Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

2 ໃນ 5 ຄົນທີ່ນອນຕິດຕາມອາການເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ ອາດຈະໄດ້ກັບບ້ານ

Posted on 27/05/202027/05/2020 By News No Comments on 2 ໃນ 5 ຄົນທີ່ນອນຕິດຕາມອາການເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ ອາດຈະໄດ້ກັບບ້ານ

ຄະນະສະເພາະກິດ ໄດ້ແຈ້ງໃຫ້ຮູ້ວ່າ ຮອດປັດຈຸບັນ ມີຄົນເຈັບທີ່ນອນຕິດຕາມອາການຢູ່ໂຮງໝໍມິດຕະພາບ 5 ຄົນ (ຍິງ 4) ໃນນັ້ນໄດ້ກວດຄືນ 3 ຄົນ ໃຫ້ຜົນລົບ 2 ຄົນ, ໝາຍຄວາມວ່າບໍ່ພົບພະຍາດໂຄວິດ-19 ແລະ ວັນທີ 27 ພຶດສະພາ 2020 ນີ້ ຈະມີການກວດຄືນເປັນເທື່ອທີ 2 ຖ້າວ່າຜົນກວດອອກມາເປັນລົບອີກ ກໍ່ຈະອະນຸຍາດໃຫ້ກັບບ້ານ.

ກ່ຽວກັບການເຝົ້າລະວັງພະຍາດໂຄວິດ-19 ຢູ່ຕາມຈຸດຜ່ານດ່ານຕ່າງໆ ຮອດເວລາ 17 ໂມງຂອງວັນທີ 25 ພຶດສະພາ 2020 ມີຄົນເຂົ້າມາປະ ເທດລາວທັງໝົດ 1,934 ຄົນ ໂດຍຜ່ານດ່ານສາກົນຕ່າງໆໃນຂອບເຂດທົ່ວປະເທດ ໂດຍມີຜູ້ອອກແຮງງານລາວ, ຈີນ, ຄົນຂັບລົດຂົນສົ່ງສິນຄ້າ ແລະ ນັກສຶກສາລາວ, ໃນແຕ່ລະດ່ານມີການວັດແທກອຸນຫະພູມຮ່າງກາຍ ແລະ ບໍ່ພົບຜູ້ໃດທີ່ມີອາການເປັນໄຂ້.

ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃນມື້ວັນທີ 26 ພຶດສະພາ 2020 ວ່າ: ຜູ້ອອກແຮງງານລາວ ແລະ ຈີນທັງໝົດນີ້ແມ່ນໄດ້ເກັບຕົວຢ່າງມາກວດຫາເຊື້ອພະຍາດໂຄວິດ-19 ແລະ ນໍາສົ່ງໄປຈໍາກັດບໍລິເວນ ທີ່ໄດ້ ກໍານົດໄວ້ໃນບັນດາແຂວງຕ່າງໆ ເປັນໄລຍະເວລາ 14 ວັນ. ສະເພາະວັນທີ 25 ພຶດສະພາ ນີ້ບໍ່ພົບຜູ້ຕິດເຊື້ອເພີ່ມ.  

ຂ່າວ: ວຽງຈັນທາຍ

ຂ່າວສານບ້ານເມືອງ

Post navigation

Previous Post: ແພດທີ່ຈໍາປາສັກ ຊ່ວຍເກີດລູກແຝດ ຮ່າງກາຍຕິດກັນ ແບບບໍ່ປົກກະຕິ
Next Post: ທົ່ວປະເທດມີແຜນປູກຕົ້ນໄມ້ 590 ກວ່າເຮັກຕາ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ

Related Posts

ຈັດກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ ຂ່າວສານບ້ານເມືອງ
ຊາຍໄຮ້ຍາດຈົມນໍ້າເສຍຊີວິດທີ່ຫ້ວຍ ເຂດບ້ານຂົວທີ່ 1 ນະຄອນ ຫຼວງພະບາງ ຂ່າວສານບ້ານເມືອງ
ທົ່ວປະເທດ ກຽມໄຂສົກຮຽນໃໝ່ 2020-2021 ໃນວັນທີ 1 ກັນຍານີ້ ຂ່າວສານບ້ານເມືອງ
ໜຸ່ມ ຖືກໄຟຟ້າຊ໊ອດ ເ ສ ຍ ຊີ ວິ ດ ຍ້ອນຫລີ້ນໂທລະສັບ ແລ້ວສາກແບັດໄປພ້ອມ ຂ່າວສານບ້ານເມືອງ
ລົດເລັກຊັດຕໍາຮາວສົ້ນຂົວນໍ້າເຄັມຄົນຕິດພາຍໃນລົດ ຂ່າວສານບ້ານເມືອງ
ອຸດົມໄຊ ສືບຕໍ່ເຂັ້ມງວດປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ Covid-19 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme