ບໍ່ສາມາດປ້ອງກັນໂຄວິດໂອໄມຄຣອນໄດ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme